logo

ຄວາມ​ມາ​ນະ​ພະ​ຍາ​ຍາມ​ດ້ານ​ການ​ທູດ ອາ​ເມ​ລິ​ກາ ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ ລັດ​ເຊຍ-ຢູ​ແກຼນ

2025/12/21 | 07:18:31
(VOVWORLD) - ເຖິງວ່າ ເນື້ອໃນລະອຽດຂອງຂໍ້ສະເໜີສັນຕິພາບບໍ່ທັນໄດ້ເປີດເຜີຍກໍ່ຕາມ, ແຕ່ຝ່າຍ ລັດເຊຍ ຍັງຮັບຮູ້ວ່າ ບັນດາການປຶກສາຫາລືຈະສືບຕໍ່ແກ່ຍາວຮອດວັນທີ 21 ທັນວາ.
(ພາບ:  REUTERS)

   ໃນທ້າຍອາທິດນີ້, ຢູ່ລັດ Florida, ປະເທດ ອາເມລິກາ, ອຳນາດການປົກຄອງຂອງທ່ານປະທານນາທິບໍດີ ອາເມລິກາ Donald Trump ໄດ້ເປັນປະທານບັນດາການປຶກສາຫາລືສຳຄັນກັບບັນດາຄະນະຜູ້ແທນຈາກ ລັດເຊຍ ແລະ ຢູແກຼນ. ນີ້ຖືກຖືວ່າແມ່ນ ຄວາມມານະພະຍາຍາມດ້ານການທູດຢ່າງລຽນຕິດຂອງປະເທດນີ້ ເພື່ອແນໃສ່ຊອກຫາວິວັດດານສິ້ນສຸດການປະທະກັນທີ່ໄດ້ແກ່ຍາວໃນເວລາເກືອບ 4 ປີຜ່ານມາ. ບັນດາການພົບປະແບບຊຶ້ງໜ້າຢູ່ Miami ໃນວັນທີ 20 ທັນວາລະຫວ່າງ ລັດເຊຍ ແລະ ອາເມລິກາ ມີການເຂົ້າຮ່ວມຂອງທ່ານ Kirill Dmitriev, ທູດພິເສດຂອງທ່ານປະທານນາທິບໍດີ ລັດເຊຍ ແລະ ທ່ານ Witkoff, ທູດພິເສດຂອງທ່ານປະທານນາທິບໍດີ ອາເມລິກາ Donald Trump ແລະ ທ່ານ Jared Kushner,  ລູກເຂີຍຂອງທ່ານ Donald Trump. ບັນດາຝ່າຍໄດ້ຮັບຮູ້ຄວາມຄຶບໜ້າກ່ຽວກັບການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ແຕ່ບໍ່ຮູ້ແຈ້ງວ່າ ລັດເຊຍ ຈະຮັບຮູ້ຫຼືບໍ່. ເຖິງວ່າ ເນື້ອໃນລະອຽດຂອງຂໍ້ສະເໜີສັນຕິພາບບໍ່ທັນໄດ້ເປີດເຜີຍກໍ່ຕາມ, ແຕ່ຝ່າຍ ລັດເຊຍ ຍັງຮັບຮູ້ວ່າ ບັນດາການປຶກສາຫາລືຈະສືບຕໍ່ແກ່ຍາວຮອດວັນທີ 21 ທັນວາ.

TAG
VOV/VOVworld/ຄວາມ​ມາ​ນະ​ພະ​ຍາ​ຍາມ​ດ້ານ​ການ​ທູດ ອາ​ເມ​ລິ​ກາ ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ ລັດ​ເຊຍ-ຢູ​ແກຼນ/ທ່ານ Jared Kushner/ລູກເຂີຍຂອງທ່ານ Donald Trump.

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ