logo

ຄວາມ​ເຄັ່ງ​ຕຶງ ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ: ລັດ​ເຊຍ ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ລະ​ງັບ​ໃຈ

2025/12/19 | 08:48:16
(VOVWORLD) -   ວັນທີ 18 ທັນວາ, ກະຊວງການຕ່າງປະເທດ ລັດເຊຍ ຮຽກຮ້ອງໃຫ້ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ “ຈະບໍ່ມີຄວາມຜິດພາດ” ທີ່່ກ່ຽວຂ້ອງເຖິງ ເວເນຊູເອລາ, ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ບັນດາຂໍ້ຕົກລົງຂອງ ອາເມລິກາ ທີ່ນາບຂູ່ເຖິງການຂົນສົ່ງທາງທະເລສາກົນ. 

ຄຳຮຽກຮ້ອງໄດ້ຍົກອອກມາພາຍຫຼັງທີ່ວັນທີ 16 ທັນວາ ທ່ານ Trump ຈັດວາງຄຳສັ່ງ “ປິດລ້ອມຢ່າງສິ້ນເຊີງ ແລະ ເດັດຂາດ” ສຳລັບບັນດາກ່ຳປັ່ນຂົນສົ່ງນ້ຳມັນທີ່ນອນໃນເປົ້າໝາຍຖືກລົງໂທດ ແລະ ມີການເຄື່ອນໄຫວເຂົ້າອອກ ເວເນຊູເອລາ.     

        ຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ກໍໃຫ້ຮູ້ວ່າ ມົດສະກູ ສະໜັບສະໜູນເລື່ອງຫັນການເຈະລະຈາລະຫວ່າງ ວໍຊິງຕັນ ແລະ ກາຣາກາສ ເປັນປົກກະຕິ; ຫວັງວ່າ ອາເມລິກາ ຈະບໍ່ແຊກແຊງເຂົ້າໃນກໍລະນີທີ່ອາດຈະພາໄປເຖິງ “ຜົນຕາມມາທີ່ຍາກຈະຄາດຄະເນລ່ວງໜ້າໄດ້ສຳລັບທົ່ວຊີກໂລກຕາເວັນຕົກ”. ຝ່າຍ ລັດເຊຍ ກໍຢັ້ງຢືນສະໜັບສະໜູນ “ແນວທາງຂອງລັດຖະບານຂອງທ່ານປະທານາທິບໍດີ Nicolas Maduro”.

         ກໍໃນວັນດຽວກັນ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ຫວ່າງມໍ່ໆມານີ້, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ດຳເນີນການໂອ້ລົມທາງໂທລະສັບກັບທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ ແລະ ຮຽກຮ້ອງໃຫ້ບັນດາປະເທດໃນພາກພື້ນຈົ່ງລະງັບໃຈເພື່ອຫຼີກລ້ຽງບັນດາການຜັນແປທີ່ຍາກຈະຄາດຄະເນລ່ວງໜ້າໄດ້.


 

TAG
VOV/VOVworld/ຄວາມ​ເຄັ່ງ​ຕຶງ ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ/​ລະ​ງັບ​ໃຈ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ