logo

ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື

2022/10/27 | 07:48:20
(VOVWORLD) -ທ່ານພົນໂທຮ່ວາງຊວັນຈຽນ ຢັ້ງຢືນວ່າ, ການນຳກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.
ທ່ານພົນໂທ ຮ່ວາງຊວັນຈຽນ ແລະ ທ່ານພົນຈັດຕະວາ ສີພັນ ພຸດທະວົງ (ພາບ: TTXVN)

ຕອນບ່າຍວັນທີ 26 ຕຸລາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ ສີພັນ ພຸດທະວົງ, ຫົວໜ້າກົມທະຫານປ້ອງກັນຊາຍແດນ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ. ນະທີ່ນີ້, ທ່ານພົນໂທຮ່ວາງຊວັນຈຽນ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຜັນຂະຫຍາຍອະນຸສັນຍາວ່າດ້ວຍການຮ່ວມມື ໄລຍະ 2019 – 2024 ແລະ ແຜນການຮ່ວມມືປະຈຳປີລະຫວ່າງສອງກະຊວງປ້ອງກັນປະເທດ ແລະ ບັນດາເນື້ອໃນຂໍ້ຕົກລົງການຮ່ວມມືປ້ອງກັນຊາຍແດນລະຫວ່າງສອງຝ່າຍ, ເພີ່ມທະວີການແລກປ່ຽນຂໍ້ມູນກ່ຽວກັບການຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ, ຈັດຕັ້ງການຊ້ອມຮົບຮ່ວມປ້ອງກັນ, ຕ້ານອາດຊະຍາກຳ, ການອົບພະຍົບແບບເສລີ, ຈັດຕັ້ງການລາດຕະເວນຮ່ວມ, ຕໍ່ສູ້ສະກັດກັ້ນການເຄື່ອນໄຫວຂອງລະບົບອາດຊະຍາກຳຂ້າມຊາດ…ທ່ານພົນໂທຮ່ວາງຊວັນຈຽນ ຢັ້ງຢືນວ່າ, ການນຳກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.

ສ່ວນທ່ານພົນຈັດຕະວາ ສີພັນ ພຸດທະວົງ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ ຈະປະຕິບັດບັນດາເອກະສານນິຕິກຳ, ຂໍ້ຕົກລົງທີ່ໄດ້ຮັບການລົງນາມກ່ຽວກັບຊາຍແດນລະຫວ່າງສອງປະເທດຢ່າງເຂັ້ມງວດ, ມີປະສິດທິຜົນ, ເພີ່ມທະວີການສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຈັດຕັ້ງການລາດຕະເວນສອງຝ່າຍ, ຍົກສູງຄຸນນະພາບ, ປະສິດທິຜົນຂອງການບຳລຸງສ້າງທະຫານປ້ອງກັນຊາຍແດນ, ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືຢູ່ເຂດຊາຍແດນ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ