logo

ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ ປີ 2025: ໂອ​ກາດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ເຊື່ອມ​ຕໍ່ ແລະ ແລກ​ປ່ຽນ​ຄ້າ​ຂາຍ

2025/10/28 | 11:38:42
(VOVWORLD) -    ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 ປີ 2025 ມີການເຂົ້າຮ່ວມຂອງວິສາຫະກິດພາຍໃນ ແລະ ຕ່າງປະເທດກວ່າ 2.500 ແຫ່ງ. ບໍ່ພຽງແຕ່ແມ່ນເຫດການເສດຖະກິດ - ວັດທະນະທຳລະດັບຊາດເທົ່ານັ້ນ, ນີ້ຍັງແມ່ນໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ໂຄສະນາຜະລິດຕະພັນ, ຊຸກຍູ້ການແລກປ່ຽນການຄ້າຂາຍ, ເຊື່ອມໂຍງເຂົ້າກັບສາກົນ ອີກດ້ວຍ.
ງານຕະຫຼາດນັດມີຮ້ານວາງສະແດງສິນຄ້າປະມານ 3.000 ຮ້ານ (ພາບ: -VGP)

   ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 – 2025 ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ໂດຍໄດ້ຮັບການຂະໜານນາມວ່າ “ມະຫາຕະຫຼາດ” ລວມມີ 5 ເຂດ, ດ້ວຍຮ້ານວາງສະແດງສິນຄ້າປະມານ 3.000 ຮ້ານ, ໃນເນື້ອທີ່ກວ່າ 130.000 m². ບັນດາວິສາຫະກິດໄດ້ນຳບັນດາຜະລິດຕະພັນທີ່ເປັນເອກະລັກທີ່ສຸດ, ມີຄຸນນະພາບສູງທີ່ສຸດມາວາງສະແດງເພື່ອແນະນຳເຖິງປະຊາຊົນ, ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນກ ທ່ານ ຫວູຊວັນຮຶງ, ຜູ້ອຳນວຍການຝ່າຍດຳເນີນທຸລະກິດ ບໍລິສັດ ຮັ່ງນົກແອນ ກອນຕຸມ ໃຫ້ຮູ້ວ່າ:

        “ນີ້ແມ່ນງານຕະຫຼາດນັດໃຫຍ່ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດທີ່ມາຈາກທຸກແຖບຖິ່ນໃນທົ່ວປະເທດ. ນີ້ແມ່ນໂອກາດເພື່ອເຊື່ອມຕໍ່, ຈຳໜ່າຍຜະລິດຕະພັນ. ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ເຂົ້າຮ່ວມງານຕະຫຼາດນັດ ແລະ ມີແຂກທ່ອງທ່ຽວມາຈາກທ້ອງຖິ່ນຕ່າງໆເປັນຈຳນວນຫຼາຍ, ແຜ່ກະຈາຍບັນດາຜະລິດຕະພັນຂອງວິສາຫະກິດ.”

        ດ້ວຍຫົວຂໍ້ ແລະ ສານທີ່ວ່າ “ເຊື່ອມຕໍ່ມະນຸດ້ວຍການຜະລິດ, ດຳເນີນທຸລະກິດ”, ງານຕະຫຼາດນັດແມ່ນເຫດການເສດຖະກິດ - ວັດທະນະທຳ ທີ່ບໍ່ພຽງແຕ່ມີຂອບເຂດລະດັບຊາດເທົ່ານັ້ນ, ຫາກຍັງບືນຕົວອອກສູ່ໂລກ, ເຊີດຊູບັນດາຜະລິດຕະພັນ, ເຄື່ອງໝາຍການຄ້າພົ້ນເດັ່ນທີ່ເປັນເອກະລັກ ແລະ ພຸມປັນຍາ ຫວຽດນາມ, ປະກອບສ່ວນກະຕຸ້ນການບໍລິໂພກພາຍໃນ, ແຜ່ກະຈາຍນ້ຳໃຈ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ”, ຊຸກຍູ້ການແລກປ່ຽນການຄ້າການລົງທຶນ, ເຊື່ອມໂຍງເຂົ້າກັບສາກົນ.

TAG
VOV/VOVworld/ເຊື່ອມຕໍ່ມະນຸດ້ວຍການຜະລິດ/ດຳເນີນທຸລະກິດ”/ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ