logo

ກຳ​ລັງ​​ກູ້ໄພ​ກູ້​ຊີບ ບໍ່​ພົບ​ເຫັນ​ສັນ​ຍານ​ບົ່ງ​ບອກເຖິງ​ສິ່ງ​ມີ​ຊີ​ວິດ​ໃນ​ເຫດ​ໂຮງ​ຮຽນ​ຖະຫຼົ່ມ​ຢູ່ ອິນ​ໂດ​ເນ​ເຊຍ

2025/10/3 | 09:47:06
(VOVWORLD) -  ໂຮງຮຽນ Al Khoziny ຖືກຖະຫຼົ່ມໃນວັນທີ 29 ກັນຍາຜ່ານມາ ແມ່ນພວມຢູ່ໃນວິວັດການກໍ່ສ້າງ. ໃນຂະນະທີ່ ບັນດານັກຮຽນພວມສວດມົນຕອນບ່າຍຢູ່ຊັ້ນລຸ່ມຂອງຕຶກອາຄານດັ່ງກ່າວ, ບັນດາຊັ້ນເທິງທີ່ພວມດຳເນີນການກໍ່ສ້າງນັ້ນ ໄດ້ລົ້ມຖະຫຼົ່ມລົງມາ.
ກຳລັງກູ້ໄພກູ້ຊີບສຸມກຳລັງຊອກຫາຜູ້ຫາຍຊາບສູນຢູ່ບ່ອນເກີດເຫດ (ພາບ: REUTERS/Dipta Wahyu)

ພາຍຫຼັງ 3 ວັນເຫດໂຮງຮຽນກິນນອນ ມຸດສະລິມ Al Khozyni ຢູ່ທາງທິດຕາເວັນອອກ Java ຂອງ ອິນໂດເນເຊຍ ຖືກຖະຫຼົ່ມ, ມີຜູ້ລອດຊີວິດ 103 ຄົນ ແລະ ເສຍຊີວິດ 5 ຄົນ ແລະ ຍັງມີຜູ້ຫາຍສາບສູນ 59 ຄົນ. ໃນການຖະແຫຼງຂ່າວກ່ຽວກັບອຸບັດຕິເຫດດັ່ງກ່າວ ທີ່ດຳເນີນໃນວັນທີ 02 ຕຸລາ, ຢູ່ ຈາກາຕາ, ທ່ານ Suharyanto, ຜູ້ອຳນວຍການອົງການຄຸ້ມຄອງວິນາດຕະກຳແຫ່ງຊາດ (BNPB), ໃຫ້ຮູ້ວ່າ ສຳລັບດ້ານວິທະຍາສາດ, ບໍ່ມີສັນຍານໃດທີ່ບົ່ງບອກໃຫ້ເຫັນວ່າເຂົາເຈົ້າຍັງມີຊີວິດຢູ່ກອງຊາກຫັກພັງຢູ່ບ່ອນເກີດເຫດດັ່ງກ່າວ.

        ໂຮງຮຽນ Al Khoziny ຖືກຖະຫຼົ່ມໃນວັນທີ 29 ກັນຍາຜ່ານມາ ແມ່ນພວມຢູ່ໃນວິວັດການກໍ່ສ້າງ. ໃນຂະນະທີ່ ບັນດານັກຮຽນພວມສວດມົນຕອນບ່າຍຢູ່ຊັ້ນລຸ່ມຂອງຕຶກອາຄານດັ່ງກ່າວ, ບັນດາຊັ້ນເທິງທີ່ພວມດຳເນີນການກໍ່ສ້າງນັ້ນ ໄດ້ລົ້ມຖະຫຼົ່ມລົງມາ.

ຟ້າມຮ່າ, ນັກຂ່າວ VOV ປະຈຳອິນໂດເນເຊຍ



TAG
VOV/VOVworld/​ໂຮງ​ຮຽນ​ຖະຫຼົ່ມ​ຢູ່ ອິນ​ໂດ​ເນ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ