logo

ຄະ​ນະ​ຜູ້​ແທນ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ເດີນ​ທາງ​ໄປ​ຢ້ຽມ​ຢາມ ຊີ​ຣີ ເປັນ​ເທື່ອ​ທຳ​ອິດ

2025/12/5 | 09:04:34
(VOVWORLD) - ຄາດວ່າ ຄະນະຜູ້ແທນຈະພົບປະກັບບັນດາການນຳອຳນາດການປົກຄອງໃໝ່, ໃນນັ້ນ ມີທ່ານ Ahmed al-Sharaa ປະທານາທິບໍດີຊົ່ວຄາວ, ພ້ອມດ້ວຍຜູ້ຕາງໜ້າພົນລະເຮືອນ. 
ທ່ານປະທານາທິບໍດີ ຊີຣີ Ahmed al-Sharaa ຕ້ອນຮັບຄະນະຜູ້ແທນສະພາຄວາມໝັ້ນຄົງ ສປຊ  ໃນວັນທີ 4/12/2025. Ảnh:  (ພາບ: REUTERS/Khalil Ashawi)

ວັນທີ 04 ທັນວາ, ຄະນະຜູ້ແທນຂອງສະພາຄວາມໝັ້ນຄົງ ສປຊ ໄດ້ເດີນທາງໄປຢ້ຽມຢາມ ຊີຣີ ເປັນເທື່ອທຳອິດ ພາຍຫຼັງກວ່າ 01 ທົດສະວັດທີ່ເກີດການປະທະກັນ. ຄາດວ່າ ຄະນະຜູ້ແທນຈະພົບປະກັບບັນດາການນຳອຳນາດການປົກຄອງໃໝ່, ໃນນັ້ນ ມີທ່ານ Ahmed al-Sharaa ປະທານາທິບໍດີຊົ່ວຄາວ, ພ້ອມດ້ວຍຜູ້ຕາງໜ້າພົນລະເຮືອນ. ຄະນະຜູ້ແທນກໍຈະໄປສຳຫຼວດເຂດ Jobar, ຢູ່ຊານເມືອງ Damascus, ບ່ອນທີ່ເຄີຍຖືກທຳລາຍຢ່າງໜັກໜ່ວງໃນບັ້ນສົງຄາມ.

        ທ່ານ  Samuel Zbogar, ເອກອັກຄະລັດຖະທູດ ສະໂລເວນີ, ປະເທດປະທານໝູນວຽນສະພາຄວາມໝັ້ນຄົງ ສປຊ, ໃຫ້ຮູ້ວ່າ ຈຸດປະສົງຂອງການປະຕິບັດງານຄັ້ງນີ້ແມ່ນຟື້ນຟູຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ສປຊ ແລະ ອຳນາດການປົກຄອງໃໝ່ຂອງ ຊີຣີ, ພ້ອມທັງສະແດງຄວາມຫວັງຕໍ່ກັບວິວັດທະນການຂ້າມຜ່ານຢ່າງຮອບດ້ານ, ການເຕີບໂຕແບບກວມລວມ ແລະ ການຕ້ານການກໍ່ການຮ້າຍ. ທ່ານ Zbogar ຕີລາຄາວ່າ ການຢ້ຽມຢາມໄດ້ດຳເນີນໃນ “ຈຸດເວລາແກ່ນສານ” ສຳລັບ ຊີຣີ ແລະ ລີບັງ. ຄາດວ່າ, ຄະນະຜູ້ແທນສະພາຄວາມໝັ້ນຄົງ ສປຊ ຈະສືບຕໍ່ໄປຢ້ຽມຢາມປະເທດ ລີບັງ ໃນ 2 ວັນຈະມາເຖິງ.

TAG
VOV/VOVworld/ສະພາຄວາມໝັ້ນຄົງ ສປຊ/​ຢ້ຽມ​ຢາມ ຊີ​ຣີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ