logo

ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ​ປີ 2025 - ບ່ອນ​ເຕົ້າ​ໂຮມ​ສິ່ງຍອດ​ຍິ່ງ​ຂອງ​ອາ​ຊີບ​​ພື້ນ​ເມືອງ ຮ່າ​ໂນ້ຍ

2025/10/31 | 10:32:37
(VOVWORLD) - ດ້ວຍຂອບຂະໜາດໃຫຍ່, ເປັນເອກະລັກພິເສດ, ເຂດ “ສິ່ງຍອດຍິ່ງຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ” ຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນປີ 2025 ພວມດຳເນີນຢູ່ສູນວາງສະແດງ ຫວຽດນາມ (ດົງແອັງ, ຮ່າໂນ້ຍ) ແມ່ນສະຖານທີ່ຈັບໃຈສຳລັບປະຊາຊົນ ແລະ ແຂກທ່ອງທ່ຽວ. ຢູ່ທີ່ນີ້, ແຂກທ່ອງທ່ຽວ ບໍ່ພຽງແຕ່ມີໂອກາດໄດ້ສຳຜັດເທົ່ານັ້ນ ຫາກຍັງໄດ້ຊອກຮູ້ກ່ຽວກັບບັນດາຜະລິດຕະພັນຂອງໝູ່ບ້ານອາຊີບພື້ນເມືອງຂອງນະຄອນຫຼວງແຫ່ງອະລິຍະທຳນັບພັນປີອີກດ້ວຍ.
ຮ້ານແນະນຳຜະລິດຕະພັນ ຕໍ່ແຮ - ເຄື່ອງຫຼີ້ນພື້ນເມືອງຂອງເດັກ ແມ່ນເປັນໜ້າສົນໃຈດຶງດູດແຂກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫຼາຍ

ໃນງານຕະຫຼາດນັດປີນີ້, ມີຫຼາຍອາຊີບພື້ນເມືອງຂອງນະຄອນຫຼວງໄດ້ຮັບການວາງສະແດງໂດຍກົງ, ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວ. ຮ້ານແນະນຳຜະລິດຕະພັນ ຕໍ່ແຮ - ເຄື່ອງຫຼີ້ນພື້ນເມືອງຂອງເດັກ ແມ່ນເປັນໜ້າສົນໃຈດຶງດູດແຂກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫຼາຍ. ບັນດາໂຕ ຕໍ່ແຮ ທີ່ເຕັມໄປດ້ວຍສີສັນ ທີ່ໄດ້ເຮັດດ້ວຍສີມືອັນຄ່ອງແຄ້ວຂອງບັນດານາຍຊ່າງນັ້ນ ກໍສຳເລັດໄປເທື່ອລະໜ້ອຍພ້ອມກັບສຽງຫົວ, ຮອຍຍິ້ມ, ແວວຕາແຫ່ງຄວາມເຄົາລົບຂອງແຂກທ່ອງທ່ຽວ, ໂດຍສະເພາະແມ່ນເດັກນ້ອຍ.

“ຮ້ານວາງສະແດງນີ້ໄດ້ຈັດຂຶ້ນເພື່ອໃຫ້ເດັກນ້ອຍມີຄວາມເຂົ້າໃຈກ່ຽວກັບປະເພນີພື້ນເມືອງຂອງຊາດຕົນ. ບັນດານາຍຊ່າງເຮັດຕໍ່ແຮງາມຫຼາຍ.”

“ສອງແມ່ລູກຂ້າພະເຈົ້າມານີ້ແລ້ວກໍເຂົ້າໄປຮ້ານວາງສະແດງ ຕໍ່ແຮ ເລີຍ. ພວກລູກກໍ່ບໍ່ຄ່ອຍມີໂອກາດໄດ້ເຂົ້າຮ່ວມບັນດາກິດຈະກຳລົງຕວຈິງແບບນີ້, ສະນັ້ນ ເມື່ອມານີ້ ຫຼານກໍ່ມັກບັນດາຮ້ານວາງສະແດງອາຊີບພື້ນເມືອງ.  ຂ້າພະເຈົ້າກໍແນະນຳໃຫ້ພວກລູກກ່ຽວກັບຮູບຊົງຂອງຕໍ່ແຮແຕ່ລະໂຕ”.

ຈຸດພົ້ນເດັ່ນຂອງເຂດວາງສະແດງບັນຍາກາດ ຮ່າໂນ້ຍ ແມ່ນ ໃນພື້ນທີ່ກວ້າງ ທີ່ມີຊື່ວ່າ “ເສັ້ນທາງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ” ໄດ້ວາດພາບຄຸ້ມຖະໜົນເກົ່າ ຮ່າໂນ້ຍ. ສີເຫຼືອງຂອງລະດູໃບໄມ້ຫຼົ່ນ ໄດ້ເລືອກເປັນສີຫຼັກ, ເຮັດໃຫ້ຫວນຄືນບັນດາພາບພົດທີ່ເປັນເອກະລັກຂອງ ຮ່າໂນ້ຍຄືນອີກ. ເອື້ອຍ ເລທິຮວາມາຍ, ຢູ່ຕາແສງ ດົງແອັງ, ຮ່າໂນ້ຍ ແບ່ງປັນວ່າ:

“ໃນເຂດວາງສະແດງນີ້ໄດ້ວາດພາບຄືນວິຖີຊີວິດ, ແຕ່ລະກຳແພງ, ຫຼັງຄາເຮືອນຢູ່ຖະໜົນເກົ່າ ຮ່າໂນ້ຍ ໄດ້ຢ່າງແທ້ຈິງ. ຂ້າພະເຈົ້າມັກເຂດວາງສະແດງນີ້ທີ່ສຸດ, ມີແນວຫຼີ້ນໃຫ້ທັງຜູ້ເຖົ້າ ແລະ ເດັກນ້ອຍ. ປະທັບໃຈທີ່ສຸດແມ່ນຮ້ານວາງສະແດງຄຸ້ມຖະໜົນເກົ່າ.”

TAG
VOV/VOVworld/ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ/ດຶງ​ດູດ​ແຂກ​ທ່ອງ​ທ່ຽວ/ຢ້ຽມ​ຊົມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ