logo

ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ - ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ຜະ​ລິດ, ການ​ສົ່ງ​ອອກ​ນຳ​ເຂົ້າຍາມ​ທ້າຍ​ປີ

2025/11/2 | 09:58:00
(VOVWORLD) - ມີຫຼາຍວາລະເຊື່ອມຕໍ່ສາກົນໄດ້ດຳເນີນດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດ ແລະ ອົງການສົ່ງເສີມທີ່ມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ສິງກະໂປ, ນິວຊີແລນ ແລະ ສະຫະພາບເອີຣົບ, ບັນດາເຫດທຸລະກຳດຶງດູດຄວາມສົນໃຈ ແລະ ການຕີລາຄາຢ່າງຕັ້ງໜ້າຂອງຄູ່ຮ່ວມມືຕ່າງປະເທດ.
ງານຕະຫຼາດນັດລະດູໃບໄມ້ຫຼົ່ນ

ຕາມຂໍ້ມູນຂ່າວຈາກຄະນະຈັດຕັ້ງງານຕະຫຼາດນັດລະດູໃບໄມ້ຫຼົ່ນໃຫ້ຮູ້ວ່າ, ໃນຂອບເຂດງານຕະຫຼາດນັດ (ແຕ່ວັນທີ 26 ຕຸລາ ມາຮອດປັດຈຸບັນ) ໄດ້ມີກິດຈະກຳສົ່ງເສີມການຄ້າ, ເຊື່ອມຕໍ່ຜູ້ສະໜອງ ກັບຜູ້ມີຄວາມຕ້ອງການ, ກອງປະຊຸມແລກປ່ຽນການຄ້າ ນັບສິບກິດຈະກຳເພື່ອຊຸກຍູ້ການເຄື່ອນໄຫວສົ່ງອອກນຳເຂົ້າຍາມທ້າຍປີ. ພິເສດ, ມີຫຼາຍວາລະເຊື່ອມຕໍ່ສາກົນໄດ້ດຳເນີນດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດ ແລະ ອົງການສົ່ງເສີມທີ່ມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ສິງກະໂປ, ນິວຊີແລນ ແລະ ສະຫະພາບເອີຣົບ, ບັນດາເຫດທຸລະກຳດຶງດູດຄວາມສົນໃຈ ແລະ ການຕີລາຄາຢ່າງຕັ້ງໜ້າຂອງຄູ່ຮ່ວມມືຕ່າງປະເທດ.

ວິສາຫະກິດ ນິວຊີແລັນ ຊອກຮູ້ກ່ຽວກັບຜະລິດຕະພັນຂອງ ຫວຽດນາມ

        ຕາມຕົວເລກຂອງກະຊວງອຸດສາຫະກຳ ແລະ ການຄ້າ, ລວມຍອດມູນຄ່າການສົ່ງອອກນຳເຂົ້າສິນຄ້າໃນ 9 ເດືອນຂອງປີ 2025 ຄາດວ່າບັນລຸກວ່າ 680 ຕື້ USD, ເພີ່ມຂຶ້ນ 17,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ການສົ່ງອອກບັນລຸ 348,74 ຕື້ USD, ການນຳເຂົ້າບັນລຸ 331,92 ຕື້ USD. ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 ໄດ້ດຳເນີນໃນໄຕມາດທີ 4 ແມ່ນໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ເຊັນສັນຍາຜະລິດ ແລະ ເພີ່ມທະວີການນຳເຂົ້າໃນໂອກາດທ້າຍປີນີ້, ສູ້ຊົນບັນລຸໄດ້ເປົ້າໝາຍທີ່ວາງອອກ. ທ່ານຟຸ່ງວັນແທ່ງ, ອະດີດທູດການຄ້າ, ຫ້ອງການການຄ້າ ຫວຽດນາມ ປະຈຳ ຟີລິບປິນ ໃຫ້ຮູ້ວ່າ:     

        “ຂ້າພະເຈົ້າໄດ້ແນະວິສາກິດຈຳນວນໜຶ່ງ, ພິເສດແມ່ນບັນດາວິສາຫະກິດທີ່ດຳເນີນທຸລະກິດກວ່າ 70 ປີແລ້ວ ມາ ຫວຽດນາມ ຊອກຫາບັນດາປະເພດຜະລິຕະພັນກະເສດ ແລະ ອຸດສາຫະກຳ ຢູ່ ຫວຽດນາມ, ຢາກຊອກຫາບັນດາໂອກາດຮ່ວມມືກັບວິສາກິດຢູ່ພາຍໃນປະເທດເພື່ອເປີດກວ້າງການລົງທຶນ ກໍຄືຊອກຫາໂອກາດລົງທຶນ, ສ້າງໂຮງຈັກໂຮງງານເພື່ອສະໜອງບັນດາການບໍລິການຢູ່ ຫວຽດນາມ.”


TAG
VOV/VOVworld/ກະຊວງອຸດສາຫະກຳ ແລະ ການຄ້າ/ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ