ຮຽນປະຊາຊົນ ແລະ ນັກຮົບໃນທົ່ວປະເທດ!
ເນື່ອງໃນໂອກາດປີໃຫມ່ 2017 ແລະ ຕ້ອນຮັບບຸນປີໃຫມ່ປະຈຳຊາດປີລະກາ, ຕາງຫນ້າໃຫ້ການນຳພັກ, ລັດ, ຂ້າພະເຈົ້າຂໍສົ່ງຄຳຢື້ຢາມຖາມຂ່າວ
![]() |
ຮຽນປະຊາຊົນ ແລະ ນັກຮົບໃນທົ່ວປະເທດ!
ເນື່ອງໃນໂອກາດປີໃຫມ່ 2017 ແລະ ຕ້ອນຮັບບຸນປີໃຫມ່ປະຈຳຊາດປີລະກາ, ຕາງຫນ້າໃຫ້ການນຳພັກ, ລັດ, ຂ້າພະເຈົ້າຂໍສົ່ງຄຳຢື້ຢາມຖາມຂ່າວ, ພອນໄຊອັນປະເສີດທີ່ສຸດມາຍັງປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຕາງຫນ້າໃຫ້ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າອວຍພອນໃຫ້ປະຊາຊົນບັນດາປະເທດໃນໂລກ, ເພື່ອນມິດສາກົນ ປີໃຫມ່ມີຄວາມສັນຕິສຸກ ແລະ ວັດທະນາຖາວອນ.
ຮຽນປະຊາຊົນ ແລະ ນັກຮົບໃນທົ່ວປະເທດ!
ປີ 2016 ຜ່ານມາ, ທົ່ວຊາດຫວຽດນາມໄດ້ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ, ບັນລຸໄດ້ບັນດາຜົນງານສຳຄັນໃນທຸກຂົງເຂດ.
ຕ້ອນຮັບປີໃຫມ່, ຊາວຫວຽດນາມ ແຕ່ລະຄົນ ຕ້ອງເສີມຂະຫຍາຍຈິດໃຈຮັກຊາດ, ມຸນເຊື້ອຂອງຊາວຫວຽດນາມ ຢ່າງສູງສຸດ, ດ້ວຍເຈດຈຳນົງເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມສາມັກຄີ, ມີຫົວຄິດປະດິດສ້າງ, ອອກແຮງແຂ່ງຂັນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ, ເປີດໄລຍະພັດທະນາໃຫມ່, ເຮັດໃຫ້ປະເທດຊາດຈະເລີນຮຸ່ງເຮືອງ, ທຸກຄົນ, ທຸກຄອບຄົວມີຄວາມອີ່ມໜຳສຳລານພູນສຸກ.
ດ້ວຍຄວາມເຊື່ອໝັ້ນຢ່າງເລິກເຊິ່ງຕໍ່ກຳລັງແຮງຂອງທັງຊາດ ແລະ ປະຖົມປັດໄຈອັນສະຫວ່າງສະໄຫວຂອງປະເທດຊາດ, ພວກເຮົາຕັດສິນໃຈຍາດໄດ້ບັນດາໄຊຊະນະໃຫມ່, ໃຫຍ່ຫລວງກວ່າໃນພາລະກິດແຫ່ງການປ່ຽນແປງໃຫມ່, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນທີ່ສັກກະລະບູຊາຂອງປະເທດຊາດ, ສ້າງສາປະເທດຫວຽດນາມ ຮັ່ງມີເຂັ້ມແຂງ, ຊາດຫວຽດນາມ ໝັ້ນຄົງຍາວນານ, ຮຽງບ່າຮຽງໄລ່ກັບເພື່ອນມິດໃນ 5 ທະວີບ, ກ້າວໄປເຖິງອະນາຄົດອັນດີງາມ.
ປີໃຫມ່ ດ້ວຍກຳລັງແຮງໃຫມ່, ຄວາມຕັດສິນໃຈໃຫມ່, ພະລັງຊີວິດໃຫມ່. ທົ່ວປະເທດ ຮ່ວມແຮງຮ່ວມໃຈ, ເປັນຈິດຫນຶ່ງໃຈດຽວ ແນ່ນອນວ່າຈະໄດ້ຮັບຜົນສຳເລັດຢ່າງຈົບງາມ.
ເຈີນດ້າຍກວາງ




