logo

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ກົນ​ໄກ​ພິ​ເສດ​ນະ​ຄອນ​ໂຮ່​ຈີ​ມິນ, ດ່າ​ນັ້ງ

2025/11/25 | 10:27:52
(VOVWORLD) - ທ່ານ ຫງວຽນດຶກຫ໋າຍ ຮອງປະທານສະພາແຫ່ງຊາດ ສະເໜີວ່າ ລັດຖະບານສືບຕໍ່ສຳຫຼວດກວດຄືນກ່ຽວກັບຂອບຂະໜາດການປັບປຸງເພື່ອ ສັງລວມຄົບຖ້ວນເນື້ອໃນຂອງບັນດານະໂຍບາຍໃນຮ່າງມະຕິ, ສຳຫຼວດກວດຄືນບັນດາຂໍ້ກຳນົດກ່ຽວກັບການດຶງດູດນັກລົງທຶນຍຸດທະສາດ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເປັນປະທານກອງປະຊຸມ (ພາບ: VOV)

ຕອນຄ່ຳວັນທີ 24 ພະຈິກ, ຢູ່ກອງປະຊຸມຄັ້ງທີ 51, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງ ມະຕິເລກທີ 98 ກ່ຽວກັບການທົດລອງກົນໄກ, ນະໂຍບາຍພິເສດໃນການພັດທະນານະຄອນໂຮ່ຈີມິນຈຳນວນໜຶ່ງ; ປະກອບຄຳເຫັນກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດສະບັບປັບປຸງ, ເພີ່ມເຕີມ ບາງມາດຕາໃຫ້ມະຕິເລກທີ 136 ກ່ຽວກັບການຈັດຕັ້ງອຳນາດການປົກຄອງຕົວເມືອງ ແລະ ທົດລອງກົນໄກ, ນະໂຍບາຍພິເສດຈຳນວນໜຶ່ງ ເພື່ອພັດທະນານະຄອນດ່ານັ້ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນດຶກຫ໋າຍ ຮອງປະທານສະພາແຫ່ງຊາດ ສະເໜີວ່າ ລັດຖະບານສືບຕໍ່ສຳຫຼວດກວດຄືນກ່ຽວກັບຂອບຂະໜາດການປັບປຸງເພື່ອ ສັງລວມຄົບຖ້ວນເນື້ອໃນຂອງບັນດານະໂຍບາຍໃນຮ່າງມະຕິ, ສຳຫຼວດກວດຄືນບັນດາຂໍ້ກຳນົດກ່ຽວກັບການດຶງດູດນັກລົງທຶນຍຸດທະສາດ. ທ່ານ ຫງວຽນດຶກຫ໋າຍ ຮອງປະທານສະພາແຫ່ງຊາດ ສະເໜີວ່າ:

ສືບຕໍ່ສຳຫຼວດກວດຄືນເພື່ອສ້າງຮ່າງມະຕິໃຫ້ສົມບູນແບບ, ຮັບປະກັນບັນດາກົນໄກ, ນະໂຍບາຍພິເສດທີ່ຈຳເປັນ, ເຫັນຄວາມເປັນໄປ ຂອງນະຄອນ ໂຮ່ຈີມິນ, ດ່ານັ້ງ ພາຍຫຼັງໂຮມເຂົ້າ, ແກ້ໄຂບັນດາຂໍ້ຈຳກັດ, ຈຸດຄົງຄ້າງເມື່ອປະຕິບັດ ມະຕິ; ຮັບປະກັນວ່າ ພາຍຫຼັງປະກາດໃຊ້ ມະຕິຂອງສອງນະຄອນຈະປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຕາມແຜນນະໂຍບາຍຂອງພັກ, ມະຕິຂອງ ສອງຄະນະພັກນະຄອນ.

TAG
VOV/VOVworld/​ນະ​ຄອນ​ໂຮ່​ຈີ​ມິນ/ດ່າ​ນັ້ງ/ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ