logo

ຄວາມ​ເຊື່ອ​ໝັ້ນ​ຕໍ່​ວິ​ວັດ​ທະ​ນາ​ການ​ບຸກ​ທະ​ລຸ​ຂອງ​ການ​ພົວ​ພັນ ຫວຽດ​ນາມ - EU ໃນ​ອະ​ນາ​ຄົດ

2025/11/29 | 07:49:52
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສະຫະພາບເອີຣົບ (EU) ຄົບຮອບ 35 ປີ (28/11/1990 - 28/11/2025), ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີບົດຂຽນພາຍໃຕ້ຫົວຂໍ້ “ສະພາບການລວມ ແລະ ແງ່ຫວັງພັດທະນາຂອງສາຍພົວພັນ ຫວຽດນາມ - EU”.
(ພາບປະກອບ: TTXVN)

ບົດຂຽນ ໄດ້ເນັ້ນໜັກເຖິງການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງສອງຝ່າຍໃນຂອບເຂດ ສປຊ, ອາຊຽນ - EU ແລະ ບັນດາຄູ່ເຈລະຈາຍຸດທະສາດ, ການຮ່ວມມືປ້ອງກັນຄວາມສະຫງົບ - ການພັດທະນາ, ການພົວພັນແລກປ່ຽນລັດຖະສະພາ… ໄດ້ສ້າງຕາໜ່າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ປະກອບສ່ວນແບ່ງປັນຄວາມຮັບຜິດຊອບລວມກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

        ໜຶ່ງໃນບັນດາຈຸດເດັ່ນໃນການພົວພັນ ຫວຽດນາມ - ອີຢູ ແມ່ນການຮ່ວມມືດ້ານເສດຖະກິດ ແລະ ການລົງທຶນ. ເຖິງວ່າ ເສດຖະກິດທົ່ວໂລກມີການຜັນແປຢ່າງສັບສົນ, ວົງເງິນການຄ້າສອງສົ້ນໃນປີ 2024 ຍັງມີການເຕີບໂຕຢ່າງຕັ້ງໜ້າກວ່າ 10% (68,4 ຕື້ USD) ແລະ ເພີ່ມຂຶ້ນ 8,4% (54,6 ຕື້ USD) ໃນ 9 ເດືອນຂອງປີ 2025.  ປັດຈຸບັນ, EU ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 4 ແລະ ນັກລົງທຶນໃຫຍ່ອັນດັບທີ 6 ຂອງ ຫວຽດນາມ, ໃນຂະນະທີ່ ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ EU ໃນ ອາຊຽນ. ປັດຈຸບັນ EU ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 3 ຂອງ ຫວຽດນາມ, ແຫ່ງທີ່ບັນດາຜະລິດຕະພັນສົ່ງອອກຂອງ ຫວຽດນາມ - ນັບແຕ່ ກາເຟ, ໝາກມ່ວງຫິມະພານ, ສິນໃນນ້ຳ ຕະຫຼອດຮອດເຄື່ອງເອເລັກໂຕນິກ, ຕຳແຜ່ນຕັດຫຍິບ - ນັບມື້ນັບໄດ້ຄວາມນິຍົມຈາກຜູ້ບໍລິໂພກ EU.

        ບົດຂຽນໄດ້ຢັ້ງຢືນກຳນົດທິດຍົກສູງສາຍພົວພັນຄູ່ຮ່ວມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງ, ສາມາດມີຄວາມເຊື່ອໝັ້ນຕໍ່ວິວັດທະນາການບຸກທະລຸຂອງສາຍພົວພັນ ຫວຽດນາມ - EU ໃນພື້ນທີ່ຮ່ວມມືທີ່ກວ້າງໃຫຍ່ກວ່າ ແລະ ມີຄຸນນະພາບນັບມື້ນັບສູງກວ່າ ແລະ ຍືນຍົງກວ່າ.

TAG
VOV/VOVworld/ແງ່​ຫວັງ​ພັດ​ທະ​ນາ​ຂອງ​ສາຍ​ພົວ​ພັນ ຫວຽດ​ນາມ - EU

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ