logo

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

2025/10/18 | 07:56:35
(VOVWORLD) - ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.
ພາບປະກອບ: REUTERS/Bruno Kelly

ວັນທີ 17 ຕຸລາ, ສປຊ ກ່າວເຕືອນວ່າ ມີເກືອບ 80% ຈຳນວນຄົນທຸກຍາກທີ່ສຸດ ປະມານ 900 ລ້ານຄົນ ໃນໂລກ ພວມປະເຊີນໜ້າກັບບັນດາໄພອັນຕະລາຍກ່ຽວກັບດິນຟ້າອາກາດ ຍ້ອນປະກົດການໜ່ວຍໂລກອູ່ນຂຶ້ນ, ພ້ອມທັງຕ້ອງຮັບຜົນຕາມມາຍ້ອນການຂາດຄວາມສະເໝີພາບລະຫວ່າງຍິງຊາຍຢ່າງເລິກເຊິ່ງ. ບົດລາຍງານປະຈຳປີໂດຍອົງການ ສປຊ ເພື່ອການພັດທະນາ (UNDP) ສົມທົບກັບຂໍ້ລິເລີ່ມພັດທະນາມະນຸດ ແລະ ຕ້ານໄພອຶດຫິວທຸກຍາກ Oxford ປະກາດສະແດງໃຫ້ເຫັນວ່າ ມີປະມານ 1,1 ຕື້ຄົນ, ກວມເອົາ 18%ໃນຈຳນວນ 6,3 ຕື້ຄົນຢູ່ 109 ປະເທດ ແລະ ເຂດແຄ້ວນ ພວມດຳລົງຊີວິດໃນສະພາບການທຸກຍາກຢ່າງຮ້າຍແຮງ. ຕາມການກ່າວເຕືອນຂອງນັກຊ່ຽວຊານແລ້ວ, ເມື່ອໜ່ວຍໂລກອູ່ນຂຶ້ນໂດຍໄວ, ສະພາບການນີ້ອາດຈະຮ້າຍແຮງກ່ວາອີກ. ດັ່ງນັ້ນ, ບັນດາປະເທດທຸກຍາກທີ່ສຸດໃນປັດຈຸບັນ ມີຄວາມສ່ຽງຖືກຜົນສະທ້ອນຢ່າງຮ້າຍແຮງຈາກບັນຫາອູນຫະພູມເພີ່ມຂຶ້ນສູງ. ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.

 

TAG
VOV/VOVworld/ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າອ​າ​ກາດ/ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ