logo

ກຳປູເຈຍ ປະກາດບັນຊີລາຍຊື່ ບັນດາພັກເຂົ້າຮ່ວມການເລືອກຕັ້ງທົ່ວປະເທດ

2018/5/15 | 07:20:00
(VOVWORLD) - ຮອດເວລາ 17 ໂມງ 35 ນາທີ ຂອງວັນທີ 14 ພຶດສະພາ, ການກຳນົດເວລາສຸດທ້າຍເພື່ອໃຫ້ບັນດາພັກຈົດທະບຽນເຂົ້າຮ່ວມແຂ່ງຂັນການເລືອກຕັ້ງໃນການເລືອກຕັ້ງສະພາແຫ່ງຊາດ ຈະມາເຖິງ

ວັນທີ 14 ພຶດສະພາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໄດ້ປະກາດບັນຊີລາຍຊື່ 20 ພັກການເມືອງຈົດທະບຽນເຂົ້າຮ່ວມການເລືອກຕັ້ງສະຫາແຫ່ງຊາດ ຊຸດທີ 6 ເຊິ່ງຄາດວ່າໄດ້ຈັດຕັ້ງໃນວັນທີ 29 ກໍລະກົດຈະມາເຖິງ.

        ໂຄສົກ NEC Dim Sovannarom ໃຫ້ຮູ້ເມື່ອວ່າ: ຮອດເວລາ 17 ໂມງ 35 ນາທີ ຂອງວັນທີ 14 ພຶດສະພາ, ການກຳນົດເວລາສຸດທ້າຍເພື່ອໃຫ້ບັນດາພັກຈົດທະບຽນເຂົ້າຮ່ວມແຂ່ງຂັນການເລືອກຕັ້ງໃນການເລືອກຕັ້ງສະພາແຫ່ງຊາດ ຈະມາເຖິງ, ມີ 20 ພັກການເມືອງຈົດທະບຽນເຂົ້າຮ່ວມການແຂ່ງຂັນເລືອກຕັ້ງຢູ່ອົງການນີ້ ໃນນັ້ນມີ 4 ພັກໂດຍ NEC ຮັບຮອງໄດ້ຈົດທະບຽນຖືກຕ້ອງ ແລະ ມີເອກະສານຢ່າງຄົບຖ້ວນ.

        ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ ຈະສືບຕໍ່ເປີດປະຕູຕື່ມອີກ 5 ວັນເພື່ອໃຫ້ບັນດາພັກການເມືອງໄດ້ຈົດທະບຽນແລ້ວສ້າງສຳເນົາເອກະສານທີ່ຈຳເປັນ.

TAG
VOV/VOVworld/ການ​ເລືອກ​ຕັ້ງ/ພັກ​ການ​ເມືອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ