logo

ກຳ​ປູ​ເຈຍ ແລະ ໄທ ຈັດ​ການ​ປະ​ຊຸມ​ກ່ຽວ​ກັບ​ການ​ສຳຫຼວດ​ລູກ​ລະ​ເບີ​ດ​​ໝາກ​ໝີ່ນຢູ່​ເຂດ​ຊາຍ​ແດນ​ຮ່ວມ

2025/11/8 | 07:47:42
(VOVWORLD) -  CMAC  ແລະ TMAC ໄດ້ປຶກສາຫາລືກ່ຽວກັບເຕັກນິກກວດກາບັນດາເຂດບຸລິມະສິດຜັນຂະຫຍາຍການສຳຫຼວດທຳລາຍລະເບີດໝາກໝີ່ນຢູ່ເຂດຊາຍແດນຮ່ວມລະຫວ່າງສອງປະເທດ...


   ວັນທີ 7 ພະຈິກ, ກຸ່ມປະຕິບັດວຽກງານສຳຫຼວດລູກລະເບີດໝາກໝີ່ນຂອງ ກຳປູເຈຍ ແລະ ໄທ ໄດ້ຈັດການປະຊຸມເພື່ອປຶກສາຫາລືກ່ຽວກັບເຕັກນິກກວດກາບັນດາເຂດບຸລິມະສິດຜັນຂະຫຍາຍຢູ່ເຂດຊາຍແດນຮ່ວມລະຫວ່າງສອງປະເທດ. ທ່ານນາງ Maly Socheata, ໂຄສົກກະຊວງປ້ອງກັນປະເທດ ກຳປູເຈຍ ໃຫ້ຮູ້ວ່າ ກຸ່ມປະຕິບັດວຽກງານຂອງສູນກະທຳລູກລະເບີດໝາກໝີ່ນ ກຳປູເຈຍ (CMAC)  ແລະ ສູນກະທຳລູກລະເບີດໝາກໝີ່ນ ໄທ (TMAC) ໄດ້ປຶກສາຫາລືກ່ຽວກັບເຕັກນິກກວດກາບັນດາເຂດບຸລິມະສິດຜັນຂະຫຍາຍການສຳຫຼວດທຳລາຍລະເບີດໝາກໝີ່ນຢູ່ເຂດຊາຍແດນຮ່ວມລະຫວ່າງສອງປະເທດ. ການພົບປະໄດ້ປະຕິບັດບັນດາຫຼັກການ ແລະ ຂັ້ນຕອນເຮັດລຸມາດຖານ ໂດຍກຸ່ມປະຕິບັດວຽກງານປະສົມກ່ຽວກັບການສຳຫຼວດທຳລາຍລະເບີດໝາກໝີ່ນ ກຳປູເຈຍ-ໄທ ເຫັນດີເປັນປະເອກະພາບ. ທ່ານນາງກໍ່ຢັ້ງຢືນວ່າວຽກງານການສຳຫຼວດທຳລາຍລະເບີດໝາກໝີ່ນມະນຸດສະທຳ ຕ້ອງປະຕິບັດຢ່າງເຂັ້ມງວດບົນຫຼັກການເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຈິກໃຈເຄົາລົບຊື່ງກັນ ແລະ ກັນ.

TAG
VOV/VOVworld/ກຳ​ປູ​ເຈຍ ແລະ ໄທ . ​ການ​ສຳຫຼວດ​ລູກ​ລະ​ເບີ​ດ​​ໝາກ​ໝີ່ນຢູ່​ເຂດ​ຊາຍ​ແດນ​ຮ່ວມ/ທ່ານ​ນາງ Maly Socheata

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ