logo

ຄູ​ບາ, ​ສຳ​ມ​ະ​ເນນ ແລະ ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ​ອາ​ໄສ ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ ລາວ ​ຕ້ານ​ໂລກ​ລະ​ບາດ

2021/10/1 | 10:06:51
(VOVWORLD) -ຕອນເຊົ້າວັນທີ 01 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ພະອາຈານ ທິກມິງກວາງ, ຫົວໜ້າຄະນະປະສານງານພຸດທະສາສະໜາ ຫວຽດນາມ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນ ລວມມູນຄ່າ 25 ລ້ານກີບ ໃຫ້ແນວລາວສ້າງຊາດ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນລາວບັນດາເຜົ່າ ທີ່ພວມໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19.
ຄູບາ, ສຳມະເນນ ແລະ ພຸດທະສາສະນິກກະຊົນ ຫວຽດນາມ  ອາໄສ ຢູ່ ລາວ ມາມອບເຄື່ອງໃຊ້ທີ່ຈຳເປັນ ໃຫ້ແນວລາວສ້າງຊາດ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ພະອາຈານ ທິກມິງກວາງ, ເຈົ້າອາວາດວັດ ເຟິດຕິກ ວຽງຈັນ ເນັ້ນໜັກວ່າ ເຖິງວ່າເຄື່ອງຊ່ວຍເຫຼືອຈຳນວນໜ້ອຍກໍຕາມ ແຕ່ນັ້ນກໍແມ່ນນ້ຳຈິດນ້ຳໃຈຂອງຄູບາ, ສຳມະເນນ ແລະ ພຸດທະສາສະນິກກະຊົນ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງ ວຽງຈັນ ທີ່ມີຕໍ່ປະຊາຊົນ ແລະ ພຸດທະສາສະນິກກະຊົນ ລາວ.

        ໂດຍຕາງໜ້າໃຫ້ແນວລາວສ້າງຊາດ ແລະ ປະຊາຊົນ ລາວ, ທ່ານນາງ ຄຳຈັນ ພົມແສງສະຫວັນ - ຮອງປະທານຜູ້ປະຈຳການແນວລາວສ້າງຊາດ ໄດ້ຕີລາຄາສູງຕໍ່ການກະທຳອັນສູງສົ່ງ ແລະ ຈົບງາມນີ້ຂອງ ຄູບາສຳມະເນນ ແລະ ພຸດທະສາສະນິກກະຊົນ ຫວຽດນາມ ອາໄສ ຢູ່ ລາວ. ທ່ານນາງຢັ້ງຢືນວ່າ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ເວົ້າລວມ ແລະ ຄູບາ, ສຳມະເນນ ຫວຽດນາມ ຢູ່ ລາວ ເວົ້າສະເພາະ ຍາມໃດກໍເອົາໃຈໃສ່, ເປັນຫ່ວງເປັນໃຍ ແລະ ຕິດຕາມສະພາບການຜັນແປຂອງພະຍາດຢູ່ລາວຢ່າງໃກ້ຊິດ, ຍາມໃດກໍພ້ອມທີ່ຈະຮ່ວມແຮງຮ່ວມໃຈໃຫ້ການຊ່ວຍເຫຼືອປະຊາຊົນ ລາວ ໃນຍາມປະສົບກັບຄວາມຫຍຸ້ງຍາກ.

TAG
VOV/VOVworld/​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ/ແນວ​ລາ​ວ​ສ້າງ​ຊາດ/ຄູ​ບາ/​ສຳ​ມ​ະ​ເນນ/ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ