![]() |
| “ຄວາມງາມແສງສະຫວ່າງ” ແມ່ນຊື່ຂອງງານວາງສະແດງຮູບຖ່າຍພິເສດລະຫວ່າງນັກດົນຕີທີ່ນິຍົມຖ່າຍຮູບ ແລະ ນັກຖ່າຍຮູບນິຍົມຊອບຊອບດົນຕີ. |
![]() |
| ນັ້ນແມ່ນນັກເສບ ຊາໂຊຟົນ ເຈີນແມ້ງຕ້ວນ ແລະ ນັກຖ່າຍຮູບ ຫງວຽນຫວຽດແທງ. |
![]() |
| ແສງສະຫວ່າງແມ່ນສິ່ງລິເລີ່ມຂອງການດຳລົງຊີວິດ. ແສງສະຫວ່າງກໍແມ່ນຈຸດລິເລີ່ມຂອງອາຊີບຖ່າຍຮູບ - ຄວາມຄາດຫວັງ ແລະ ຫົວຄິດປະດິດສ້າງຂອງມະນຸດເພື່ອບັນທຶກຄວາມງາມຂອງແສງສະຫວ່າງຜ່ານຮູບຖ່າຍ. |
![]() |
| VOV5 ຂໍແນະນຳບັນດາຮູບຖ່າຍຂອງນັກຖ່າຍຮູບສອງຄົນນີ້ໃນຊຸດຮູບຖ່າຍທີ່ ງານວາງສະແດງຮູບຖ່າຍ “ຄວາມງາມແສງສະຫວ່າງ” ເນື່ອງໃນໂອກາດເປີດຮ້ານຂາຍຜະລິດຕະພັນຂອງບໍລິສັດກ້ອງຖ່າຍ Leica |
![]() |
| ນັກຖ່າຍຮູບ ຫງວຽນຫວຽດແທງ ເກີດປີ 1970 ຢູ່ຮ່າໂນ້ຍ. ຫວຽດແທງ ຮຽນຈົບມະຫາວິທະຍາໄລວັດທະນະທຳຮ່າໂນ້ຍ, ຂະແໜງບູຮານຄະດີ. |
![]() |
| ປີ 1994, ດ້ວຍຄວາມເມົາມົວກັບການຖ່າຍຮູບ, ຫວຽດແທງ ໄດ້ກາຍເປັນມືກ້ອງຂອງ ໜັງສືພິມ ຫວຽດນາມນິວ ສັງກັດສຳນັກຂ່າວສານຫວຽດນາມ. |
![]() |
| ຫງວຽນຫວຽດແທງ ເຂົ້າຮ່ວມຊຸດຮຽນວິທີຖ່າຍຮູບສື່ມວນຊົນ ອິນໂດຈີນໂດຍສຳນັກຂ່າວສານ AP ຈັດຂຶ້ນເມື່ອປີ 2001. |
![]() |
| ປີ 2005, ຫງວຽນຫວຽດແທງ ເຂົ້າຮ່ວມຊຸດຮຽນ “ພາສາຮູບພາບ” ຢູ່ສະຖາບັນສື່ມວນຊົນ ແບກແລງ ປະເທດເຢຍລະມັນ ແລະ ແມ່ນນັກສຶກສາຫວຽດນາມພຽງຄົນດຽວທີ່ຮຽນຈົບດ້ວຍຜົນງານດີເດັ່ນ. |
![]() |
| ຈາກນັ້ນ, ຫວຽດແທງ ໄດ້ເລືອກເອົາເສັ້ນທາງເປັນມືກ້ອງອາຊີບສື່ມວນຊົນ. |
![]() |
| ດ້ວຍຮູບຖ່າຍຫຼາຍແຜ່ນທີ່ນຳມາວາງສະແດງທີ່ງາມວາງສະແດງຮູບຖ່າຍສານກົນ ແລະ ໄດ້ຮັບຫຼາຍລາງວັນອັນລ້ຳຄ່າ, ປະຈຸບັນ, ຫວຽດແທງ ແມ່ນໜຶ່ງໃນບັນດາຕົວເດັ່ນຂອງຮູບຖ່າຍສື່ມວນຊົນຫວຽດນາມຍຸກປະຈຸບັນ. |
![]() |
| ນອກຈາກນັ້ນ, ຫວຽດແທງ ຍັງແມ່ນທູດຂອງກ້ອງຖ່າຍຮູບຍີ່ຫໍ້ Leica M ຢູ່ຫວຽດນາມ. ລາວເຄີຍເຂົ້າຮ່ວມໃນງານວາງສະແດງ ແລະ ຊຸດຮຽນວິທີຖ່າຍຮູບຂອງ Leica ຢູ່ຫວຽດນາມ. |
![]() |
![]() |
![]() |
| ເຈີນແມ້ງຕ້ວນ ກຳເນີດຂຶ້ນຢູ່ຮ່າໂນ້ຍ ໃນຄອບຄົວທີ່ມີມູນເຊື້ອສິລະປະການສະແດງບົນເວທີ. ພໍ່, ແມ່, ເອື້ອຍ, ນ້ອງຂອງລາວ ກໍລ້ວນແຕ່ແມ່ນນັກສິລະປີນ ຂັບກາຍເລືອງ. |
![]() |
| ເຈີນແມ້ງຕ້ວນ ເລີ່ມເສບ ຊາໂຊຟົນ ນັບແຕ່ປີ 1979 ແລະ ກໍແມ່ນນັກດົນຕີຫວຽດນາມຄົນທຳອິດໄດ້ຮັບທຶນການສຶກສາຂອງມະຫາວິທະຍາໄລດົນຕີ Berklee ທີ່ Boston. |
![]() |
| ນັກຮ້ອງ ຮົ່ງຍຸງ. |
![]() |
![]() |
| ເຈີນແມ້ງຕ້ວນ ສ້າງຕັ້ງກອງດົນຕີ ເຟືອງດົງ ເມື່ອປີ 1991 . ໃນງານປະກວດດົນຕີລະດັບຊາດ, ເຈີນແມ້ງຕ້ວນ ໄດ້ຮັບຫຼຽນຄຳ ແລະ ນາມມະຍົດ “ນົກເສບ ຊາໂຊຟົນ ມ່ວນທີ່ສຸດຢູ່ຫວຽດນາມ” |
![]() |
| ໃນພາລະກິດເຄື່ອນໄຫວດົນຕີຂອງຕົນ, ເຈີນແມ້ງຕ້ວນ ໄດ້ໃຫ້ຈຳໜ່າຍ 17 ແຜ່ນ CD ແລະ 2 ແຜ່ນ DVD ແລະ ໄດ້ຮ່ວມມືກັບນັກຮ້ອງສຽງດັງຫຼາຍຄົນຂອງຫວຽດນາມ. |
![]() |
| ເຈີນແມ້ງຕ້ວນ ໄດ້ທຳການສະແດງຢູ່ກວ່າ 60 ປະເທດໃນໂລກເຊັ່ນ: ຍີປຸ່ນ, ລັດເຊຍ, ຈີນ, ໄທ, ສິງກະໂປ, ອາເມລິກາ ແລະ ຫຼາຍປະເທດໃນເອີລົບ. |
![]() |
| ເຈີນແມ້ງຕ້ວນ ໄດ້ຮັບຖືວ່າ ແມ່ນຜູ້ນຳໜ້າໃນຂະບວນດົນຕີ jazz ຢູ່ຫວຽດນາມ, ລາວກໍເປັນຜູ້ຮັບຜິດຊອບດ້ານດົນຕີໃຫ້ແກ່ຫຼາຍເຫດການດົນຕີທີ່ສຳຄັນ. |
![]() |
| ນອກຈາກດົນຕີແລ້ວ, ເຈີນແມ້ງຕ້ວນ ຍັງເມົາມົວກັບການຖ່າຍຮູບທີ່ສຸດ. ລາວມີບັນດາກ້ອງຖ່າຍຮູບ Leica ແລະ ເຂົ້າຮ່ວມບັນດາເຫດການທີ່ສຳຄັນຂອງ Leica ຢູ່ຫວຽດນາມ. |
![]() |




