logo

ງານບຸນກໍ່ດົ໋ງດາ - ວາດພາບປະຫວັດສາດຂັບໄລ່ສັດຕູຕ່າງດ້າວ

2017/2/3 | 07:22:11
      

(vovworld) - ໃນ​ວັນ​ທີ  05 ເດືອນ​ຈ່ຽງ (ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ປະ​ຊາ​ຊົນ​ຮ່າ​ໂນ້ຍ ໄດ້​ພາ​ກັນ​ໄປ​ຍັງ​ເຂດ ກໍ່ດົ໋ງ​ດາ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ໄຊ​ຊະ​ນະ ຫງອກ​ໂຮ່ຍ - ດົ໋ງ​ດາ. ນີ້ບໍ່​ພຽງ​ແຕ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ບຸນ​ໃຫຍ່​ສຸດ​ໃນ​ປີ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຫວນ​ຄື​ນ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ອົງ​ອາດ, ​ຂັບ​ໄລ່​ສັດ​ຕູ​ຕ່າງ​ດາວ​, ສ້າງ​ສາ​ປະ​ເທດ​ຊາດ​ຂອງ​ປູ່ຍ່າ​ຕາ​ຍາຍ​ອີກ​ດ້ວຍ.

6 ໂມງເຊົ້າ, ປະຊາຊົນຢູ່ທຸກແຖບຖິ່ນໄດ້ມາ ກໍ່ດົ໋ງດາ ເພື່ອຖະຫວາຍທູບທຽນ ແລະ ເຂົ້າຮ່ວມງານບຸນ

ຢູ່ເຂດອະນຸສາວະລີເຈົ້າຊີວິດ ກວາງຈູງ, ຄະນະທຳພິທີການດ້ວຍເຄື່ອງແບບຢ່າງຮຽບຮ້ອຍພວມໄວ້ບູຊາຢ່າງເຄັ່ງຂຶມ

ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນອາໄລຫາ, ຍ້ອງຍໍບຸນຄຸນຂອງປູຍາຕາຍາຍໃນການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດ

ຜູ້ແທນແຕ່ລະຄະນະມີແຕ່ 50 ເຖິງເກືອບ 200 ຄົນໃນຊຸດເຄື່ອງແບບ, ກອງບັນເລັງດົນຕີພິການ

ຮອດເວລາ 9 ໂມງ, ພິທີແຫ່ວໍຖືກດຳເນີນຢ່າງເປັນທາງການ

ແຫ່ວໍເຈົ້າຊີວິດ ກວາງຈູງ

ຖັດຈາກຂະບວນແຫ່ວໍຂອງລາຊິນີ ຫງອກເຫີນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ພ້ອມກັບຜູ້ຕ່າງໜ້າບັນດາກະຊວງ, ຂະແໜງການ ແລະ ນະຄອນຮ່າໂນ້ຍ ເຂົ້າຮ່ວມ ແລະ ຖະຫວາຍທູບທຽນຢູ່ງານບຸນ ກໍ່ດົ໋ງດາ

ບັນດານັກສິລະປິນໄດ້ກະກຽມຕີກອງເປີດສາກງານບຸນຢ່າງລອບຄອບທີ່ຖ້ວນ

ລາຍການສະແດງວາດພາບກອງທະຫານໂດຍເຈົ້າຊີວິດ ກວາງຈູງ ນຳໜ້າ, ບຸກເຂົ້າເມືອງຫຼວງ, ຂັບໄລ່ສັດຕູຕ່າງດ້າວ

ງານບຸນ ກໍ່ດົ໋ງດາ ບໍ່ພຽງແຕ່ກາຍເປັນໜຶ່ງໃນບັນດາງານບຸນໃຫຍ່ກວ່າໝູ່ໃນປີເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ປະຊາຊົນຫວນຄືນປະຫວັດສາດອັນສະຫງ່າອົງອາດ, ຕີຂັບໄລ່ສັດຕູຕ່າງດ້າວ ສ້າງສາປະເທດຊາດຂອງປູ່ຍ່າຕາຍາຍ.
TAG
vovworld/vov/ຫງອກ​ໂຮ່ຍ - ດົ໋ງ​ດາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ