ອາທິດທີ່ຜ່ານມາ, ພາກພາສາລາວວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຄວາມຄິດຄວາມເຫັນຂອງຜູ້ຟັງຫຼາຍທ່ານກ່ຽວກັບເວັບໄຊ vovworld.vn. ມື້ນີ້, ພວກເຮົາຂໍຄັດສະເໜີບາງຄວາມເຫັນຂອງທ່ານຜູ້ຟັງ, ຜູ້ຊົມທີ່ເຕື້ອງເຖິງບັນຫານີ້.
ອາທິດທີ່ຜ່ານມາ, ພາກພາສາລາວວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຄວາມຄິດຄວາມເຫັນຂອງຜູ້ຟັງຫຼາຍທ່ານກ່ຽວກັບເວັບໄຊ vovworld.vn. ມື້ນີ້, ພວກເຮົາຂໍຄັດສະເໜີບາງຄວາມເຫັນຂອງທ່ານຜູ້ຟັງ, ຜູ້ຊົມທີ່ເຕື້ອງເຖິງບັນຫານີ້.

ໂດຍມີໄລຍະໜຶ່ງທີ່ໄດ້ຮຳ່ຮຽນຢູ່ນະຄອນຫຼວງ ຮ່າໂນ້ຍ, ນາງ ແສງອາລຸນ ດີໃຈທີ່ສຸດເມື່ອໄດ້ຮັບຊົມພາບສາລະຄະດີ ກ່ຽວກັບຄວາມງາມຂອງຮ່າໂນ້ຍ ໃນອາທິດຜ່ານມາ. ນາງໃຫ້ຮູ້ວ່າ: “ແຕ່ກ່ອນ, ຂ້າພະເຈົ້າແມ່ນນັກສຶກສາຮຽນມະຫາວິທະຍາໄລແພດສາດຮ່າໂນ້ຍ, ດັ່ງນັ້ນຈຶ່ງມີໂອກາດໄດ້ດຳລົງຊີວິດ ແລະ ຮ່ຳຮຽນຫຼາຍປີຢູ່ຮ່າໂນ້ຍ, ແລະ ມີອະນຸສອນຫຼາຍຢ່າງກ່ຽວກັບເຂດດິນແດນ ແລະ ຊາວຮ່າໂນ້ຍ. ໄລຍະຜ່ານມາ, ເມື່ອໄດ້ຮັບຊົມພາບສາລະຄະດີກ່ຽວກັບຄວາມງາມຂອງຮ່າໂນ້ຍໃນຍາມທ້າຍລະດູບານໃໝ່ຂອງພາກພາສາລາວວິທະຍຸກະຈາຍສຽງຫວຽດນາມ, ຍິ່ງເຮັດໃຫ້ຂ້າພະເຈົ້າຄິດຮອດຄິດເຖິງອະນຸສອນໄລຍະເວລາທີ່ດຳລົງຊີວິດຢູ່ ຮ່າໂນ້ຍຫຼາຍ. ຂອບໃຈພວກເພື່ອນທີ່ໄດ້ນຳເອົາຮູບພາບຫຼາຍຢ່າງກ່ຽວກັບ ຫວຽດນາມ ມາໃຫ້ພວກຂ້າພະເຈົ້າໄດ້ຮັບຊົມ.
ສ່ວນເພື່ອນ ອຸດອນ ສອນສຸລິດ, ພວມຮຽນປະລິຍາໂທ ຢູ່ມະຫາວິທະຍາໄລວັດທະນະທຳຮ່າໂນ້ຍ, ຜູ້ທີ່ເຄີຍເຂົ້າເວັບໄຊ vovworld.vn ເພື່ອຮັບຟັງ ແລະ ຮັບຊົມບັນດາລາຍການພາກພາສາຕ່າງປະເທດ, ພິເສດແມ່ນພາສາລາວ ເປັນປະຈຳຈຶ່ງໄດ້ມີຄວາມເຫັນສະເພາະຂອງຕົນວ່າ:

ສ່ວນທ່ານ ອິນປັນ ພິມທິສານ ປະຈຸບັນເປັນພະນັກງານຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງອັດຕະປື
ໄດ້ສະແດງຄວາມພາກພຸມໃຈ ຕໍ່ການຊ່ວຍເຫຼືອຂອງ vov5 ທີ່ມີຕໍ່ວິທະຍຸແຫ່ງຊາດ ລາວ ແລະຫວັງວ່າທາງວິທະຍຸ vov5 ຈະສືບຕໍ່ຮັກສາມູນເຊື້ອສາມັກຄີພິເສດ ຂອງພວກເຮົາໄວ້ ຍືນນານຕະຫລອດໄປ.
ພວກເຮົາພາກພຸມໃນທີ່ສຸດ ເມື່ອໄດ້ຮັບຄຳຄິດຄຳເຫັນປະກອບຈາກພວກເພື່ອນ: ແສງອາລຸນ, ອຸດອນ, ເພັດສະຫວັນ, ອິນປັນ, ຂໍຂອບອົກຂອບໃຈພວກເພື່ອນຫຼາຍ. ນອກຈາກສົ່ງຂໍ້ມູນຂ່າວໃຫ້ພວກເຮົາທາງໄປສະນີ, ໂທລະສັບແລ້ວ, ພວກເພື່ອນຍັງສາມາດສົ່ງຈົດໝາຍຕອບກັບໃນເວັບໄຊ ຂອງພວກເຮົາກໍ່ໄດ້. ຫວັງວ່າ, ໄລຍະຈະມາເຖິງ, ທ່ານຜູ້ຟັງ, ຜູ້ອ່ານຈະສືບຕໍ່ຕິດຕາມລາຍການຂອງພວກເຮົາເປັນປະຈຳ ແລະ ສົ່ງຈົດໝາຍຕອບກັບມາຍັງລາຍການ ເພື່ອໃຫ້ລາຍການຂອງພວກເຮົານັບມື້ນັບດີກ່ວາເກົ່າ. ທ່ານຜູ້ຟັງ, ຜູ້ອ່ານທີ່ເຄົາລົບ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໄດ້ສິ້ນສຸດລົງພຽງເທ່ົານີ້, ທ່ານຜູ້ຟັງສາມາດອ່ານຄືນ, ທຸກໆລາຍການຂອງພາກພາສາລາວໃນເວັບໄຊ vovworld.vn. ຫຼືພວກເພື່ອນສາມາດຝາກຈົດໝາຍ ມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ກໍຄືໂທລະສັບໂດຍກົງເຖິງພວກເຮົາຕາມເບີໂທ 0084.43.8256631. ຂໍຂອບໃຈ.




