![]() |
| ຂົວລອງບຽນຊຶ່ງແມ່ນຂົວເຫຼັກແຫ່ງທຳອິດຕັ້ງຂ້າມແມ່ນ້ຳແດງ ຕອນໄຫລຜ່ານບໍລິເວນນະຄອນຫຼວງຮ່າໂນ້ຍ ເຊື່ອມຕໍ່ລະຫວ່າງເມືອງຮ່ວານກ້ຽມ ແລະ ເມືອງລອງບຽນ |
![]() |
| ຂົວລອງບຽນໄດ້ຮັບການກໍ່ສ້າງໃນໄລຍະເວລາແຕ່ປີ 1899 ຫາປີ 1902. |
![]() |
| ບັນດາຂະບວນລົດໄຟຈາກຮ່າໂນ້ຍໄປນະຄອນທ້າຍງວຽນ, ເທດສະບານເມືອງດົງດັງໃນແຂວງລ້າງເຊີນ, ໄປແຂວງລາວກາຍ, ນະຄອນຫາຍຟ່ອງ ຫຼືກັບມາສະຖານີລົດໄຟຮ່າໂນ້ຍຈາກສະຖານີລົດໄຟຢາເລີມ ກໍລ້ວນແຕ່ນຳໃຊ້ລະບົບທາງລົດໄຟຂອງ ຂົວລອງບຽນ. |
![]() |
| ຮ້ານຂາຍຜະລິດຕະພັນກະເສດທີ່ປູກຢູ່ຫາດດອນກາງແມ່ນ້ຳແດງ. |
![]() |
| ຢູ່ກ້ອງຂົວ ບໍລິເວນແຄມແມ່ນ້ຳແດງ ແມ່ນສະຖານທີ່ເກັບມ້ຽນສິນຄ້າຂອງຕະຫຼາດຂາຍຍົກລອງບຽນ |
![]() |
| ຂົວລອງບຽນໃນທ່າມກາງນ້ຳໝອກກົ້ວຍາມລະດູໜາວ |
![]() |
| ຊີວິດທີ່ຟ້າວຟັ່ງຂອງຊາວນະຄອນຫຼວງໃນບໍລິເວນຂົວລອງບຽນ |
![]() |
![]() |
| ໂດຍຜ່ານບັນດາໄລຍະທາງແຫ່ງປະຫວັດສາດ, ຂົວລອງບຽນໄດ້ກາຍເປັນສັນຍາລັກຂອງນະຄອນຫຼວງຮ່າໂນ້ຍ |
![]() |
| ພາຍຫຼັງກ່ວາສະຕະວັດ, ປະຈຸບັນ, ຂົວລອງບຽນຖືກເສື່ອມຄຸນນະພາບຢ່າງຮ້າຍແຮງ. ວຽກງານສ້ອມແປງຂົວແຫ່ງນີ້ພວມໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ເພື່ອຮັບປະກັນຄວາມປອດໄພໃນການສັນຈອນໄປມາໃຫ້ແກ່ປະຊາຊົນ. |
![]() |
| ຂົວລອງບຽນຕັ້ງບົນ 20 ເສົາ ມີລວງສູງກວ່າ 40 ແມັດ. ປະຈຸບັນ ເສົາທັງໝົດໄດ້ຖືກເສື່ອມຄຸນນະພາບຕາມວັນເວລາ ຕ້ອງໄດ້ຮັບການສ້ອມແປງຫຼາຍຄັ້ງ. |
![]() |
| ປ້າຍປະກາດຂົວຖືກເສື່ອມຄຸນນະພາບ |
![]() |
| ຊັ້ນເບຕົງເກົ່າໜ້າຂົວຖືກທົດແທນດ້ວຍດ້ວຍວັດສະດຸໃໝ່ |
![]() |
| ເພື່ອຮັບປະກັນຄວາມປອດໄພໃນການຂົນສົ່ງທາງລົດໄຟຜ່ານຂົວລອງບຽນເຖິງປີ 2020, ຂົວແຫ່ງນີ້ໄດ້ຮັບການສ້ອມແປງຄືນ, ເຫຼັກຕະປູແຕ່ລະອັນ ລ້ອນແຕ່ຖືກກວດເພື່ອທົດແທນອັນໃໝ່. |
![]() |
![]() |
| ພວກກຳມະກອນພວມປະຕິບັດວຽກງານສ້ອມແປງທາງລົດໄຟຜ່ານຂົວ |
![]() |
| ພາຍຫຼັງສຳເລັດວຽກງານສ້ອມແປງຂົວ, ຮູບຮ່າງຂອງຂົວລອງບຽນເກືອບຄືວ່າບໍ່ປ່ຽນແປງ, ເວັ້ນເສຍແຕ່ໄດ້ທານ້ຳສີໃໝ່. |
![]() |
| ໄມ້ຕາແວດເກົ່າຖືກທົດແທນໃໝ່. |
![]() |
| ຍານພາຫະນະຂົນສົ່ງໄມ້, ວັດສະດຸຖືກທົດແທນໄດ້ລົດຕຸກໆຂະໜາດນ້ອຍ, ເພາະຂົວລອງບຽນຖືກອອກແບບກໍ່ສ້າງໃຫ້ລົດຂົນສົ່ງຂະໜາດນ້ອຍແລ່ນຜ່ານເທົ່ານັ້ນ |
| ການດຳເນີນບູລະນະສ້ອມແປງຂົວຢູ່ຕາມຈຸດທີ່ເປັນອັນຕະລາຍ, ດັ່ງນັ້ນຮຽກຮ້ອງໃຫ້ກຳມະກອນຕ້ອງຕັ້ງໃຈເຮັດເພື່ອທັງຮັບປະກັນຄຸນນະພາບ ແລະ ທັງຮັບປະກັນຄວາມປອດໄພໃຫ້ແກ່ຕົນເອງ. |
| ໃນມື້ບໍ່ຊ້ານີ້, ຂົວແຫ່ງປະຫວັດສາດນີ້ ຈະໄດ້ຮັບການຟື້ນຟູ, ສືບຕໍ່ຮ່ວມເດີນທາງພ້ອມກັບນະຄອນຫຼວງຮ່າໂນ້ຍບົນເສັ້ນທາງແຫ່ງການປ່ຽນແປງໃໝ່ ແລະ ຂະຫຍາຍຕົວ. |




