logo

ຂໍ້ຕົກລົງດ້ານການຄ້າ ອີຢູ - Mercosur ປະເຊີນໜ້າກັບສິ່ງທ້າທາຍດ້ານນິຕິກຳຢູ່ ເອີລົບ

2026/1/22 | 09:05:01
(VOVWORLD) - ທີ່ການປ່ອນບັດຢູ່ Strasbourg (ຝລັ່ງ) ດ້ວຍໝາກຜົນ 334 ບັດເຫັນດີ ແລະ 324 ບັດຄ້ານ, ບັນດາສະມາຊິກລັດຖະສະພາໄດ້ຮັບຮອງເອົາເລື່ອງຮຽກຮ້ອງໃຫ້ CJEU ຢັ້ງຢືນວ່າ ຂໍ້ຕົກລົງນີ້ມີຄວາມເໝາະສົມກັບນະໂຍບາຍຂອງກຸ່ມຫຼືບໍ່.

        ວັນທີ 21 ມັງກອນ, ລັດຖະສະພາ ເອີລົບ (EP) ໄດ້ດຳເນີນການປ່ອນບັດສົ່ງສຳເນົາເອກະສານຂໍ້ຕົກລົງດ້ານການຄ້າທີ່ຫາກໍ່ລົງນາມລະຫວ່າງ ສະຫະພາບ ເອີລົບ (ອີຢູ) ກັບກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ຂຶ້ນສານຍຸຕິທຳສະຫະພາບ ເອີລົບ (CJEU). ການກະທຳດັ່ງກ່າວໄດ້ສ້າງຄວາມຂາດສະຖຽນລະພາບດ້ານນິຕິກຳຕໍ່ສັນຍາ ແລະ ຖືກອົງການປະຕິບັດກົດໝາຍຂອງສະຫະພາບຕຳໜິຕິຕຽນໃນທັນທີ.

        ທີ່ການປ່ອນບັດຢູ່ Strasbourg (ຝລັ່ງ) ດ້ວຍໝາກຜົນ 334 ບັດເຫັນດີ ແລະ 324 ບັດຄ້ານ, ບັນດາສະມາຊິກລັດຖະສະພາໄດ້ຮັບຮອງເອົາເລື່ອງຮຽກຮ້ອງໃຫ້ CJEU ຢັ້ງຢືນວ່າ ຂໍ້ຕົກລົງນີ້ມີຄວາມເໝາະສົມກັບນະໂຍບາຍຂອງກຸ່ມຫຼືບໍ່. ຕາມນັ້ນແລ້ວ, CJEU ຈະຕ້ອງພິຈາລະນາສິ່ງທ້າທາຍດ້ານນິຕິກຳນີ້, ເຊິ່ງແມ່ນວິວັດການອາດຈະເຮັດໃຫ້ຖືກໂຈະ ຫຼື ຊ້ຳບໍ່ໜຳແມ່ນທຳລາຍຂໍ້ຕົກລົງທີ່ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາເປົ້າໝາຍສຳຄັນໃນຍຸດທະສາດຂອງ ບຣຸກແຊນ ເພື່ອແນໃສ່ເປີດກວ້າງບັນດາຕະຫຼາດໃໝ່.

TAG
VOV/VOVworld/​ພິ​ຈາ​ລະ​ນາ/​ສິ່ງ​ທ້າ​ທາຍ​/​ນິ​ຕິ​ກຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ