(vovworld) - ໃນອາທິດຜ່ານມາ, ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ໄດ້ຮັບໂທລະສັບ, ອີແມວຈາກຜູ້ຟັງລາວ ທີ່ສົ່ງມາລາຍການພາກພາສາລາວ, VOV. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ເພື່ອນ ສຸກມະລີວົງ, ຢູ່ເມືອງ ປາກເຊ; ເພື່ອນ ສຸກສາຄອນ, ຢູ່ແຂວງຊຽງຂວາງ; ເພື່ອ ເພັດມະລີ ດວງດີ, ຢູ່ແຂວງ ຫຼວງພະບາງ ແລະ ຜູ້ຟັງບາງທ່ານໄດ້ໂທລະສັບ, ສົ່ງຂໍ້ຄວາມເຖິງລາຍການເພື່ອອວຍພອນ 91 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ. ໃນນັ້ນໄດ້ອວຍພອນໃຫ້ບັນດາການນຳ, ນັກຂ່າວ, ບັນນາທິການ, ນັກເຕັກນິກ, ບັນດາຜູ້ທີ່ເຮັດວຽກງານໜັງສືພິມຫວຽດນາມ ເວົ້າລວມ ກໍຄືບັນດາອ້າຍ, ເອື້ອຍ, ນ້ອງໃນພາກພາສາລາວ, VOV ເວົ້າສະເພາະຈົ່ງບັນລຸໄດ້ຜົນງານຫຼາຍຢ່າງໃນວຽກງານຂອງຕົນ ແລະ ອວຍພອນໃຫ້ລາຍການນັບມື້ນັບພັດທະນາ.

ເພື່ອນ ກຽງແກ້ວ ວິໄລຈິດ, ຢູ່ແຂວງຊຽງຂວາງ ໄດ້ສົ່ງອີແນວມາຍັງລາຍການໂດຍໃຫ້ຮູ້ວ່າ: ຜ່ານລາຍການພາກພາສາລາວ, ຂ້າພະເຈົ້າຢາກຊອກຮູ້ຕື່ມອີກກ່ຽວກັນເນື້ອໃນຂອງການໂອ້ລົມສົນທະນາລະຫວ່າງກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ລາວ ທີ່ຫາກໍດຳເນີນຢູ່ຫວຽດນາມ ໃນອາທິດຜ່ານມາ.
ເພື່ອນ ກຽງແກ້ວ ວິໄລຈິດ ທີ່ຮັກແພງ, ວັນທີ 17/06, ຜ່ານມາຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ຈັດການໂອ້ລົມສົນທະນາລະຫວ່າງກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ກະຊວງແຜນການ ແລະ ການລົງທຶນລາວ. ຢູ່ທີ່ນີ້, 2 ກະຊວງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການດ້ານເສດຖະກິດລວມ ແລະ ສະພາບແວດລ້ອມແຫ່ງການລົງທຶນຂອງ 2 ປະເທດໃນໄລຍະຜ່ານມາ, ກໍຄືການຜັນຂະຫຍາຍ, ປະຕິບັດແຜນການເສດຖະກິດ, ສັງຄົມໄລຍະ 2016 – 2020. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານລັດຖະມົນຕີ ຫງວຽນຈິ໋ຢຸງ ໄດ້ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ການພົວພັນລະຫວ່າງຫວຽດນາມ - ລາວ ໄດ້ມີການພັດທະນາຢ່າງແຮງ, 2 ຝ່າຍບັນລຸໄດ້ບັນດາໝາກຜົນທີ່ດີງາມ ໃນການການລົງນາມໃນບັນດາສັນຍາການຄ້າ 2 ຝ່າຍ ແລະ ຜັນຂະຫຍາຍບັນດາໂຄງການທີ່ໄດ້ຮັບການລົງນາມແລ້ວໃຫ້ສະດວກທີ່ສຸດ. ຄຽງຂ້າງນັ້ນ, ທ່ານລັດຖະມົນຕີ ຫງວຽນຈິ໋ຢຸງ ຖືວ່າ, ເນື້ອໃນທີ່ຕ້ອງໄດ້ຮັບຄວາມສົນໃຈນັ້ນແມ່ນ ສ້າງຄະນະກຳມະການລະຫວ່າງລັດຖະບານ, ການຮ່ວມມື 2 ຝ່າຍໃຫ້ສົມບູນ ເພື່ອກົນໄກນີ້ບັນລຸປະສິດທິຜົນສູງສຸດ. ສຳລັບການຮ່ວມມືລົງທຶນ, ທ່ານລັດຖະມົນຕີ ຫງວຽນຈິ໋ຢຸງ ສະເໜີໃຫ້ກົມສົ່ງເສີມການລົງທຶນລາວ ແລະ ກົມພັດທະນາວິສາຫະກິດຫວຽດນາມ ຕ້ອງສົມທົບກັນຢ່າງແໜ້ນແຟ້ນກວ່າ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຫວຽດນາມ ເຄື່ອນໄຫວຢ່າງມີປະສິດທິຜົນ, ຊຸກຍູ້ການລົງທຶນ, ການຄ້າໃຫ້ວິສາຫະກິດຫວຽດນາມ ເຄື່ອນໄຫວຢ່າງມີປະສິດທິຜົນ, ຊຸກຍູ້ການລົງທຶນ, ການຄ້າລະຫວ່າງ 2 ປະເທດ. ເມື່ອແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຂອງລາວ, ທ່ານລັດຖະມົນຕີ ສຸພັນ ແກ້ວມີໄຊ ໃຫ້ຮູ້ວ່າ, ລາວໄດ້ຮັບປະກັນຄວາມມີສະຖຽນລະພາບດ້ານການເມືອງ, ເສດຖະກິດໄດ້ຮັບການເຕີບໂຕຢ່າງລຽນຕິດ, GDP ປີ 2014 – 2015 ບັນລຸ 7,5% ແລະ ໃນ 6 ເດືອນຕົ້ນປີ 2016, ຄາດວ່າ GDP ບັນລຸ 6,9% - 7%. ໃນໄລຍະຈະມາເຖິງ, ຄາດໝາຍຮອດປີ 2030, ລາວ ສູ້ຊົນພັດທະນາເສດຖະກິດສັງຄົມ, ນຳປະເທດຊາດໃຫ້ກາຍເປັນປະເທດມີລາຍຮັບປານກາງສູງ ຕາມທິດເຕີບໂຕຂຽວ ແລະ ໝັ້ນຄົງ. ທ່ານລັດຖະມົນຕີ ສຸພັນ ແກ້ວມີໄຊ ປາດຖະໜາວ່າ, ກະຊວງແຜນການ ແລະ ການລົງທຶນ 2 ປະເທດ ຈະສືບຕໍ່ສຳຫຼວດ, ຕີລາຄາຄືນບັນດາໂຄງການເຊິ່ງ 2 ຝ່າຍໄດ້ລົງນາມໃນໄລຍະ 2016 – 2020 ແລະ ສືບຕໍ່ປະຕິບັດບັນດາໂຄງການທີ່ໄດ້ຮັບການລົງນາມຢ່າງມີປະສິດທິຜົນ.
ເພື່ອນ ດາລາວັນ ສີຫະລາດ, ຢູ່ແຂວງ ຫົວພັນ ໄດ້ສົ່ງຂໍ້ຄວາມ ໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຍິນວ່າ ໃນຕົ້ນເດືອນ 06 ນີ້, ຢູ່ແຂວງ ຈຳປະສັກ ໄດ້ດຳເນີນພິທີເປີດສະຫຼອງທະນາຄານ Sacombank Lao, ສາຂາ ແຂວງ ຈຳປະສັກ. ຂ້າພະເຈົ້າຢາກໄດ້ຮັບຟັງໂດຍຫຍໍ້ກ່ຽວກັບການເຄື່ອນໄຫວນີ້.
ເພື່ອນ ດາລາວັນ ສີຫະລາດ ທີ່ຮັກແພງ, ທະນາຄານ ໄຊງອນເທືອງຕິ໋ນລາວ ຈຳກັດ (Sacombank Lao) ຫາກໍ່ຈັດພິທີເປີດສະຫຼອງສາຂາຢູ່ແຂວງ ຈຳປະສັກ. ສຳນັກງານສາຂາ ຈຳປະສັກ ໄດ້ຮັບການກໍ່ສ້າງດ້ວຍເນື້ອທີ່ດິນກວ່າ 500 ຕາລາງແມັດ, ດ້ວຍຍອດເງິນລົງທຶນກວ່າ 400.000 USD, ຢູ່ເມືອງ ປາເຊ, ເຊິ່ງແມ່ນແຫ່ງທີ່ເຕົ້າໂຮມພົນລະເມືອງ ແລະ ວິສາຫະກິດເຄື່ອນໄຫວຜະລິດເປັນຈຳນວນຫຼວງຫຼາຍຂອງແຂວງ ຈຳປະສັກ. ທີ່ພິທີເປີດສະຫຼອງ, ທ່ານ ຟ້າມກວາງຟຸ໋, ຜູ້ອຳນວຍການໃຫຍ່ Sacombank Lao ໃຫ້ຮູ້ວ່າ, ດ້ວຍການເປີດສະຫຼອງ ແລະ ນຳເຂົ້າເຄື່ອນໄຫວສາຂາຢູ່ແຂວງຈຳປະສັກ, Sacombank Lao ໄດ້ຢືນຢັນຄວາມຕັດສິນໃຈລົງທຶນ ແລະ ພັດທະນາການດຳເນີນທຸລະກິດຢ່າງຍາວນານຢູ່ລາວ ແລະ ນີ້ກໍແມ່ນພາກສ່ວນໜຶ່ງໃນຍຸດທະສາດເປີດສາຂາຢູ່ທຸກແຂວງ, ນະຄອນຂອງລາວ ເພື່ອແນໃສ່ຫັນຄາດໝາຍໃຫ້ກາຍເປັນທະນາຄານຂາຍຍ່ອຍອັນດັບໜຶ່ງຢູ່ລາວຢ່າງແທ້ຈິງ, ເລື່ອງເປີດສະຫຼອງສາຂາ Sacombank Lao ຈະຊ່ວຍໃຫ້ລູກຄ້າເຊິ່ງແມ່ນວິສາຫະກິດ, ປະຊາຊົນທຸກຊັ້ນວັນນະຢູ່ທ້ອງຖີ່ນ ກໍຄືພໍ່ແມ່ຊາວຫວຽດນາມ ແລະ ບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນ, ດຳເນີນທຸລະກິດຢູ່ລາວ, ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນລະຫວ່າງປະຊາຄົນວິສາຫະກິດ 2 ປະເທດ. ແລະກໍໃນໂອກາດນີ້, Sacombank Lao ໄດ້ມອບຈຳນວນເງິນ 40 ລ້ານກີບ ໃຫ້ກອງທຶນໜູນຊ່ວຍຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຂອງແຂວງຈຳປະສັກ; ໜູນຊ່ວຍສະມາຄົມຊາວຫວຽດນາມ ອາໄສຢູ່ເມືອງ ປາກເຊ ຈຳນວນເງິນ 40 ລ້ານກີບ ເພື່ອປະກອບສ່ວນຊ່ວຍປະຊາຊົນຜູ້ທີ່ຖືກເຄາະຮ້າຍຍ້ອນຕະຫຼາດຖືກໄຟໄໝ້ໃນເດືອນ 05 ຜ່ານມາ.
ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຝັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມືມັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊ່ອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com.




