logo

ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ສົມ​ທົບ​ການ​ຄົ້ນ​ຫາ​ອາ​ຫານ​ການ​ກິນຢູ່ ຮ່າ​ໂນ້ຍ

2026/3/26 | 08:12:02
(VOVWORLD) - ບັນດາລາຍການທ່ອງທ່ຽວສົມທົບກັບຄົ້ນຫາອາຫານການກິນ ຫຼື ແຕ່ງກິນນັ້ນ ແມ່ນລາຍການທີ່ໄດ້ຮັບຄວາມນິຍົມຫຼາຍພໍສົມຄວນຢູ່ ຮ່າໂນ້ຍ ແລະ ຮູບແບບຫ້ອງຮຽນແຕ່ງກິນພ້ອມກັບຊາວທ້ອງຖິ່ນ ກໍພວມດຶງດູດແຂກທ່ອງທ່ຽວສາກົນຫຼາຍຄົນມາ ຮ່າໂນ້ຍ.

ເພື່ອນ Shin Makino, ຢູ່ແຂວງ Saitama, ຍີ່ປຸ່ນ, ໄດ້ແບ່ງປັນວ່າ: “ໂດຍເປັນຜູ້ຟັງປະຈຳຂອງ VOV ມາແຕ່ດົນນານ, ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ສຸດເພື່ອເຫັນການປ່ຽນແປງ ແລະ ການພັດທະນາຜ່ານແຕ່ລະໄລຍະຂອງບັນດາລາຍການກະຈາຍສຽງຂອງ ຫວຽດນາມ. ດ້ວຍການພັດທະນາຂອງສັງຄົມໃນຍຸກຫັນເປັນດີຈີຕອນ, ຫວັງວ່າ VOV ຈະຍັງຄົງຮັກສາບັນດາຄຸນຄ່າອັນດີງາມໄວ້ໄດ້ ໄປຄຽງຄູ່ກັນນັ້ນແມ່ນມີການປ່ຽນແປງໃໝ່ຢ່າງປະດິດຄິດສ້າງຫຼາຍກວ່າອີກເພື່ອໄປທັນກັບທ່າອ່ຽງຂອງສັງຄົມ”.

ສ່ວນເພື່ອນ ຄຳມະນີ ຢູ່ນະຄອນຫຼວງ ວຽງຈັນ ໄດ້ແບ່ງປັນຄວາມປະທັບໃຈຂອງຕົນກັບພວກຂ້າພະເຈົ້າ ພາຍຫຼັງອ່ານບົດຂຽນທີ່ມີຫົວຂໍ້ “ແມ່ຍິງຊາວເຜົ່າມົ້ງ ຢູ່ໝູ່ບ້ານອາຊີບຕ່ຳປໍປ່ານ ລຸ່ງຕາມ ແຂວງ ຕວຽນກວາງ ແນະນຳອາຊີບພື້ນເມືອງອອກສູ່ໂລກ” ຄືດັ່ງນີ້: “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດກັບຮູບພາບແມ່ຍິງຜູ້ຮ່າງນ້ອຍ, ເຖິງວ່າອາຍຸສູງແລ້ວກໍຕາມ ແຕ່ຍັງເມົາມົວກັບການອະນຸລັກຮັກສາ, ພັດທະນາອາຊີບຕ່ຳປ່ານ. ເພິ່ນແມ່ນກຳລັງໜູນ ແລະ ແບບຢ່າງທີ່ດີໃຫ້ແກ່ຄົນລຸ້ນໜຸ່ມສືບຕໍ່ສືບທອດອາຊີບພື້ນເມືອງນີ້. ຢູ່ລາວ ກໍມີຫຼາຍອາຊີບຫັດຖະກຳພື້ນເມືອງຄືແນວນັ້ນ”.

ເພື່ອນ ຄຳແກ້ວ ຢູ່ນະຄອນຫຼວງ ວຽງຈັນ ຖາມມາວ່າ “ທ້າຍເດືອນ ມີນາ ນີ້, ຂ້າພະເຈົ້າ ພ້ອມດ້ວຍຄອບຄົວຈະໄປທ່ອງທ່ຽວ ຮ່າໂນ້ຍ 3 ວັນ. ໝົດທຸກຄົນໃນຄອບຄົວຂ້າພະເຈົ້າ ໃຜກໍມັກອາຫານ ຫວຽດ ສະນັ້ນ ກໍຢາກຮຽນແຕ່ງອາຫານບາງຢ່າງ. ບໍ່ຮູ້ວ່າ ຢູ່ຮ່າໂນ້ຍ, ມີລາຍການທ່ອງທ່ຽວລົງຕົວຈິງແຕ່ງກິນບໍ? ນອກຈາກການຢ້ຽມຢາມບັນດາສະຖານທີ່ທ່ອງທ່ຽວແລ້ວ, ພວກຂ້າພະເຈົ້າຢາກເຂົ້າຮ່ວມການລົງຕົວຈິງແຕ່ງກິນນຳແດ່”.

Dine With Locals  ແມ່ນລາຍການທີ່ໄດ້ຮັບຄວາມນິຍົມຫຼາຍພໍສົມຄວນ (ພາບ: Dine With Locals)

ຂໍຂອບໃຈສຳລັບການແບ່ງປັນຂອງເພື່ອນ. ສຳລັບຄຳຖາມຂອງເພື່ອນ, ພວກຂ້າພະເຈົ້າຂໍຕອບມາດັ່ງນີ້: ບັນດາລາຍການທ່ອງທ່ຽວສົມທົບກັບຄົ້ນຫາອາຫານການກິນ ຫຼື ແຕ່ງກິນນັ້ນ ແມ່ນລາຍການທີ່ໄດ້ຮັບຄວາມນິຍົມຫຼາຍພໍສົມຄວນຢູ່ ຮ່າໂນ້ຍ ແລະ ຮູບແບບຫ້ອງຮຽນແຕ່ງກິນພ້ອມກັບຊາວທ້ອງຖິ່ນ ກໍພວມດຶງດູດແຂກທ່ອງທ່ຽວສາກົນຫຼາຍຄົນມາ ຮ່າໂນ້ຍ. ເພື່ອນອາດຈະຊອກຮູ້ໃນລາຍການຈຳນວນໜຶ່ງດັ່ງນີ້: Dine With Locals, Rose Kitchen, AZ Hanoi Cooking, Vietnamese Cultural & Culinary Center ຫຼື ລາຍກ ການ ຄົ້ນ ອາ ຫານ ການ ການ ກິນ Hanoi Street Food Tours...  ຈຸດຄືກັນ ເມື່ອເຂົ້າຮ່ວມບັນດາລາຍການທ່ອງທ່ຽວເຫຼົ່ານັ້ນແມ່ນ ເພື່ອນ ແລະ ຄອບຄົວຈະມີໂອກາດທັງໄດ້ຊິມອາຫານ ຫວຽດນາມ ທັງໄດ້ສຳຜັດ ແລະ ຊອກຮູ້ກ່ຽວກັບວັດທະນະທຳ, ປະເພນີຂອງ ຫວຽດນາມ. ແຕ່ວ່າ, ແຕ່ລະລາຍການຈະມີຈຸດທີ່ເປັນເອກະລັກສະເພາະຂອງໃຜມັນ ແລະ ໄດ້ດຳເນີນຢູ່ບັນດາສະຖານທີ່ຕ່າງກັນ. ເພື່ອຊອກຮູ້ລາຍລະອຽດແຕ່ລະລາຍການນັ້ນ, ເພື່ອນສາມາດຄົ້ນຫາໃນເວັບໄຊ https://www.traveloka.com.  ພວກຂ້າພະເຈົ້າຫວັງວ່າ ບັນດາຂໍ້ມູນດັ່ງກ່າວ ຈະຊ່ວຍໃຫ້ເພື່ອນມີການລົງຕົວຈິງທີ່ຈັບໃຈຢູ່ ຮ່າໂນ້ຍ ແລະ ຢ່າລືມແບ່ງປັນຄວາມຮູ້ສຶກຂອງຕົນໃຫ້ແກ່ພວກຂ້າພະເຈົ້າແດ່ເດີ.

ຕໍ່ໄປແມ່ນຄຳຖາມຂອງເພື່ອນ ເອກກະພົນ ກໍຢູ່ນະຄອນຫຼວງ ວຽງຈັນ. ເພື່ອນຖາມວ່າ: “ບ້ານ ໂລໂລຈາຍ ແລະ ກວິ່ງເຊີນ ມີຈຸດພິເສດຫຍັງແດ່ ຈຶ່ງໄດ້ຮັບການຮັບຮອງເປັນ “ໝູ່ບ້ານທ່ອງທ່ຽວທີ່ດີທີ່ສຸດໃນໂລກ ປີ 2025?”.

ໝູ່ບ້ານ ໂລໂລຈາຍ ທີ່ເພື່ອນ ເອກກະພົນ ໄດ້ເວົ້າເຖິງນັ້ນ ແມ່ນໝູ່ບ້ານນ້ອຍຢູ່ແຂວງ ຕວຽນກວາງ, ສ່ວນໝູ່ບ້ານ ກວິ່ງເຊີນ ຕັ້ງຢູ່ແຂວງ ລ້າງເຊີນ ຂອງ ຫວຽດນາມ. ປີ 2025, ອົງການທ່ອງທ່ຽວ ສປຊ (UN Tourism) ໄດ້ຮັບຮອງເອົາ 2 ໝູ່ບ້ານດັ່ງກ່າວເປັນ “ໝູ່ບ້ານທ່ອງທ່ຽວທີີ່ດີທີ່ສຸດໃນໂລກ ປີ 2025”.

ສຳລັບໝູ່ບ້ານ ໂລໂລຈາຍ, ແມ່ນໝູ່ບ້ານທີ່ນອນຢູ່ທ່າມກາງເຂດພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານ ເຊິ່ງໄດ້ສ້າງຄວາມປະທັບໃຈຍ້ອນຄວາມງາມທີ່ລຽບງ່າຍ, ປະຖົມປະຖານ ແລະ ເຂັ້ມຂຸ້ນໄປດ້ວຍສີສັນຂອງພໍ່ແມ່ພີ່ນ້ອງຊາວເຜົ່າ ໂລໂລ. ບັນດາຊາຍຄາເຮືອນຝາດິນທີ່ມີຫຼັງຄາມຸງດ້ວຍດິນຂໍສອງຊັ້ນ, ງານບຸນທີ່ເປັນມູນເຊື້ອ, ອາຊີບຫັດຖະກຳຕ່ຳຫູກທໍໄໝພ້ອມກັບຊຸດອາພອນທີ່ຫຼາກຫຼາຍສີສັນຂອງຊາວເຜົ່າ ໂລໂລ ໄດ້ສ້າງເປັນຄວາມງາມທີ່ເປັນເອກະລັກທີ່ບໍ່ມີບ່ອນໃດຄືຂອງເຂດພູພຽງຫີນ ຕວຽນກວາງ. ແຂກທ່ອງທ່ຽວອາດຈະພ້ອມກັບປະຊາຊົນເຂົ້າຮ່ວມການຜະລິດ, ປຸງແຕ່ງອາຫານ ຫຼື ພັກຜ່ອນຢູ່ບັນດາ ໂຮມສະເຕ ທີ່ໄດ້ຮັບການບູລະນະຈາກເຮືອນເກົ່າແກ່ ແຕ່ຍັງຄົງຮັກສາຮູບຊົງຂອງທ້ອງຖິ່ນໄວ້ໄດ້.

ໝູ່ບ້ານ ໂລໂລຈາຍ

ສ່ວນຢູ່ໝູ່ບ້ານ ກວິ່ງເຊີນ ແມ່ນແບບຢ່າງດີເດັ່ນສຳລັບຮູບແບບການທ່ອງທ່ຽວຊຸມຊົນຕິດພັນກັບການອະນຸລັກຮັກສາວັດທະນະທຳຊົນເຜົ່າ ໄຕ. ໂດຍຕັ້ງຢູ່ເຂດປູຊະນີຍະສະຖານປະຫວັດສາດຊາດແຫ່ງຊາດພິເສດ ບັ້ນລຸກຮື້ຂຶ້ນ ບັກເຊີນ ແລະ ສວນສາທາລະນະທໍລະນີສາດທົ່ວໂລກ UNESCO ລ້າງເຊີນ, ກວິ່ງເຊີນ ໄດ້ເຕົ້າໂຮມຄວາມງາມຂອງທຳມະຊາດ, ຄຸນຄ່າປະຫວັດສາດ ແລະ ຄຸນຄ່າວັດທະນະທຳທີ່ເລິກເຊິ່ງ. ຈຸດພິເສດຢູ່ໝູ່ບ້ານ ກວິ່ງເຊີນ ແມ່ນ ບັນດາຊາຍຄາເຮືອນລ້ວນແຕ່ອວ່າຍໜ້າໄປສູ່ທາງທິດໃຕ້. ຕາມຄວາມເຊື່ອຖືຂອງປະຊາຊົນເຜົ່າ ໄຕ ແລ້ວ, ນີ້ແມ່ນທິດທີ່ດີ, ນຳມາເຊິ່ງຄວາມໝັ້ນແກ່ນ ແລະ ພອນໄຊສີສຸກ. ທິວທັດທຳມະຊາດທີ່ສວຍງາມ, ສຽງພິນ ຕິ໋ງ ແລະ ບັນດາກິດຈະກຳລົງຕົວຈິງທີ່ເປັນເອກະລັກຂອງວັດທະນະທຳເຜົ່າ ໄຕ ໄດ້ເຮັດໃຫ້ແຂກທ່ອງທ່ຽວສາກົນຫຼາຍຄົນຫຼົງໄຫຼ ແລະ ຢາກກັບມາທ່ຽວອີກ.

ໝູ່ບ້ານທ່ອງທ່ຽວ ກວິ່ງເຊີນ (ພາບ: vietnamtourism.gov.vn)

ດັ່ງທີ່ກ່າວມາຂ້າງທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍໃຫ້ລາຍການຂອງພວກເຮົາ ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn.

TAG
VOV/VOVworld/ໝູ່ບ້ານ ກວິ່ງເຊີນ/ໂລ​ໂລ​ຈາຍ/​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ