logo

ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ພົບປະເຈລະຈາກັບຄະນະກຳມະການກວດກາສູນກາງພັກປະຊາຊົນປະຕິວັດລາວ

2019/8/16 | 10:22:24
(VOVWORLD) - ວັນທີ 16 ສິງຫາ, ທີ່ນະຄອນ ຮ່າຕີ໊ງ (ແຂວງ ຮ່າຕີ໊ງ), ຄະນະຜູ້ແທນຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ໄດ້ມີການພົບປະເຈລະຈາ, ແລກປ່ຽນບົດຮຽນກັບຄະນະຜູ້ແທນຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ.
  ການພົບປະເຈລະຈາ (ພາບ: baohatinh.vn)

        ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານ ເຈິ່ນເກິ໋ມຕູ໊, ປະທານຄະນະກຳມະການກວດກາສູນກາງພັກເນັ້ນໜັກວ່າ: ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ສືບຕໍ່ປະຕິບັດຂໍ້ຕົກລົງຂັ້ນສູງລະຫວ່າງ 2 ພັກ, ຂໍ້ຕົກລົງການຮ່ວມມືລະຫວ່າງ 2 ຄະນະກຳມະການກວດກາຢ່າງມີປະສິດທິຜົນ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

 ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ (ພາບ: baohatinh.vn)
 ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ (ພາບ: baohatinh.vn)

        ແລະກໍ່ໃນການພົບປະເຈລະຈາ, ທ່ານບຸນທອງ ຈິດມະນີ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກວດກາສູນກາງ, ຫົວໜ້າອົງການກວດກາລັດຖະບານລາວ ປາດຖະໜາວ່າ: ໃນໄລຍະຈະມາເຖິງ ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ຈະມີການສົມທົບກັນ, ຮ່ວມມືກັນກໍ່ຄືແບ່ງປັນບົດຮຽນໃນທຸກດ້ານ ເພື່ອຊຸກຍູ້ການພັດທະນາເສດຖະກິດ, ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍລະຫວ່າງ 2 ປະເທດໃຫ້ເປັນປົກກະຕິ.

 ທ່ານ ເຈິ່ນເກິ໋ມຕູ໊ (ພາບ: baohatinh.vn)
 ທ່ານບຸນທອງ ຈິດມະນີ (ພາບ: baohatinh.vn)

TAG
VOV/VOVworld/ຄະນະກຳມະການ/ກວດກາສູນກາງ/ພັກກອມມູນິດ/ພັກປະຊາຊົນ/ປະຕິວັດລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ