logo

ກຳ​ປູ​ເຈຍ, ໄທ​ເລີ່ມ​ຖອນ​ອາ​ວຸດ​ປະ​ເພດ​ໜັກ​ອອກ​ຈາກ​ເຂດ​ຊາຍ​ແດນ

2025/10/27 | 10:05:58
(VOVWORLD) - ການກະທຳຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງສອງຝ່າຍໄດ້ດຳເນີນພາຍຫຼັງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ຄູ່ຮ່ວມຕຳແໜ່ງທ່ານ Anutin Charnvirakul ລົງນາມຖະແຫຼງການຮ່ວມກ່ຽວກັບຂໍ້ຕົກລົງສັນຕິພາບລະຫວ່ງ ກຳປູເຈຍ ແລະ ໄທ ຢູ່ນອກກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 47 ທີ່ ມາເລເຊຍ ກ່ອນນັ້ນ 1 ວັນ.
ພາບປະກອບ: ກະຊວງປ້ອງກັນປະເທດ ກຳປູເຈຍ

ຕອນຄ່ຳວັນທີ 26 ຕຸລາ, ພາຍໃຕ້ການຕິດຕາມກວດກາມຂອງບັນດານັກສັງເກດການ ອາຊຽນ, ກຳປູເຈຍ ແລະ ໄທໄດ້ເລີ່ມຕົ້ນການຖອນອາວຸດປະເພດໜັກ ພ້ອມກັບວັດຖຸອຸປະກອນອອກຈາກເຂດຊາຍແດນທີ່ຂັດແຍ້ງກັນ ແລະ ນຳກັບໄປຍັງບັນດາຖານທີ່ໝັ້ນການທະຫານຂອງແຕ່ລະຝ່າຍຕາມປົກກະຕິ. ການກະທຳຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງສອງຝ່າຍໄດ້ດຳເນີນພາຍຫຼັງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ຄູ່ຮ່ວມຕຳແໜ່ງທ່ານ Anutin Charnvirakul ລົງນາມຖະແຫຼງການຮ່ວມກ່ຽວກັບຂໍ້ຕົກລົງສັນຕິພາບລະຫວ່ງ ກຳປູເຈຍ ແລະ ໄທ ຢູ່ນອກກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 47 ທີ່ ມາເລເຊຍ ກ່ອນນັ້ນ 1 ວັນ. ພິທີລົງນາມໂດຍພາຍໃຕ້ການເປັນສັກຂີພິຍານຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim.

TAG
VOV/VOVworld/ກຳ​ປູ​ເຈຍ/ໄທ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ