logo

ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ

2022/7/16 | 09:07:51
(VOVWORLD) - ໄລຍະຈະມາເຖິງ, ສອງຝ່າຍຈະມີການພົວພັນແລກປ່ຽນບົດຮຽນປະສົບການເພື່ອສືບຕໍ່ສ້າງກຸ່ມກ້ອນກຳມະບານໃຫ້ໝັ້ນຄົງເຂັ້ມແຂງ, ເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ຊາວຜູ້ອອກແຮງງານ
ການເຮັດວຽກຂອງຄະນະທີ່ແຂວງຮ່ານາມ (ພາບ: nhandan.com.vn)

ວັນທີ 16 ກໍລະກົດ, ຄະນະຜູ້ແທນຂັ້ນສູງສູນກາງສະຫະພັນກຳມະບານ ລາວ ໂດຍທ່ານນາງ ອາລີ ວົງໜໍ່ບຸນທຳ, ປະທານສູນກາງສະຫະພັນກຳມະບານລາວ, ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ.

        ທີ່ການເຮັດວຽກ, ທ່ານ ເຈືອງກວັກຮຸຍ, ປະທານຄະນະກຳມະການປະຊາຊົນແຂວງ ຮ່ານາມ ຫວັງວ່າ, ໄລຍະຈະມາເຖິງ, ສອງຝ່າຍຈະມີການພົວພັນແລກປ່ຽນບົດຮຽນປະສົບການເພື່ອສືບຕໍ່ສ້າງກຸ່ມກ້ອນກຳມະບານໃຫ້ໝັ້ນຄົງເຂັ້ມແຂງ, ເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ຊາວຜູ້ອອກແຮງງານ; ທ່ານເຊື່ອໝັ້ນວ່າ: ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງຝ່າຍຈະປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ.

        ສ່ວນທ່ານນາງ ອາລີ ວົງໜໍ່ບຸນທຳ ເນັ້ນໜັກວ່າ, ການຢ້ຽມຢາມຂອງຄະນະແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ກໍ່ຄືການຮ່ວມມືລະຫວ່າງກຳມະບານສອງປະເທດ, ພ້ອມທັງຫວັງວ່າ ກຳມະບານສອງປະເທດຈະຊຸກຍູ້ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານກ່ວາອີກ.

TAG
VOV/VOVworld/ກຳ​ມະ​ບານ/ແລກ​ປ່ຽນ/ພົວ​ພັນ/ມິດ​ຕະ​ພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ