logo

ຂະ​ແໜງ​ພະ​ລັງ​ງານ ຫວຽດ​ນາມ ຕໍ່​ໜ້າ​ໂອ​ກາດ​ຫັນ​ເປັນ​ສີ​ຂຽວ

2026/1/16 | 10:03:22
(VOVWORLD) - ຕອນບ່າຍວັນທີ 15 ມັງກອນ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄ້ວາຍຸດທະສາດ, ນະໂຍບາຍອຸດສາຫະກຳການຄ້າໄດ້ຈັດເວທີປາໄສວິທະຍາສາດກ່ຽວກັບການສົ່ງເສີມການລົງທຶນ ແລະ ການຖ່າຍທອດເຕັກໂນໂລຢີໃນຂົງເຂດພະລັງງານ.

ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: ວິງລອງ)

ບັນດາບົດປະກອບຄຳເຫັນຢູ່ກອງປະຊຸມສຳມະນາຖືວ່າ ຂະແໜງພະລັງງານຫວຽດນາມ ພວມກ້າວເຂົ້າສູ່ໄລຍະບານພັບທີ່ມີລັກສະນະປະຫວັດສາດ, ຖືກຜົນກະທົບພ້ອມກັນ ຂອງຄວາມຮຽກຮ້ອງຕ້ອງການຮັບປະກັນຄວາມໝັ້ນຄົງພະລັງງານໃຫ້ແກ່ພື້ນຖານເສດຖະກິດ ແລະ ຄຳໝັ້ນສັນຍາການປ່ອຍອາຍພິດລົງເປັນ 0 ໃນປີ 2050. ບັນດາຄຳເຫັນສະເໜີຂະແໜງພະລັງງານແມ່ນຄວນຈັດປະສານດ້ານພະລັງງານດ້ວຍປັນຍາປະດິດ (AI), ຫັນຕາໜ່າງໄຟຟ້າເປັນທັນສະໄໝ, ຖ່າຍທອດເຕັກໂນໂລຢີໄຟຟ້ານິວເຄຼຍ, ໝູນໃຊ້ຮູບແບບການລົງທຶນໃນການຫັນປ່ຽນສີຂຽວ ໃຫ້ແກ່ຂະແໜງພະລັງງານຫວຽດນາມ. ທ່ານ ຫງວຽນຄັກກວ່ຽນ, ຮອງຫົວໜ້າສະຖາບັນຄົ້ນຄ້ວາຍຸດທະສາດ, ນະໂຍບາຍອຸດສາຫະກຳການຄ້າ ຖືວ່າ:

ຫວຽດນາມ ໃຫ້ຄຳໝັ້ນສັນຍານຳການປ່ອຍອາຍພິດລົງເປັນ 0 ໃນປີ 2050 ແລະ ໃນສະພາບການທົ່ວປະເທດພວມຫັນປ່ຽນຕົນ ແລະ ພັດທະນາເສດຖະກິດນັ້ນ ຄວາມຕ້ອງການກ່ຽວກັບພະລັງງານແມ່ນຈະໃຫຍ່ຫຼວງທີ່ສຸດ. ຫວຽດນາມ ຈະປະເຊີນໜ້າກັບ 2 ບັນຫາ ນັ້ນແມ່ນພັດທະນາພະລັງງານຕອບສະໜອງຄວາມຕ້ອງການພັດທະນາເສດຖະກິດ ແລະ ຮັບປະກັນການປ່ອຍອາຍພິດລົງລະດັບ 0. ເພາະສະນັ້ນ, ຕາມຂ້າພະເຈົ້າຫວຽດນາມ ຕ້ອງພັດທະນາຕາມທິດພະລັງງານສະອາດ ແລະ ພະລັງງານທົດແທນ.

TAG
VOV/VOVworld/ພະ​ລັງ​ງານ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ