![]() |
| ຢູ່ຈຸດ 4 ແຍກ ຖະໜົນ ເຈິ່ນຟຸ້ - ຟຸ່ງຮຶງ ຍ່າງເຂົ້າໄປ, ແຂກທ່ອງທ່ຽວຈະພົບເຫັນຮ້ານກະເຟ ຫຼາຍຮ້ານເປີດຕິດຕໍ່ກັນຢູ່ແຄມທາງລົດໄຟ |
![]() |
| ແຕ່ລະຮ້ານກໍ່ລ້ວນແຕ່ມີການປະດັບປະດາ ແລະ ຈັດວາງແຕກຕ່າງກັນ ແຕ່ມີຈຸດພິເສດລວມຂອງຮ້ານເຫຼົ່ານີ້ກໍ່ແມ່ນມີຊຸດໂຕະຕັ່ງນ້ອຍວາງຢູ່ໃນຮ້ານ |
![]() |
| ແຂກທີ່ເຄີຍມາດື່ມກາເຟຢູ່ຮ້ານເຫຼົ່ານີ້ກໍ່ແມ່ນບັນດາເພື່ອນໜຸ່ມ ທີ່ມັກຄົ້ນຫາສິ່ງທີ່ໃໝ່ອ່ຽມ ແລະ ມີແຂກທ່ອງທ່ຽວຊາວຕ່າງປະເທດຫຼາຍຄົນ, ເຂົາເຈົ້າມັກຍ່າງຄົ້ນຫາຢູ່ນະຄອນຫຼວງຮ່າໂນ້ຍ |
ທາງລົດໄຟກໍ່ບໍ່ແມ່ນສິ່ງທີ່ໃໝ່ອ່ຽມຢູ່ ຫຼາຍປະເທດໃນໂລກ, ແຕ່ສຳລັບແຂກທ່ອງທ່ຽວຕ່າງປະເທດ, ການຍ່າງເລາະຫຼິ້ນຢູ່ແຄມທາງລົດໄຟ ຜ່ານບັນດາເຮືອນຫ້ອງແຖວຕິດຕໍ່ກັນກໍ່ແມ່ນຄວາມປະທັບໃຈທີ່ສຸດຢູ່ຮ່າໂນ້ຍ. |
![]() |
|
ໂດຍກຳແໜ້ນໄດ້ຄວາມຕ້ອງການຂອງແຂກທ່ອງທ່ຽວ, ນອກຈາກເປີດຮ້ານຂາຍກາເຟຮັບໃຊ້ແຂກແລ້ວ, ປະຊາຊົນຢູ່ທີ່ນີ້ກໍ່ໄດ້ປະດັບປະດາທັດສະນີຍະພາບດ້ວຍບັນດາໂຄມໄຟ, ກະເຊົ້າດອກໄມ້ທີ່ມີສີສັນຫຼາກຫຼາຍ |
![]() |
| ທັດສະນີຍະພາບທີ່ເປັນເອກະລັກດ້ວຍວິທີຖ່າຍຮູບທີ່ປະທັບໃຈຂອງແຂກທ່ອງທ່ຽວທີ່ມາຈາກ ໄຕຫວັນ. |
![]() |
![]() |
|
ບັນດາຮ້ານກາເຟ ແຈ້ງສະຫວ່າງຂຶ້ນດ້ວຍລະບົບດອກໄຟ |
![]() |
| ໃນທ່າມກາງສຽງທີ່ເນື່ອງນັນຂອງເຂດຕົວເມື່ອງແຂກທ່ອງທ່ຽວກໍ່ເຄີຍມານີ້ເພື່ອແບ່ງປັນຄວາມໃນໃຈ ແລະ ສະແດງການຂັບຮ້ອງ, ເສບເຄື່ອງດົນຕີ… |
![]() |
|
ແຂກທ່ອງທ່ຽວຕ່າງປະເທດມັກກິນອາຫານເຍື່ອງຕ່າງໆ ຢູ່ຮ້ານເຫຼົ່ານີ້ເປັນຕົ້ນແມ່ນເຍື່ອງ ໝີ່ຂົ້ວຊີ້ນງົວ |
![]() |
|
ຢູ່ຮ້ານກາເຟຫຼາຍຮ້ານ, ຕາຕະລາງເວລາລົດໄຟແລ່ນຜ່ານຖືກແຂວນຢູ່ທາງລຸ່ມຂອງໂມງໃຫຍ່ເພື່ອໃຫ້ແຂກທ່ອງທ່ຽວຊອກຮູ້ຂໍ້ມູນ ແລະ ຫຼີກເວັ້ນທາງລົດໄຟເມື່ອມີລົດໄຟແລ່ນຜ່ານ |
![]() |
|
ໃນຈຸດເວລາກ່ອນທີ່ລົດໄຟແລ່ນຜ່ານ, ບັນດາຮ້ານກາເຟຈະເກັບມ້ຽນຊຸດໂຕະຕັ່ງ ແລະ ບອກເຕືອນໃຫ້ແຂກທັງຫຼາຍຍັບໄກຈາກທາງລົດໄຟເພື່ອຮັກສາຄວາມປອດໄຟ |
![]() |
|
ນ່າງ Anna ແຂກທ່ອງທ່ຽວມາຈາກ ອູແກຣນ ມີ ຄວາມປະທັບໃຈທີ່ສຸດເມື່ອຢືນແຄມທາງລົດໄຟເມື່ອມີຂະບວນລົດໄຟແລ່ນຜ່ານ |
|
ເມື່ອຍ່າງລຽບຕາມບັນດາຮ້ານກາເຟຢູ່ແຖວນີ້, ແຂກທ່ອງທ່ຽວ ເຄີຍໄດ້ຮັບການຕ້ອນຮັບດ້ວນບັນດາຮ້ອຍຍິ້ມຂອງບັນດາເຈົ້າຂອງຮ້ານຜູ້ໃຈດີພ້ອມກັບຄຳບອກເຕືອນຈົ່ງຮັກສາຄວາມປອດໄພ ລະມັດລະວັງເມື່ອຍ່າງບົນເສັ້ນທາງລົດໄຟ. |




