logo

ຄະ​ນະ​ກຳ​ມະ​ການ Paralympic ສາ​ກົນ ຟື້ນ​ຟູ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ ລັດ​ເຊຍ ແລະ ເບ​ລາ​ຣຸດ

2025/9/28 | 10:52:36
(VOVWORLD) - ນັບແຕ່ປີ 2022, ທົ່ວຂະບວນການ Paralympic ລັດເຊຍ ໄດ້ຊອກຫາມາດຕະການຢ່າງຍຸດຕິທຳໃຫ້ແກ່ບັນດານັກກິລາຂອງຕົນ ຜູ້ທີ່ບໍ່ສາມາດເຂົ້າຮ່ວມບັນດາງານແຂ່ງຂັນສາກົນ.
(ພາບປະກອບ: Reuters )

     ວັນທີ 27 ກັນຍາ, ສື່ມວນຊົນ ລັດເຊຍ ໃຫ້ຮູ້ວ່າ: ພາຍຫຼັງໄດ້ປ່ອນບັດ 2 ຄັ້ງຢູ່ສະມັດຊາໃຫ່ຍຄະນະກຳມະການ Paralympic ສາກົນ (IPC)  ຈັດຂຶ້ນຢູ່ ເຊີອູນ, ສ.ເກົາຫຼີ, IPC ໄດ້ຟື້ນຟູຖານະເປັນສະມາຊິກຂອງຄະນະກຳມະການ Paralympic ລັດເຊຍ (RPC)  ແລະ ຄະນະກຳມະການ Paralympic ເບລາຣຸດ.

   ຕາມທ່ານ Pavel Rozhkov, ປະທານ RPC,  IPC ໄດ້ພິສູດໃຫ້ເຫັນຄວາມສຳຄັນຂອງເລື່ອງປົກປ້ອງສິດຜົນປະໂຫຍດຂອງບັນດານັກກິລາສຳລັບອົງການຈັດຕັ້ງນີ້. ທ່ານ Rozhkov ເນັ້ນໜັກວ່າ, ນັບແຕ່ປີ 2022, ທົ່ວຂະບວນການ Paralympic ລັດເຊຍ ໄດ້ຊອກຫາມາດຕະການຢ່າງຍຸດຕິທຳໃຫ້ແກ່ບັນດານັກກິລາຂອງຕົນ ຜູ້ທີ່ບໍ່ສາມາດເຂົ້າຮ່ວມບັນດາງານແຂ່ງຂັນສາກົນ.

   ດ້ວຍຂໍ້ຕົກລົງຂອງ IPC, ບັນດານັກກິລາ Paralympic ລັດເຊຍ ສາມາດນຳເອົາທຸງຊາດ, ເພງຊາດ ພ້ອມດ້ວຍບັນດາສັນຍາລັກແຫ່ງຊາດອື່ນໆຂອງ ລັດເຊຍ ເພື່ອເຂົ້າງານມະຫາກຳກິລາ Paralympic ແລະ ບັນດາງານແຂ່ງຂັນກິລາອື່ນໂດຍ IPC ຄຸ້ມຄອງ. ຕາມແຜນການ, ງານມະຫາກຳກິລາ Paralympic 2026 ຈະຖືກຈັດຂຶ້ນຢູ່ ອີຕາລີ.

TAG
VOV/VOVworld/ຄະ​ນະ​ກຳ​ມະ​ການ Paralympic ສາ​ກົນ/ລັດ​ເຊຍ ແລະ ເບ​ລາ​ຣຸດ/ທ່ານ Pavel Rozhkov/ປະທານ RPC/

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ