logo

ຄະ​ນະ​ນັກ​ຊ່ຽວ​ຊານ​ເສ​ນາ​ຮັກ ຫວຽດ​ນາມ ປະ​ຕິບ​ັດ​ສຳ​ເລັດ​ໜ້າ​ທີ່​ຊ່ວຍ​ເຫຼືອ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

2021/5/20 | 09:25:32
(VOVWORLD) -ເພື່ອຊ່ວຍເຫຼືອ ລາວ ໃນການຮັບມືກັບການແຜ່ລະບາດຮອບທີ 2 ຂອງໂລກລະບາດໂຄວິດ - 19 ແລະ ຕອບສະໜອງຕາມຄຳສະເໜີຂໍການຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດ ລາວ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດສົ່ງຄະນະນັກຊ່ຽວຊານເສນາຮັກ ໄປຍັງປະເທດລາວ ຊ່ວຍເຫຼືອກະຊວງປ້ອງກັນປະເທດ ລາວ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ.
ຄະນະນັກຊ່ຽວຊານ ໄດ້ກວດກາ ແລະ ແບ່ງປັນປະສົບການ, ແນະນຳວິທີການປ້ອງກັນ, ສະກັດກັ້ນໂລກລະບາດ, ວຽກງານກວດວິໄຈ, ບົ່ງມະຕິ, ປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ໃຫ້ແກ່ຫົວໜ່ວຍຕ່າງໆໂດຍກົງ (ພາບ: TTXVN)

ໃນລະຫວ່າງວັນທີ 3 ຫາວັນທີ 19 ພຶດສະພາ, ຄະນະນັກຊ່ຽວຊານເສນາຮັກ ຫວຽດນາມ ໄດ້ເຂົ້າຮ່ວມໃນຄະນະປະຕິບັດງານຕ່າງໆຂອງກະຊວງປ້ອງກັນປະເທດ ລາວ ເພື່ອຂົນສົ່ງວັດຖຸອຸປະກອນການແພດ ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ມອບໃຫ້ ລົງໄປຍັງທ້ອງຖິ່ນຕ່າງໆ ແລະ ສຳຫຼວດ, ຕີລາຄາໂດຍກົງລະບົບປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ກອງທັບ ປະຊາຊົນ ລາວ. ຄະນະນັກຊ່ຽວຊານ ໄດ້ກວດກາ ແລະ ແບ່ງປັນປະສົບການ, ແນະນຳວິທີການປ້ອງກັນ, ສະກັດກັ້ນໂລກລະບາດ, ວຽກງານກວດວິໄຈ, ບົ່ງມະຕິ, ປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ແລະ ແກ້ໄຂບັນຫາອະນາໄມສິ່ງແວດລ້ອມໃຫ້ແກ່ຫົວໜ່ວຍຕ່າງໆໂດຍກົງ. ຄຳເຫັນປະກອບຂອງຄະນະ ແມ່ນພື້ນຖານໃຫ້ແກ່ບັນດາຫົວໜ່ວຍປະຕິບັດໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງໄດ້ເປັນຢ່າງດີກວ່າ ແລະ ແບ່ງປັນປະສົບການໃຫ້ຫົວໜ່ວຍອື່ນໆທີ່ ຄະນະປະຕິບັດງານບໍ່ມີໂອກາດໄດ້ລົງເຮັດວຽກໂດຍກົງ.

        ທີ່ພິທີສະຫຼຸບໄລຍະປະຕິບັດງານ ເຊິ່ງໄດ້ດໍາເນີນໃນວັນທີ 19 ພຶດສະພາ ຢູ່ສຳນັກງານຂອງກະຊວງປ້ອງກັນປະເທດ ລາວ, ຄະນະນັກຊ່ຽວຊານ ເສນາຮັກ ຫວຽດນາມ ກໍໄດ້ຍົກອອກຂໍ້ສະເໜີແນະໃຫ້ການນຳກະຊວງປ້ອງກັນປະເທດ ລາວ ແລະ ຄະນະສະເພາະກິດ ຄວບຄຸມໂຄວິດ - 19 ຂອງກະຊວງປ້ອງກັນປະເທດລາວ ເພື່ອຍົກສູງກຳລັງຄວາມສາມາດໃນການປ້ອງກັນ, ສະກັດກັ້ນໂລກລະບາດຂອງ ກອງທັບປະຊາຊົນ ລາວ ໃນໄລຍະຈະມາເຖິງ. 

TAG
VOV/VOVworld/ນັກ​ຊ່ຽວ​ຊານ/ເສ​ນາ​ຮັກ/ກະ​ຊວງ​ປ້ອງ​ກັນ​ປະ​ເທດ/ລາວ/ປ້ອງ​ກັນ/ສະ​ກັດ​ກັ້ນ​ໂລກ​ລະ​ບາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ