logo

ຄວາມ​ສາ​ມັກ​ຄີ​ໃນ ອາ​ຊຽນ ແມ່ນ​ປັດ​ໄຈ​ສຳ​ຄັນ​ຊ່ວຍ​ຮັບ​ປະ​ກັນ​​ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ

2025/11/4 | 08:59:34
(VOVWORLD) - ຈຸດໃໝ່ຂອງກອງປະຊຸມສຳມະນາປີນີ້ແມ່ນວາລະພິເສດ: ການໂອ້ລົມລະຫວ່າງບັນດາເອກອັກຄະລັດຖະທູດ, ການແບ່ງປັນ ທັດສະນະກ່ຽວກັບໍ່ຄວາມຮັບຜິດຊອບໃນການຮັກສາສັນຕິພາບ. ໄປຄຽງຄູ່ກັນນັ້ນ, ກອງປະຊຸມສຳມະນາກໍມີວາລະໜຶ່ງເພື່ອໃຫ້ບັນດານັກຄົ້ນຄວ້າໜຸ່ມແບ່ງປັນທັດສະນະ, ແນວຄວາມຄິດໃໝ່ກ່ຽວກັບແບບວິທີ “ປັບປຸງຄວາມສາມັກຄີ, ຜ່ານຜ່າຄວາມຂາດສະຖຽນລະພາບ”.
ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 17

ວັນທີ 4 ພະຈິກ ແມ່ນມື້ເຮັດວຽກທີ 2 ຂອງກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 17 ດ້ວຍຫົວຂໍ້ “ຄວາມສາມັກຄີໃນສະພາບຂາດສະຖຽນລະພາບ”, ບັນດານັກຊ່ຽວຊານສືບຕໍ່ປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: ບົດບາດນຳພາຂອງ ອາຊຽນ, ຄວາມສຳຄັນຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ໃນການຮັບປະກັນສະຖຽນລະພາບຢູ່ທະເລ. ຈຸດໃໝ່ຂອງກອງປະຊຸມສຳມະນາປີນີ້ແມ່ນວາລະພິເສດ: ການໂອ້ລົມລະຫວ່າງບັນດາເອກອັກຄະລັດຖະທູດ, ການແບ່ງປັນ ທັດສະນະກ່ຽວກັບໍ່ຄວາມຮັບຜິດຊອບໃນການຮັກສາສັນຕິພາບ. ໄປຄຽງຄູ່ກັນນັ້ນ, ກອງປະຊຸມສຳມະນາກໍມີວາລະໜຶ່ງເພື່ອໃຫ້ບັນດານັກຄົ້ນຄວ້າໜຸ່ມແບ່ງປັນທັດສະນະ, ແນວຄວາມຄິດໃໝ່ກ່ຽວກັບແບບວິທີ “ປັບປຸງຄວາມສາມັກຄີ, ຜ່ານຜ່າຄວາມຂາດສະຖຽນລະພາບ”.

ກ່ອນໜ້ານັ້ນ, ໃນມື້ເຮັດວຽກທຳອິດ, ກອງປະຊຸມສຳມະນາໄດ້ຕີລາຄາກ່ຽວກັບການຜັນແປຫຼ້າສຸດຢູ່ທະເລຕາເວັນອອກ, ຍຸດທະສາດຂອງບັນດາປະເທດໃຫຍ່ ແລະ ຜົນກະທົບຂອງເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນກ່ຽວກັບທະເລ. ບັນດານັກຊ່ຽວຊານໄດ້ຍົກອອກຫຼາຍຂໍ້ສະເໜີກ່ຽວກັບວິທີເຂົ້າເຖິງໃໝ່, ບັນດາມາດຕະການລະອຽດເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ໃນນັ້ນ ເນັ້ນໜັກວ່າ ຄວາມສາມັກຄີໃນ ອາຊຽນ ແມ່ນປັດໄຈສຳຄັນ ຊ່ວຍຄວບຄຸມຄວາມສ່ຽງເພີ່ມຄວາມເຄັ່ງຕຶງຂຶ້ນຕື່ມ.

TAG
VOV/VOVworld/ຄວາມ​ສາ​ມັກ​ຄີ/ກົດໝາຍວ່າດ້ວຍທະເລປີ 1982

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ