logo

ການ​ເລືອກ​ຕັ້ງ​ວັນ​ທີ 15 ມີ​ນາ ແມ່ນ​ການ​ເຕົ້າ​ໂຮມ​ເຈດ​ຈຳ​ນົງ​ຂອງ​ພັກ, ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ ແລະ ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

2026/3/31 | 11:13:00
(VOVWORLD) - ຕອນບ່າຍວັນທີ 31 ມີນາ, ຢູ່ຫໍສະພາແຫ່ງຊາດ, ໄດ້ດຳເນີນກອງປະຊຸມທົ່ວປະເທດສະຫຼຸບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031.
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເນັ້ນໜັ້ກວ່າ ການເລືອກຕັ້ງໃນວັນທີ 15 ມີນາ 2026 ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ກາຍເປັນການດຳເນີນຊີວິດດ້ານການເມືອງຢ່າງເລິກເຊິ່ງຢ່າງແທ້ຈິ, ແມ່ນວັນບຸນໃຫຍ່ຂອງທົ່ວປວງຊົນ ໂດຍຫາງສຽງພາຍໃນ ແລະ ຕ່າງປະເທດຕີລາຄາສູງ:

ນີ້ແມ່ນຂີດໝາຍສຳຄັນໃນວິວັດການພັດທະນາຂອງປະເທດຫວຽດນາມ, ເຊິ່ງພວມຍູ້ແຮງການສ້າງແຫ່ງກົດໝາຍ ສັງຄົມນິຍົມຢ່າງແທ້ຈິງຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງກົງຈັກ, ເຄື່ອນໄຫວຮູບແບບ ອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ປັນຍາປະດິດ ເຂົ້າທຸກດ້ານຂອງຊີວິດສັງຄົມຢ່າງແຮງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ການເລືອກຕັ້ງໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງຂີດໝາຍສຳຄັນທີ່ສຸດນັ້ນແມ່ນ: ເຕົ້າໂຮມເຈດຈຳນົງຂອງພັກ, ນ້ຳໃຈຂອງປະຊາຊົນ ແລະ ຄວາມຄາດຫວັງພັດທະນາປະເທດຊາດ. ທ່ານເນັ້ນໜັກວ່າ:

ສຸດທ້າຍບົດຮຽນໃຫຍ່ທີ່ສຸດແມ່ນຜົນສຳເລັດຂອງການເລືອກຕັ້ງ ພຽງແຕ່ສຳເລັດເມື່ອໄດ້ຫັນການເຄື່ອນໄຫວຂອງອາຍຸການໃໝ່ຢ່າງມີປະສິດທິຜົນ. ບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງບໍ່ຢຸດຢູ່ວັນເລືອກຕັ້ງເທົ່ານັ້ນ, ບັດເລືອກຕັ້ງນັ້ນຕ້ອງສືບຕໍ່ດ້ວຍຄຸນນະພາບໃນການສ້າງກົດໝາຍ, ດ້ວຍປະສິດທິຜົນຂອງການຕິດຕາມກວດກາ, ດ້ວຍນະໂຍບາຍຊີ້ຂາດອັນຖືກຕ້ອງ, ທັນການ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດໃນໄລຍະໃໝ່.

 

TAG
VOV/VOVworld/ການ​ເລືອກ​ຕັ້ງ/ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ