logo

ກຳ​ປູ​ເຈຍ ສະ​ເຫຼີມສະຫຼອງວັນ​ຊາດ​ຄົບ​ຮອບ 72 ປີ

2025/11/9 | 08:51:48
(VOVWORLD) -   ພາຍຫຼັງພິທີເຄົາລົບທຸກຊາດ, ກະສັດ Norodom Sihamoni ໄດ້ວາງພວງມາລາອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ...
(ພາບ:VOV )

     ຕອນເຊົ້າວັນທີ 9 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດຄົບຮອບ 72 ປີ ແລະ ວັນສ້າງຕັ້ງກອງທັບພະບໍລົມວົງສານຸວົງ ກຳປູເຈຍ (9/11/1953-9/11/2025). ພິທີໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງກະສັດ Norodom Sihamoni.

    ພາຍຫຼັງພິທີເຄົາລົບທຸກຊາດ, ກະສັດ Norodom Sihamoni ໄດ້ວາງພວງມາລາອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ໃຕ້ທວນໄຟໃນອະນຸສາວະລີເອກະລາດຢູ່ໃຈກາງນະຄອນຫຼວງ ພະນົມເປັນ. ກະສັດ Norodom Sihamoni ຍັງໄດ້ໄປກວດກ້ອນກຳລັງ, ຊົມເຊີຍບັນດາກຳລັງຂຶ້ນກັບກອງທັບພະບໍລົມວົງສານຸວົງ ກຳປູເຈຍ, ຍິນດີຕ້ອນຮັບບັນດາຜູ້ແທນ ແລະ ປຊຊ ກຳປູເຈຍ ທຸກຊັ້ນວັນນະ ແລະ ເພື່ອນມິດສາກົນທີ່ໄດ້ເຂົ້າຮ່ວມພິທີຢ່າງສົມກຽດນີ້.

   ພິທີສະເຫຼີມສະຫຼອງວັນຊາດ ກຳປູເຈຍ ຄົບຮອບ 72 ປີ ໄດ້ດຳເນີນໄປໃນສະພາບການປະເທດ ກຳປູເຈຍ, ພາຍໃຕ້ການເປັນເຈົ້າຂອງກະສັດ Norodom Sihamoni ການຊີ້ນຳນຳພາພັກ ປຊຊ ກຳປູເຈຍ ແລະ ລັດຖະບານພະບໍລົມວົງສານຸວົງ ອາຍຸການທີ 7 ຂອງທ່ານນາຍົກລັດຖະມົນຕີ Hun Manet ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍນາໆປະການໃນທຸກດ້ານ ເພື່ອຮັກສາສະຖຽນລະພາບ ແລະ ຮັກສາການເຕີບໂຕເສດຖະກິດ.

 

TAG
VOV/VOVworld/ກຳ​ປູ​ເຈຍ ສະ​ເຫຼີມສະຫຼອງວັນ​ຊາດ​ຄົບ​ຮອບ 72 ປີ/ກະສັດ Norodom Sihamoni/ນາຍົກລັດຖະມົນຕີ Hun Manet

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ