ແຕ່ລະປະເທດລ້ວນແຕ່ມີວິທີຈັດຕັ້ງ, ຕ້ອນຮັບປີໃໝ່ຕາມຮີດຄອງປະເພນີສະເພາະຂອງຕົນ. ເມື່ອເວົ້າເຖິງ ບຸນປີໃໝ່ລາວ, ຜູ້ໃດກໍ່ຄິດເຖິງບຸນຫົດນຳ້ເພື່ອຂໍໂຊກຂໍໄຊ ແລະ ພິທີບາສີສຸຂັວນ... ມີແຂກທ່ອງທ່ຽວຫຼາຍຄົນມັກໄປຢ້ຽມຢາມລາວໃນຍາມບຸນປີໃໝ່ ເພື່ອໄດ້ເຈື່ອຈານເຂົ້າກັບບັນຍາກາດຟົດຟື້ນມ່ວນຊື່ນຂອງງານບຸນ. ສຳລັບຊາວຫວຽດນາມທີ່ເຄິຍເຂົ້າຮ່ວມບຸນປີໃໝ່ປະເພນີຂອງລາວແລ້ວ, ຜູ້ໃດກໍ່ມີຄວາມຮູ້ສຶກທີ່ແຕກຕ່າງກັນ. ແຕ່ເຂົາເຈົ້າລ້ວນແຕ່ມີຄວາມເຫັນດຽວກັນທີ່ວ່າ: ບຸນປີໃໝ່ປະເພນີຂອງລາວແມ່ນງານບຸນທີ່ມີຄວາມປະທັບໃຈ ແລະ ແມ່ນອະນຸສອນທີ່ຍາກຈະຫຼົງລື່ມໄດ້.

ປ້າ Nguyen Thi Thanh, ເຄີຍໄປ ທ່ອງທ່ຽວ, ໄປຢ້ຽມຢາມຍາດຕິພີ່ນ້ອງທີ່ພວມດຳລົງຊີວິດຢູ່ລາວ ຫຼາຍເທື່ອແລ້ວ. ແຕ່ປີທີ່ຜ່ານມາ ປ້າຈຶ່ງມີໂອກາດເຂົ້າຮ່ວມງານບຸນປີໃໝ່ລາວ. ສຳຫຼັບປ້າ Thanh ແລ້ວ, ເມື່ອໄດ້ເຂົ້າຮ່ວມງານບຸນປີໃໝ່, ບຸນຫົດນ້ຳຂອງລາວ ກໍ່ແມ່ນວ່າໄດ້ເຂົ້າຮ່ວມການເຄື່ອນໄຫວວັດທະນະທຳທີ່ມີຊີວິດຊີວາ ແລະ ເຂັ້ມຄົ້ນໄປດ້ວຍສີສັນລາວ. ປ້າມັກປະເພນີຕ້ອນຮັບປີໃໝ່ຢູ່ລາວຫຼາຍ, ມັນແຕກຕ່າງກັບປະເພນີຕ້ອນຮັບປີໃໝ່ຂອງຫວຽດນາມ, ເຖິງວ່າຈະງ່າຍດາຍກໍຕາມ ແຕ່ພັດມ່ວນຊື່ນ ແລະ ປະຢັດຫຼາຍ. ໂດຍແມ່ນຜູ້ເຊື່ອຖືສາສະໜາພຸດ, ປ້າມີຄວາມປະທັບໃຈທີ່ສຸດເມື່ອໄດ້ເຫັນປະຈັກຕາຜູ້ຄົນທັງຫຼາຍພາກັນເຂົ້າວັດພາວະນາຂໍໂຊກຂໍໄຊໃນຕອນເຊົ້າຂອງບຸນປີໃໝ່:
“ຂ້າພະເຈົ້າແມ່ນຜູ້ເຊື່ອຖືສາສະໜາພຸດ, ດັ່ງນັ້ນ ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດເມື່ອເຫັນຄົນລາວ, ທັງຜູ້ເຖົ້າຜູ້ແກ່, ທັງລຸ້ນໜຸ່ມ, ຜູ້ຍິງ, ຜູ້ຊາຍ ລ້ວນແຕ່ນຸ່ງເສື້ອຊຸດງາມພາກັນເຂົ້າວັດໃນຕອນເຊົ້າຂອງບຸນປີໃໝ່. ຂ້າພະເຈົ້າມັກຮີດຄອງປະເພນີຫົດນ້ຳຫອມໃສ່ພະພຸດທະຮູບ ແລະ ຄູບາອາຈານກໍ່ຄືຫົດນ້ຳໃຫ້ກັນເພື່ອສະແດງຄວາມເຄົາລົບນັບຖື ແລະ ອວຍໄຊໃຫ້ພອນແກ່ກັນ. ອາດເວົ້າໄດ້ວ່າ: ຮີດຄອງປະເພນີນີ້ມີຄວາມໝາຍຫຼາຍ”

ເດືອນ 4 ແລະ ເດືອນ 5 ແມ່ນເວລາຮ້ອນທີ່ສຸດໃນປີ, ອາກາດໃນຍາມນີ້ພຽງແຕ່ມີແດດຮ້ອນເທົ່ານັ້ນ. ຍ້ອນອາກາດຮ້ອນຄືແນວນັ້ນຈຶ່ງເຮັດໃຫ້ບຸນຫົດນ້ຳມີຄວາມຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍຂຶ້ນຕື່ມ. ກະແສນ້ຳຈະບັນເທົາ ອາກາດຮ້ອນເອົ້າຂອງວັນບຸນ ແລະ ລົບລ້າງທຸກສິ່ງທີ່ບໍ່ຈົບບໍ່ງາມໃນປີ. ຖ້າວ່າອາກາດຈະຮ້ອນເອົ້າຄືແນວນັ້ນ ແຕ່ວ່າບັນຍາກາດຢູ່ລາວໃນຊຸມວັນບຸນປີໃໝ່ນີ້ຄືວ່າງາມກ່ວາເວລາໃດໝົດໃນປີ, ທ້ອງຟ້າສົດໃສກ່ວາ, ດອກຈຳປາ, ດອກຝາງ...ບານອອກຢູ່ທ່ົວທຸກແຫ່ງ. ໂດຍໄດ້ເຂົ້າກັບບັນຍາກາດຟົດຟື້ນມ່ວນຊື່ນຂອງບຸນປີໃໝ່ຢູ່ ລາວ 2 ເທື່ອແລ້ວ, Tran Viet Quan, ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ໄດ້ມີຄວາມຮູ້ສຶກກ່ຽວກັບວັນບຸນນີ້ວ່າ:
“ໃນເບື້ອງຕົ້ນນ້ອງບໍ່ມັກບຸນປີໃໝ່ລາວ ປານໃດ, ເພາະວ່າຖືກຫົດນ້ຳປຽກໝົດແລ້ວມັນຈະມ່ວນແນວໃດ? ແຕ່ວ່າ, ເມື່ອນັກສຶກສາພວກນ້ອງຈັດບຸນປີໃໝ່ລາວ, ນ້ອງຈຶ່ງຮູ້ສຶກວ່າມ່ວນຫຼາຍ. ໃນໂອກາດນີ້, ພວກນ້ອງກໍ່ແຕ່ງເຍື່ອງອາຫານຕ່າງໆຂອງຄົນລາວ ແລະ ຫົດນ້ຳຄືຄົນລາວ. ເມື່ອເຂົ້າຮ່ວມບຸນຫົດນ້ຳ ແລະ ສຸຂັວນໄດ້ຮັບຄຳອວຍພອນທີ່ມີຄວາມໝາຍຈາກໝູ່ເພື່ອນ ນ້ອງດີໃຈຫຼາຍ ເພາະຄິດວ່າ ປີນີ້ຈະໄດ້ຮັບແຕ່ສິ່ງທີ່ໂຊກດີ”

ໃນເວລາ 10 ປີທີ່ຮຳ່ຮຽນ ແລະ ດຳລົງຊີວິດຢູ່ເມືອງລາວ, ອ້າຍ Doan Van Minh ໄດ້ມີໂອກາດເຂົ້າຮ່ວມບຸນປີໃໝ່ຫຼາຍເທື່ອແລ້ວ. ອ້າຍແມ່ນຜູ້ທີ່ມີຄວາມໃກ້ສິດ ແລະ ເຂົ້າໃຈບັນດາຮີດຄອງປະເພນີຂອງຄົນລາວຄືດັ່ງຄົນລາວແທ້ໆ. ອ້າຍຍັງຈົດຈຳເວລາທີ່ໄດ້ຕ້ອນຮັບບຸນປີໃໝ່ພ້ອມກັບຄອບຄົວຄົນລາວ, ໄດ້ເຂົ້າຮ່ວມພິທີບາສີສຸຂັວນ, ໄດ້ຫົດນ້ຳຫອມ ແລະ ກິນລາບຕາມປະເພນີຂອງຄົນລາວຢູ່:
“ແຕ່ລະເທື່ອເມື່ອຂ້າພະເຈົ້າຕ້ອນຮັບບຸນປີໃໝ່ພ້ອມກັບຄອບຄົວຄົນລາວ ນັ້ນ ເຂົາເຈົ້າລ້ວນແຕ່ຕ້ອນຮັບຂ້າພະເຈົ້າຄືດັ່ງສະມາຊິກໃນຄອບຄົວຂອງຕົນ. ຈຸດພິເສດຂອງບຸນປີໃໝ່ລາວນັ້ນແມ່ນ ຜູ້ໃດປຽກໂຕ ແລະ ໄດ້ຮັບຄຳອວຍພອນຫຼາຍຜູ້ນັ້ນຈະມີຄວາມໂຊກດີໃນປີໃໝ່. ນອກຈາກນັ້ນ, ນ້ຳໃຈຮັກແພງແຂກຄົນຂອງຄົນລາວກໍພິເສດ, ໃນໂອກາດບຸນປີໃໝ່, ຄອບຄົວໃດກໍເປີດກ້ວາງປະຕູເພື່ອຕ້ອນຮັບແຂກ, ນັບທັງຜູ້ທີ່ບໍ່ລຶງເຄີຍ”
ຜູ້ໃດມີໂອກາດຕ້ອນຮັບບຸນປີໃໝ່ພ້ອມກັບຄອບຄົວຄົນລາວ ແມ່ນຍາກທີ່ຈະລື່ມໄດ້ນ້ຳໃຈອັນອົບອຸ່ນສະໜິດສະໜົມເຊິ່ງຄົນລາວໄດ້ສະຫງວນໃຫ້, ແລະນັ້ນຈະແມ່ນອະນຸສອນທີ່ດີກ່ຽວກັບປະເທດລ້ານຊ້າງທີ່ສວຍງາມ.




