logo

ຄວາມ​ເຄັ່ງ​ຕຶງ ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ເພີ່ມ​ຂຶ້ນ ພາຍຫຼັງ​ຖະ​ແຫຼງ​ການ​ປິດ​ປະ​ຕູ​ເຂດ​ນ່ານ​ຟ້າ​ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ Donald Trump

2025/11/30 | 10:17:50
(VOVWORLD) - ເວເນຊູເອລາ ໄດ້ມີປະຕິກິລິຍາຢ່າງຮ້າຍແຮງໃນວັນທີ 29 ພະຈິກ ພາຍຫຼັງຖະແຫຼງການປິດປະຕູຂອງທ່ານປະທານາທິບໍດີ Donald Trump. 
ປະຊາຊົນເຂົ້າຮ່ວມການແຫ່ຂະບວນປະທ້ວງຄັດຄ້ານຕໍ່ສະພາບຄວາມເຄັ່ງຕຶງ ລະຫວ່າງປະເທດນີ້ກັບ ອາເມລິກາ ເພີ່ມຂຶ້ນ (ພາບ: REUTERS/Gaby Oraa)

ຄວາມເຄັ່ງຕຶງລະຫວ່າງສອງປະເທດເພີ່ມຂຶ້ນຢ່າງແຮງໃນສະພາບການອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໄດ້ນາບຂູ່ດ້ວຍການເຄື່ອນໄຫວການທະຫານເລັ່ງໃສ່ ເວເລຊູເອລາ ເປັນຫຼາຍຄັ້ງ, ດ້ວຍຂໍ້ອ້າງກ່າວຫາປະເທດນີ້ກ່ຽວຂ້ອງເຖິງການເຄື່ອນໄຫວຊື້ຢາເສບຕິດແບບຜິດກົດໝາຍ. ກະຊວງການຕ່າງປະເທດ ເວເນຊູເອລາ ຕຳໜິຕິຕຽນຄຳປາໄສຂອງທ່ານປະທານາທິບໍດີ Donald Trump ວ່າ ແມ່ນການນາບຂູ່ເຖິງອະທິປະໄຕແຫ່ງຊາດ ແລະ ບໍ່ສອດຄ່ອງກັບກົດໝາຍສາກົນ. ປະເທດນີ້ຢັ້ງຢືນຈະບໍ່ປະນິປະນອມຕໍ່ກຳລັງກົດດັ່ນ ຫຼື ການແຊກແຊງຕໍ່ບໍ່ວ່າກຳລັງຕ່າງປະເທດໃດໆ, ໂດຍເນັ້ນໜັກວ່າ ຈະສືບຕໍ່ປະຕິບັດທຸກວິທີເພື່ອຮັກສາອະທິປະໄຕເຂດນ່ານຟ້າແຫ່ງຊາດຢ່າງຄົບຖ້ວນ.

TAG
VOV/VOVworld/ປະທານາທິບໍດີ Donald Trump/ການເຄື່ອນໄຫວຊື້ຢາເສບຕິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ