logo

ຄວາມງາມໃນກາບກອນຂອງບັນດານັກກະວີໜຸ່ມທີ່ນະຄອນໂຮ່ຈິມິນ

2018/3/27 | 03:10:48
(VOVWORLD) -ສະໂມສອນກາບກອນໜຸ່ມໂດຍສະມາຄົມນັກປະພັນວັນນະຄະດີນະຄອນໂຮ່ຈິມິນຈັດຕັ້ງເມື່ອມໍ່ໆມານີ້ ໄດ້ກາຍເປັນບ່ອນພົບປະແລກປ່ຽນລະຫວ່າງໄວໜຸ່ມແຕ່ງກາບກອນ, ແບ່ງປັນຄວາມໃນໃຈ ແລະ ສ້າງຄວາມໃຝ່ຝັນດ້ານກາບກອນໃນປາຍປາກກາໜຸ່ມແໜ້ນແຕ່ລະຄົນຂອງນະຄອນ ແລະ ນີ້ຍັງແມ່ນບ່ອນເພື່ອສະແດງຄວາມງາມໃນການປະດິດແຕ່ງຂອງເຂົາເຈົ້າອີກດ້ວຍ
 ພິທີສະຫຼຸບ ແລະ ມອບລາງວັນໃນງານປະກວດແຕ່ງກາບກອນ

ໂດຍໄດ້ຮັບລາງວັນທີ 1 ໃນງານປະກວດແຕ່ງກາບກອນປະເພດຫົກແປດ ດ້ວຍເນື້ອໃນທີ່ເວົ້າເຖິງບຸນເຕັດເຊິ່ງບໍລິສັດຫຸ້ນສ່ວນວັດທະນະທຳໄຊງ່ອນ Books ເປັນຜູ້ຈັດຕັ້ງ, ນັກກະວີໜຸ່ມ ຫງວຽນເຈີນຂາຍຢຸຍ ແມ່ນຜູ້ໄດ້ຮັບຄວາມສົນໃຈຫຼາຍກ່ວາຈາກທຸກໆຄົນໃນສະໂມສອນກາບກອນໜຸ່ມປີນີ້. ດ້ວຍບົດກາບກອນປະເພດ ຫົກແປດ “ມີຄຳປະໂຫຍກພຽງພໍ, ເພື່ອແຕ່ງ ກາບກອນ ຍາມບຸນປີໃໝ່”, ອ້າຍບາວນັກສຶກສາປີທີ 4 ພະແນກວັນນະຄະດີພາສາສາດ, ມະຫາວິທະຍາໄລ ວິທະຍາສາດ, ສັງຄົມ ແລະມະນຸດສາດນະຄອນໂຮ່ຈິມິນ ໄດ້ສ້າງບັນຍາກາດບຸນເຕັດທີ່ເຕັມໄປດ້ວຍຄວາມອົບອຸ່ນ, ມີຊີວິດຊີວາ: “ ທັງຄິດຮອດ ທັງຮັກແພງ, ມີຟືນໄຟຄົບ ກາຍເປັນເຄົາໄຟ”

     ຫງວຽນເຈີນຂາຍຢຸຍແບ່ງປັນວ່າ ພາໝາກໄມ້ 5 ຊະນິດໂດຍແມ່ຂອງຢຸຍກະກຽມໃນໂອກາດບຸນເຕັດ ໄດ້ເຮັດໃຫ້ຢຸຍ ຄຳນຶງເຖິງວັນບຸນເຕັດຄືແນວໃດ ແມ່ນພຽງພໍ ແລະ ບົດກາບກອນ: “ມີຄຳປະໂຫຍກພຽງພໍ, ເພື່ອແຕ່ງ ກາບກອນ ຍາມບຸນປີໃໝ່” ໄດ້ກຳເນີດຂຶ້ນໃນຈຸດເວລານັ້ນ. ໄລຍະສຶກສາຮ່ຳຮຽນຢູ່ມະຫາວິທະຍາໄລເປັນເວລາ 4 ປີ, ທັງແມ່ນໄລຍະເວລາທີ່ຫງວຽນເຈີນຂາຍຢຸຍຮ່ວມເດີນທາງພ້ອມກັບສະໂມສອນກາບກອນໜຸ່ມນະຄອນໂຮ່ຈິມິນ, ດ້ວຍວັນກາບກອນຫວຽດນາມຊຶ່ງລວມມີບັນດາບົດກາບກອນທີ່ຖືກແຕ່ງຜ່ານຮູບພາບຊີວິດປະຈຳວັນ.  ຫງວຽນເຈີນຂາຍຢຸຍ ເວົ້າວ່າ : 

    “ ຂ້າພະເຈົ້າຍັງປາດຖະໜາວ່າ ນີ້ແມ່ນສະໂມສອນກາບກອນທີ່ຖືກຕາມຄວາມໝາຍຂອງມັນ ແລະ ກໍແມ່ນເວທີປາໄສເພື່ອໃຫ້ບັນດານັກປະພັນກາບກອນໜຸ່ມ ສະແດງຄວາມເກັ່ງກ້າສາມາດຂອງຕົນ, ທັງແມ່ນບ່ອນເພື່ອພົບປະແລກປ່ຽນລະຫວ່າງນັກກະວີລຸ່ນກ່ອນກັບນັກປະພັນກາບກອນລຸ່ນປະຈຸບັນ ເພື່ອເພີ່ມເຕີມຄວາມຮູ້ຊຶ່ງກັນ ແລະ ກັນ. ຄົນລຸ່ນກ່ອນ ຈະເຫັນພວກຂ້າພະເຈົ້າມີຄວາມກະຕືລືລົ້ນຂອງໄວໜຸ່ມ, ສ່ວນພວກຂ້າພະເຈົ້າສາມາດຖອດຖອນບົດຮຽນ, ປະສົບການຫຼາຍຢ່າງຈາກພວກເຂົາ ”

     ເຖິງວ່າຫາກໍກ້າວເຂົ້າສູ່ເສັ້ນທາງແຕ່ງກາບກອນກໍຕາມ, ແຕ່ຈຸງບາວເງີນ ນັກສຶກສາຍິງປີສຸດທ້າຍສັງກັດມະຫາວິທະຍາໄລ ວິທະຍາສາດ, ສັງຄົມ ແລະມະນຸດສາດນະຄອນໂຮ່ຈິມິນພວມນຳສາຍລົມໃໝ່ມາສູ່ພື້ນຖານກາບກອນຂອງນະຄອນ. ກາບກອນຂອງຈຸງບາວເງີນ ແມ່ນສຽງເວົ້າທີ່ເພີດເພີ່ນ ແລະ ເຕັມໄປດ້ວຍຄວາມກະຕືລືລົ້ນ ແຕ່ຍັງຊ້ອນແຝງບັນດາຄວາມຄິດ, ຄວາມໃນໃຈກ່ຽວກັບຖານະຂອງແມ່ຍິງໃນການດຳລົງຊີວິດຍຸກປະຈຸບັນ. ຈຸງບາວເງີນ ເວົ້າຄວາມໃນໃຈສູ່ຟັງວ່າ : (ເທບ)

    “ ສຳລັບຜູ້ທີ່ຍັງໜຸ່ມເມື່ອແຕ່ງກາບກອນ ກໍປະສົບກັບກຳລັງດັນບາງຢ່າງ. ເພາະວ່າ ຄວາມຮູ້ ແລະ ບົດຮຽນໃນການດຳລົງຊີວິດຍັງບໍ່ທັນພຽງພໍ, ເບິ່ງຄືວ່າ ຍັງບໍ່ທັນເລິກເຊິ່ງເທື່ອ. ສ່ວນຫຼາຍເຮົາມີແຫຼ່ງອາລົມຈາກຊີວິດອ້ອມຕົວເພື່ອແຕ່ງກາບກອນ, ກໍຄືທຸກສິ່ງທີ່ເຮົາໄດ້ຜ່ານຜ່າໃນການດຳລົງຊີວິດເພື່ອຈາກນັ້ນ ເຮົາແຕ່ງຄຳກອນທີ່ມີລັກສະນະເນື້ອແທ້ຂອງຕົນເອງ ”

     ບັນດາຄວາມເປັນຫ່ວງເປັນໄຍໃນຄວາມຮັກ, ໃນການດຳລົງຊີວິດຍຸກປະຈຸບັນ ກໍແມ່ນຫົວເລື່ອງທີ່ໄດ້ຮັບຄວາມສົນໃຈຈາກບັນດາ ນັກກະວີໜຸ່ມ. ຕີລາຄາກ່ຽວກັບຖັນແຖວ ນັກກະວີໜຸ່ມໃນຊຸມປີມໍ່ໆມານີ້, ທ່ານນາງ ມິນດານ, ກຳມະການຄະນະນັກປະພັນວັນນະຄະດີຫນຸ່ມຢູ່ນະຄອນໂຮ່ຈິມິນ ຖືວ່າ : ນີ້ແມ່ນກຳລັງນັກປະພັນກາບກອນທີມີຈິດໃຈຫ້າວຫັນໃນວຽກງານ, ຮູ້ວິທີສະແດງຄວາມໃນໃຈ ແລະ ມີຄວາມລະອຽດອ່ອນຕໍ່ກັບຊີວິດຍຸກປະຈຸບັນ. ທ່ານນາງ ມິນດານ ເວົ້າວ່າ : 

     “ ກາບກອນຂອງຜູ້ແຕ່ງໜຸ່ມໃນປະຈຸບັນ ໄດ້ຄ່ອຍໆເຂົ້າສູ່ລົມຫາຍໃຈຂອງການດຳລົງຊີວິດ. ພວກເພື່ອນບໍ່ພຽງແຕ່ແຕ່ງກາບກອນກ່ຽວກັບກຸ່ມເມັກ, ສາຍລົມເທົ່ານັ້ນ, ຫາກຍັງແຕ່ງກາບກອນທີ່ເວົ້າເຖິງບັນດາຊາຕະກຳຂອງບັນດາຜູ້ຢູ່ອ້ອມຕົວເຮົາ ແລະ ຂ້າພະເຈົ້າໄດ້ຝາກຄວາມຫວັງຫຼາຍຢ່າງຕໍ່ບັນດານັກກະວີໜຸ່ມຂອງນະຄອນ ”

     ອາດຈະເວົ້າໄດ້ວ່າ : ໃນສະໂມສອນກາບກອນໜຸ່ມຢູ່ນະຄອນໂຮ່ຈິມິນ, ບັນດານັກກະວີຄົນໃໝ່, ດ້ວຍແງ່ຫວັງໃໝ່ ໄດ້ຮັບການຮັບຮູ້ ຍ້ອນບັນດາໝາກຜົນຂອງເຂົາເຈົ້າໃນການແຕ່ງກາບກອນ. ອາດຈະເວົ້າເຖິງບັນດານັກກະວີຫນຸ່ມທີ່ດີເດັ່ນເຊັ່ນ: ວັນງວຽນເລືອງ, ຈຸງບາວເງີນ, ເຈືອງມີ້ຫງອກ, ຫງວຽນຕ້ຽນວູ້, ຫງວຽນເຈີນຂາຍຢຸຍ…ນັກກະວີໜຸ່ມ 15 ຄົນ ດ້ວຍບົດກາບກອນນັບຮ້ອຍບົດຊຶ່ງໄດ້ນຳມາສະເໜີຕໍ່ບັນດາຜູ້ນິຍົມກາບກອນ ໃນວັນບຸນກາບກອນນັ້ນ, ໄດ້ສະແດງໃຫ້ເຫັນພະລັງຊີວິດອັນແຮງກ້າ, ຄວາມຄາດຫວັງຢາກສະແດງບົດກາບກອນຂອງຕົນຂອງນັກກະວີໜຸ່ມແຕ່ລະຄົນ.
TAG
VOV/VOVworld/ກາບກອນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ