logo

ຄາດວ່າ ກະສິກຳອາດຈະບັນລຸເປົ້າໝາຍສົ່ງອອກ 70 ຕື້ USD ໃນປີ 2025

2025/12/4 | 11:01:45
(VOVWORLD) - ຕາມການປະກາດຂອງທາງກະຊວງແລ້ວ, ໃນ 11 ເດືອນຂອງປີ 2025, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຄາດວ່າບັນລຸ 64,01 ຕື້ USD
(ທ່ານ ຟຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ)

        “ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ລື່ນກາຍລະດັບສະຖິຕິ, ສ້າງທ່າເຕີບໂຕຢ່າງແຮງໃນທ້າຍປີ, ມຸ່ງໄປເຖິງເປົ້າໝາຍ 70 ຕື້ USD ໃນປີນີ້”. ນີ້ແມ່ນຄຳຢືນຢັນຂອງທ່ານ ຟຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ທີ່ກອງປະຊຸມຖະແຫຼງຂ່າວປະຈຳເດືອນຈັດຂຶ້ນໃນຕອນເຊົ້າວັນທີ 04 ທັນວາ, ຢູ່ ຮ່າໂນ້ຍ.

        ຕາມການປະກາດຂອງທາງກະຊວງແລ້ວ, ໃນ 11 ເດືອນຂອງປີ 2025, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຄາດວ່າບັນລຸ 64,01 ຕື້ USD, ເພີ່ມຂຶ້ນເກືອບ 12,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ຕົວເລກດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນການຟື້ນຟູຢ່າງແຮງຂອງການເຄື່ອນໄຫວດ້ານການຄ້າທາງກະເສດເທົ່ານັ້ນ ຫາກຍັງລື່ນກາຍລະດັບສະຖິຕິ 62,4 ຕື້ USD ຂອງທັງປີ 2024. ທ່ານຮອງລັດຖະມົນຕີ ຟຸ່ງດຶກຕຽນ, ໃຫ້ຮູ້ວ່າ:

        “ບັນດາຕະຫຼາດສົ່ງອອກ, ພິເສດແມ່ນຕະຫຼາດ ອາເມລິກາ ແລະ ຕະຫຼາດ ຈີນ ມີການຫັນທິດຢ່າງຕັ້ງໜ້າ. ພ້ອມກັນນັ້ນ, ຕະຫຼາດສະຫະພາບ ເອີລົບ ກໍ່ມີການຫັນປ່ຽນຢ່າງແຮງ. ຖ້າວ່າ ເດືອນ ທັນວາ ຮັກສາທ່າເຕີບໂຕປະມານ 6 ຕື້ USD ນັ້ນ, ຫວຽດນາມ ຈະສຳເລັດເລື່ອງບັນລຸເປົ້າໝາຍການສົ່ງອອກຂອງປີນີ້ແມ່ນແຕ່ 65 70 ຕື້ USD ໄດ້ແຕ່ໄວ”.

TAG
VOV/VOVworld/​ການຄ້າ​​/ກະ​ເສດ​/ສະ​ຖິ​ຕິ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ