logo

ຂະ​ບວນ​ການ ຮາ​ມາດ​ສ​ ມີ​ຄວາມ​ສ່ຽງ​ບໍ່ມອບ​ສົ່ງ​ຕົວ​ປະ​ກັນ​ຢ່າງ​ຄົບ​ຖ້ວນ​ຕາມ​ຄຳ​ໝັ້ນ​ສັນ​ຍາ

2025/10/16 | 06:14:49
(VOVWORLD) - ວົງການນັກໄຈ້ແຍກສະແດງຄວາມວິຕົກກັງວົນວ່າ ເລື່ອງ ຮາມາດສ ມອບສົ່ງສົບຕົວປະກັນໃຫ້ແກ່ຝ່າຍ ອິດສະລາແອັນ ອາດສາມາດພາໄປເຖິງຜົນຕາມມາທີ່ສັບສົນ, ພິເສດມີຄວາມສ່ຽງຈະເກີດການປະທະກັນຄືນໃໝ່. 
ພາບປະກອບ: THX/TTXV

ຕອນບ່າຍວັນທີ 15 ຕຸລາ, ຂະບວນການ ອິດສະລາມ ຮາມາດສ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ກຸ່ມນີ້ໄດ້ມອບສົ່ງຕົວປະກັນທີ່ເສຍຊີວິດທັງໝົດໃຫ້ແກ່ຝ່າຍ ອິດສະລາແອັນ  ຕາມຄວາມສາມາດທີ່ເປັນໄປໄດ້. ເປັນອັນວ່າ, ໄລ່ຮອດຕອນຄ່ຳວັນທີ 15 ຕຸລາ, ຮາມາດສ ພຽງແຕ່ມອບສົ່ງ 9 ໃນຈຳນວນ 28 ຕົວປະກັນທີ່ເສຍຊີວິດໃຫ້ແກ່ຝ່າຍ ອິດສະລາແອັນເທົ່ານັ້ນ. ວົງການນັກໄຈ້ແຍກສະແດງຄວາມວິຕົກກັງວົນວ່າ ເລື່ອງ ຮາມາດສ ມອບສົ່ງສົບຕົວປະກັນໃຫ້ແກ່ຝ່າຍ ອິດສະລາແອັນ ອາດສາມາດພາໄປເຖິງຜົນຕາມມາທີ່ສັບສົນ, ພິເສດມີຄວາມສ່ຽງຈະເກີດການປະທະກັນຄືນໃໝ່. ຄວາມວິຕົກກັງວົນນີ້ ຍິ່ງມີພື້ນຖານ ເມື່ອວັນທີ 15 ຕຸລາ, ຫ້ອງວ່າການກະຊວງປ້ອງກັນປະເທດ ອິດສະລາແອັນ ໃຫ້ຮູ້ວ່າ ທ່ານ Katz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ໄດ້ສັ່ງໃຫ້ກອງທັບປະເທດນີ້ ກະກຽມແຜນການຮອບດ້ານເພື່ອຕີ ຮາມາດສ ຢູ່ເຂດກາຊາ ໃຫ້ປະລາໄຊ, ໃນກໍລະນີເກີດສົງຄາມຄືນໃໝ່.

TAG
VOV/VOVworld/ຮາ​ມາດ​ສ/ອິດ​ສະ​ລາ​ແອັນ/ເຂດ​ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ