logo

ຄະ​ນະ​ກຳ​ມະ​ການ​ເອີ​ຣົບ ປະ​ຕິ​ເສດ​ບັນ​ດາ​ຄຳ​ຮ້ຽກ​ຮ້ອງ​ໂຈະ​ກົດ​ໝາຍ​ປັນ​ຍາ​ປະ​ດິດ​ໄວ້​ຊົ່ວ​ຄາວ

2025/9/23 | 09:08:48
(VOVWORLD) - “ຈະບໍ່ມີຄຳສັ່ງລວມໂຈະການປະຕິບັດກົດໝາຍ AI ໄວ້ຊົ່ວຄາວ. ສິ່ງດັ່ງກ່າວ ບໍ່ຢູ່ໃນໂຕະເຈລະຈາ. ພວກຂ້າພະເຈົ້າພວມສຸມໃສ່ເລື່ອງເຮັດໃຫ້ບັນດາຫຼັກການເຂົ້າເຄື່ອນໄຫວໃນຕົວຈິງ”.
(ພາບປະກອບ: REUTERS/Dado Ruvic)

ວັນທີ 22 ກັນຍາ, ຄະນະກຳມະການເອີຣົບ ໄດ້ແຈ້ງໃຫ້ຊາບວ່າ ຈະບໍ່ພິຈາລະຈາການໂຈະໄລຍະປະຕິບັດຂອງກົດໝາຍວ່າດ້ວຍປັນຍາປະດິດ (AI), ໂດຍບໍ່ຫົວຊາຕໍ່ກະແສຮຽກຮ້ອງທີ່ນັບມື້ນັບເພີ່ມຂຶ້ນຫວ່າງມໍ່ໆມານີ້ກ່ຽວກັບວຽກງານນີ້. ໃນວາລະອະຟິປາຍຢູ່ລັດຖະສະພາ, ທ່ານ Yvo Volman, ຫົວໜ້າຝ່າຍຮັບຜິດຊອບຂໍ້ມູນຂ່າວສານຢູ່ຄະນະກຳມະການເອີຣົບ, ໃຫ້ຮູ້ວ່າ: “ຈະບໍ່ມີຄຳສັ່ງລວມໂຈະການປະຕິບັດກົດໝາຍ AI ໄວ້ຊົ່ວຄາວ. ສິ່ງດັ່ງກ່າວ ບໍ່ຢູ່ໃນໂຕະເຈລະຈາ. ພວກຂ້າພະເຈົ້າພວມສຸມໃສ່ເລື່ອງເຮັດໃຫ້ບັນດາຫຼັກການເຂົ້າເຄື່ອນໄຫວໃນຕົວຈິງ”.

ອາທິດກ່ອນ, ທ່ານ Mario Draghi ນາຍົກລັດຖະມົນຕີ ອີຕາລີ ຖະແຫຼງວ່າ ຄະນະກຳມະການເອີຣົບ ຄວນພິຈາລະນາເລື່ອງໂຈະກົດໝາຍວ່າດ້ວຍ AI ໄວ້ຊົ່ວຄາວ ຍ້ອນບັນດາຄວາມສ່ຽງທີ່ຍັງບໍ່ທັນກຳນົດໄດ້ເທື່ອ.

ໃນການກະທຳໜຶ່ງທີ່ກ່ຽວຂ້ອງ, ທ່ານ Yvo Volman ໃຫ້ຮູ້ວ່າ ຄາດວ່າ ໂຄງການຫັນເຕັກນິກດີຈີຕອນເປັນງ່າຍດາຍຂອງຄະນະກຳມະການ ຈະໄດ້ເປີດຕົວໃນເດືອນທັນວານັ້ນ ກໍຈະບໍ່ລວມມີການປັບປຸງກົດໝາຍວ່າດ້ວຍ AI.


TAG
VOV/VOVworld/​ກົດ​ໝາຍ​ປັນ​ຍາ​ປະ​ດິດ/ຄະ​ນະ​ກຳ​ມະ​ການ​ເອີ​ຣົບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ