|
ໂດຍຖືເອົາຫົວເລື່ອງ “ ທ່ອງທ່ຽວຂຽວ ” ງານຕະຫຼາດນັດສາກົນທ່ອງທ່ຽວຫວຽດນາມປີ 2019 ຖືກດຳເນີນແຕ່ວັນທີ 27-30ມີນາຢູ່ຮ່າໂນ້ຍ, ອັນໄດ້ດຶງດູດບັນດາບໍລິສັດ, ກຸ່ມບໍລິສັດທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ. |
|
ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບການທ່ອງທ່ຽວ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນຫງອກຖ້ຽນ ຜູ້ອຳນວຍການໃຫຍ່ VOV ຫງວຽນເຖກີ ພ້ອມກັບການນຳບັນດາອົງການສາກົນ, ຜູ້ຕາງໜ້າບັນດາອົງການທ່ອງທ່ຽວ ແລະ ອົງການສົ່ງເສີມການທ່ອງທ່ຽວຂອງຫຼາຍປະເທດໄດ້ເຂົ້າຮ່ວມ ແລະ ຕັດແຖບຜ້າເປີດສະຫຼອງ. |
|
ງານຕະຫຼາດນັດສາກົນທ່ອງທ່ຽວຫວຽດນາມປີ 2019 ມີຂອບຂະໜາດໃຫຍ່ກ່ວາໝູ່ນັບແຕ່ກ່ອນເປັນຕົ້ນມາ, ອັນໄດ້ດຶງດູດ 720 ວິສາຫະກິດ, ອົງການສົ່ງເສີມການທ່ອງທ່ຽວທີ່ມາຈາກ 27 ປະເທດ ແລະ ເຂດແຄ້ວນ ແລະ 47 ແຂວງ ແລະ ນະຄອນຂອງຫວຽດນາມໄດ້ເຂົ້າຮ່ວມ. |
![]() |
|
ໃນຕອນເຊົ້າພາຍຫຼັງພິທີໄຂ, ງານຕະຫຼາດນັດໄດ້ດຶງດູດແຂກມາຢ້ຽມຊົມຢ່າງຫຼວງຫຼາຍ.
ນີ້ແມ່ນໂອກາດເພື່ອໃຫ້ບັນດາທ້ອງຖິ່ນຢູ່ພາຍໃນປະເທດໂຄສະນາຜະລິດຕະພັນວັດທະນະທຳ ແລະ ການທ່ອງທ່ຽວ ຂອງຕົນໃຫ້ແກ່ແຂກທ່ອງທ່ຽວ. |
|
ມີບາງຮ້ານວາງສະແດງຍັງຈັດລາຍການສະແດງສິລະປະທີ່ເປັນເອກະລັກຂອງບັນດາເຜົ່າ. |
|
|
![]() |
ຮ້ານວາງສະແດງບັນດາປະເພດສິນຄ້າພິເສດຄື: ນ້ຳເຜີ້ງ, ເຫັດປ່າ….ທີ່ງານຕະຫຼາດນັດ.
|
ສິນຄ້າ ບັນດາປະເພດເຄື່ອງສິລະປະຫັດຖະກຳທີ່ລະອຽດອ່ອນທີ່ງານຕະຫຼາດນັດ. |
|
ຮ້ານສາງສະແດງຂອງຊ່ອງໂທລະພາບ Vietnam Journey ຂອງ VOV ທີ່ງານຕະຫຼາດນັດ. |
|
ບັນດາລາຍການທ່ອງທ່ຽວດ້ວຍລາຄາຖືກ, ລາຍການສົ່ງເສີມການຄ້າ “ ປີ້ຍົນດ້ວຍລາຄາ 0 ດົງ ” ຂອງບໍລິສັດການບິນຕ່າງໆທີ່ໂຄສະນາທີ່ງານຕະຫຼາດນັດ. |
|
ບັນດາບໍລິສັດທ່ອງທ່ຽວຕ່າງປະເທດເຂົ້າຮ່ວມງານຕະຫຼາດນັດ ກໍໄດ້ມີບັນດາລາຍການທີ່ດູດດື່ມສຳລັບແຂກທ່ອງທ່ຽວ. |
|
ແຂກທ່ອງທ່ຽວຊອກຮູ້ກ່ຽວກັບລາຍການທ່ອງທ່ຽວ Maldives |
|
ພ້ອມກັນນັ້ນ, ກໍຍັງມີບັນດາການເຄື່ອນໄຫວທີ່ດູດດື່ມ. ອົງການສົ່ງເສີມການທ່ອງທ່ຽວຍີປຸ່ນ ຈັດລາຍການ ລອງນຸ່ງຊຸດອາພອນ Yukata ຂອງຍີ່ປຸ່ນ. |
|
ລາຍການສະແດງສິລະປະທີ່ເປັນເອກະລັກຂອງບັນດານັກສິລະປິນທີ່ມາຈາກມາເລເຊຍ. |
|
ການເຄື່ອນໄຫວສະແດງສິລະປະຢູ່ຮ້ານວາງສະແດງໄຕ້ຫວັນ |
![]() |
|
ລາຍການສະແດງຊຸດເສື້ອຍາວຫວຽດນາມ.
ງານຕະຫຼາດນັດປີນີ້ ກໍໄດ້ຕ້ອນຮັບ 2 ປະເທດທີ່ມາຮ່ວມເປັນຄັ້ງທຳອິດຄື: ສປປເກົາຫຼີ ແລະ ເປຣູ. |
|
|




