logo

ກຳ​ລັງ​ບົ່ມ​ຊ້ອນ​ໃນ​ການ​ພັດ​ທະ​ນາ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - EU (EVFTA) ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ

2025/10/18 | 08:02:49
(VOVWORLD) - ເວທີປາໄສໂດຍກະຊວງອຸດສາຫະກຳ ການຄ້າ ສົມທົບກັບສະຖານທູດ ບັນດາປະເທດສະມາຊິກ ສະຫະພາບ ເອີລົບ (EU), ສະມາຄົມວິສາຫະກິດ EU ປະຈຳ ຫວຽດນາມ (EuroCham) ຈັດຂຶ້ນ ໃນວັນທີ 17 ຕຸລາ ຢູ່ນະຄອນ ໂຮ່ຈີມິນ. 
ບັນດາຜູ້ແທນ, ຜູ້ຕາງໜ້າອົງການຕ່າງປະເທດ ເຂົ້າຮ່ວມເວທີປາໄສ (ພາບ: VOV)

ກຳລັງບົ່ມຊ້ອນໃນການພັດທະນາສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ແມ່ນໃຫຍ່ຫຼວງທີ່ສຸດ ຕ້ອງມີການຮ່ວມເດີນທາງຂອງບັນດາອົງການຄຸ້ມຄອງ ແລະ ປະຊາຄົມວິສາຫະກິດ ສອງຝ່າຍ. ນີ້ແມ່ນເນື້ອໃນໂດຍບັນດາຜູ້ແທນແບ່ງປັນທີ່ເວທີປາໄສຮ່ວມມືເສດຖະກິດການຄ້າ ຫວຽດນາມ - EU 2025. ເວທີປາໄສໂດຍກະຊວງອຸດສາຫະກຳ ການຄ້າ ສົມທົບກັບສະຖານທູດ ບັນດາປະເທດສະມາຊິກ ສະຫະພາບ ເອີລົບ (EU), ສະມາຄົມວິສາຫະກິດ EU ປະຈຳ ຫວຽດນາມ (EuroCham) ຈັດຂຶ້ນ ໃນວັນທີ 17 ຕຸລາ ຢູ່ນະຄອນ ໂຮ່ຈີມິນ. ຕາມຂໍ້ມູນຂອງກົມພາສີ ຫວຽດນາມແລ້ວ, ພາຍຫຼັງ 5 ປີແຫ່ງການປະຕິບັດສັນຍາ EVFTA, ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ EU ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຈາກ 48,9 ຕື້ USD ໃນປີ 2019 ຂຶ້ນເຖິງ ເກືອບ 78 ຕື້ USDໃນປີ 2024 - ປີທີ 5 ທີ່ສັນຍາມີຜົນບັງຄັບໃຊ້, ຄິດສະເລ່ຍເພີ່ມຂຶ້ນກ່ວາ 10%/ປີ. ທ່ານ ໂດດຶກເຕື໋ອງ, ນັກຊ່ຽວຊານພະລັງງານຂອງອົງການສປຊ ເພື່ອການພັດທະນາ ສປຊ (UNDP), ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໜຼນຊ່ວຍ, ຍົກຕົວຢ່າງຄືການສ້າງວິວັດການເພື່ອເລືອກເອົາບັນດາໂຄງການທີ່ເໝາະສົມກັບບັນດາມາດຖານໃນໂຄງການກ່ຽວກັບການຫັນປ່ຽນພະລັງງານຢ່າງມີຄວາມສະເໝີພາບ ຍົກອອກມາ ແລະ ໜູນຊ່ວຍບັນດາໂຄງການນັ້ນເຊື່ອມຕໍ່ກັບບັນດາຫົວໜ່ວຍການເງິນ. ໃນວິວັດການປະຕິບັດວຽກງານນັ້ນ, ພວກຂ້າພະເຈົ້າເຫັນວ່າມີບັນດາອົງການການເງິນ, ທະນາຄານຄື ຢາກເຂົ້າມາ ຫວຽດນາມ ແລະ ເຂົ້າຮ່ວມວິວັດການໜູນຊ່ວຍໃຫ້ແກ່ບັນດາໂຄງການສີຂຽວຢູ່ ຫວຽດນາມ.

TAG
VOV/VOVworld/ຫວຽດ​ນາມ/EVFTA/EU

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ