ພາບປະກອບ: Vietnam+ |
ຕະຫລາດຫລັກຊັບ ຫວຽດນາມ ປິດການທຸລະກໍາຊື້-ຂາຍຮຸ້ນໃນທ້າຍເດືອນເມສາ ດ້ວຍການເພີ່ມຂຶ້ນຂອງດັດຊະນີເປັນຄັ້ງທີ 3 ຢ່າງລຽນຕິດ. ຄວາມສາມາດການຊຳລະຂອງຕະຫລາດໄດ້ເພີ່ມຂຶ້ນຄືນໃຫມ່ ດ້ວຍມູນຄ່າການຈັບຄູ່ບັນລຸກວ່າ 18.200 ຕື້ດົ່ງ. ຕາມບັນດາຜູ້ຊ່ຽວຊານແລ້ວ, ຜົນການຂາຍຮຸ້ນໃນເດືອນພຶດສະພາຂອງປີນີ້ ຄາດວ່າຈະ ບໍ່ເກີດຂຶ້ນ/ປະກົດມີໜ້ອຍ ແລະ ກະແສເງິນຈະກັບຕ່າວຄືນພາຍຫລັງເວລາພັກວັນບຸນ. ທ່ານ ຟານຢູ໋ງແຄງ, ຜູ້ອຳນວຍການໃຫ້ຄຳປຶກສາການລົງທຶນ ບໍລິສັດຫຸ້ນສ່ວນຫລັກຊັບ Maybank KimEng ຖືວ່າ: ການພົວພັນຄ້າຂາຍຮຸ້ນໃນໄລຍະຜ່ານມາ ແມ່ນສັນຍານດີໃຫ້ແກ່ບັນດານັກລົງທຶນ, ຊ່ວຍໃຫ້ເຂົາເຈົ້າເຊື່ອໝັ້ນຕະຫລາດຫລັກຊັບໃນໄລຍະຍາວວ່າຈະເຕີບໂຕດີ ແລະ ເຂົາເຈົ້າຈະສືບຕໍ່ລົງທຶນ.
“ຖ້າຫາກ VN-Index ຜ່ານລະດັບມີດັດຊະນີເກີນ 1.200 ດັດຊະນີ ແລະ ຮັກສາລະດັບນີ້ ໃນ 1-2 ອາທິດ ແມ່ນຈະມີທ່າອ່ຽງທີ່ຕັ້ງຫນ້າກວ່າ, VN-Index ອາດຈະຂຶ້ນເຖິງ 1.250 -1.300 ດັດຊະນີ. ກົງກັນຂ້າມ VN-Index ຈະກັບຄືນສູ່ທ່າອ່ຽງດັດປັບການຫລຸດລາຄາລົງໃນໄລຍະສັ້ນ”
“ຕາມຂ້າພະເຈົ້າແລ້ວ, ນີ້ແມ່ນກາລະໂອກາດອັນໃຫຍ່ຫລວງໃຫ້ແກ່ນັກລົງທຶນນ້ອຍໃນປີ 2021. ຂ້າພະເຈົ້າຄິດວ່າ ຕະຫລາດຫລັກຊັບ VN-Index ຈະບັນລຸບາດກ້າວບຸກທະລຸຜ່ານລະດັບສະຖິຕິ 1.200 ດັດຊະນີ ໃນເດືອນມີນາ. ພວກເຮົາພວມຮັບຂ່າວດີຈາກຕະຫລາດຫລັກຊັບໂລກ ຕົວຢ່າງຄື: ຕະຫລາດຫລັກຊັບ Fed ສືບຕໍ່ໃຫ້ຄຳໝັ້ນສັນຍາຜ່ອນຜັນເງິນຕາ, ຫລັງຈາກນັ້ນ ແມ່ນຍີ່ປຸ່ນ, ໄທ.. ແລະ ຫວຽດນາມ ດອກເບ້ຍອາດຈະຫລຸດລົງຢູ່ໃນລະດັບຕ່ຳສຸດ”
ທ່ານ ເຈືອງຮ່ຽນເຟືອງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ ຕະຫລາດຫລັກຊັບ KIS VietNam ສາຂາ ນະຄອນ ໂຮ່ຈີມິນ |
ແງ່ຫວັງການເຕີບໂຕດ້ານເສດຖະກິດໃນໄລຍະກາງ ແມ່ນສັນຍານຕັ້ງຫນ້າສຳລັບຕະຫລາດຫລັກຊັບຫວຽດນາມ ກໍ່ຄືວົງການນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ. ພິເສດ ໃນທຸລະກໍາການຊື້ ຂາຍຮຸ້ນເມື່ອວັນທີ 18 ມີນາ ດັດຊະນີ VN-Index ລື່ນກາຍລະດັບສະຖິຕິ 1.200 ດັດຊະນີ ຊື່ງແມ່ນລະດັບສູງສຸດໃນປະຫວັດສາດຂອງຕະຫລາດຫລັກຊັບຫວຽດນາມ ບໍ່ພຽງແຕ່ສ້າງຄວາມປະເອີບໃຈໃຫ້ແກ່ນັກລົງທຶນເທົ່ານັ້ນ ຫາກຜ່ານນັ້ນ ກໍໄດ້ສ່ອງແສງໃຫ້ເຫັນ ນັກລົງທຶນໄດ້ຕັ້ງຄວາມຫວັງ ເຂົ້າໃນທ່າອ່ຽງກ້າວຂຶ້ນຂອງຕະຫລາດຫລັກຊັບ ຫວຽດນາມ. ທ່ານ ເຈືອງຮ່ຽນເຟືອງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ ຕະຫລາດຫລັກຊັບ KIS VietNam ສາຂາ ນະຄອນ ໂຮ່ຈີມິນ ຖືວ່າ:
“ພວກເຮົາພວມກ້າວເຂົ້າສູ່ກະແສການເພີ່ມຂຶ້ນຂອງປີ. ກະແສນີ້ຈະແກ່ຍາວ ແລະ ເພີ່ມຂຶ້ນຢ່າງແຮງໃນປີ. ພ້ອມກັບການວິເຄາະໂດຍພື້ນຖານ ແລະ ເຕັກນິກ ລ້ວນແຕ່ສະແດງໃຫ້ເຫັນວ່າ ຕະຫລາດຫລັກຊັບໄດ້ ແລະ ຈະສືບຕໍ່ເຕີບໂຕໃນໄລຍະຈະມາເຖິງ”
ຕະຫລາດຫລັກຊັບຫວຽດນາມ ພວມກ້າວເຂົ້າສູ່ຮອບໝູນວຽນເຕີບໂຕໃຫມ່ ຍ້ອນສະພາບການໂລກ ແລະ ພາຍໃນປະເທດ ມີຫລາຍປັດໄຈຕັ້ງຫນ້າ, ຫນູນຊ່ວຍໃຫ້ແກ່ພື້ນຖານເສດຖະກິດ ແລະ ຕະຫລາດຫລັກຊັບ. ບັນດາລະຫັດໃບຮຸ້ນມີການເຕີບໂຕດີ ພວມໄດ້ຮັບຄວາມສົນໃຈຈາກນັກລົງທຶນເປັນຈຳນວນຫລາຍ ນັ້ນແມ່ນໃບຮຸ້ນຂຶ້ນກັບຂົງເຂດການເງິນ, ທະນາຄານ, ກໍ່ສ້າງ, ອະສັງຫາລິມະຊັບອຸດສາຫະກຳ. ນີ້ກໍ່ແມ່ນຊ່ອງທາງລະດົມທຶນດີທີ່ສຸດໃຫ້ແກ່ວິສາຫະກິດໃນປີ 2021, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດເມື່ອສະພາບການໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມ.




