logo

ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ຈັດ​ກອງ​ປະ​ຊຸມ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ​ຈຸດ​ສຸມ

2025/12/23 | 16:59:00
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບບັນດາກະຊວງ, ຂະແໜງການ ແລະ ນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ເພື່ອປຶກສາຫາລື, ປະກອບຄໍາເຫັນກ່ຽວກັບບັນດາໂຄງການເສັ້ນທາງລົດໄຟ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ

ຕອນບ່າຍວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບບັນດາກະຊວງ, ຂະແໜງການ ແລະ ນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ເພື່ອປຶກສາຫາລື, ປະກອບຄໍາເຫັນກ່ຽວກັບບັນດາໂຄງການເສັ້ນທາງລົດໄຟລວມມີ: ໂຄງການເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້; ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ແລະ ບັນດາເສັ້ນທາງລົດໄຟໃນຕົວເມືອງ.

          ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ກະຊວງວິທະຍາສາດເຕັກໂນໂລຢີ, ກະຊວງກໍ່ສ້າງສຳຫຼວດກວດຄືນມາດຕະຖານສາກົນ, ພ້ອມທັງອີງໃສ່ບົດຮຽນປະສົບການ, ບົນພື້ນຖານນັ້ນເລືອກເອົາເຕັກໂນໂລຢີກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້, ຮັບປະກັນດ້ານເຕັກນິກ ແລະ ເສດຖະກິດ.

          ສຳລັບເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສູ້ຊົນປະຕິບັດໄວກວ່າສຳລັບການຄົ້ນຄວ້າຄວາມເປັນໄປໄດ້ໃນເບື້ອງຕົ້ນ, ຊ້າສຸດແມ່ນຕ້ອງສຳເລັດໃນເດືອນ ມີນາ 2026

TAG
VOV/VOVworld/ໂຄງການເສັ້ນທາງລົດໄຟ/ສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ