logo

ງານ​ບຸນ​ຊຸດ​ເສື້ອ​ຍາວ​ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ 2025: ແຜ່​ກະ​ຈາຍ​ຄວາມຍອດ​ຍິ່ງ​ຂອງ​ມໍ​ລະ​ດົກ

2025/11/7 | 11:07:00
(VOVWORLD) - ງານບຸນຊຸດເສື້ອຍາວການທ່ອງທ່ຽວ ຮ່າໂນ້ຍ ປີ 2025 ໄດ້ເປີດສາກຢ່າງເປັນທາງການດ້ວຍພິທີໄຂພາຍໃຕ້ຫົວຂໍ້ “ຊຸດເສື້ອຍາວ ຮ່າໂນ້ຍ - ແຜ່ກະຈາຍຄວາມຍອດຍິ່ງຂອງມໍລະດົກ” ໄດ້ດຳເນີນໃນຕອນຄ່ຳວັນທີ 06 ພະຈິກ, ຢູ່ເວທີຫຼັກຂອງຫໍພິພິທະພັນ ຮ່າໂນ້ຍ. 
(ພາບປະກອບ: hanoi.gov.vn) 

ລາຍການດັ່ງກ່າວແມ່ນບ່ອນເຕົ້າໂຮມບັນດານັກອອກແບບ, ນັກສິລະປະການ ແລະ ນັກສິລະປິນທີ່ມາຈາກ 3 ພາກ ເໜືອ - ກາງ - ໃຕ້, ນຳມາເຊິ່ງບັນດາລາຍການສະແດງທີ່ໄດ້ຮັບການກະກຽມຢ່າງພິຖິພິຖັນ, ບ່ອນທີ່ຊຸດເສື້ອຍາວ ໄດ້ປະກົດຂຶ້ນຄືດັ່ງສັນຍາລັກແຫ່ງການແລກປ່ຽນວັດທະນະທຳປະເພນີ ກັບຄວາມທັນສະໄໝ, ເຊື່ອມຕໍ່ ຮ່າໂນ້ຍ ກັບທຸກເຂດພາກໃນທົ່ວປະເທດ.

ໄປຄຽງຄູ່ກັບເຂດວາງສະແດງ ແລະ ການລົງຕົວຈິງ, ແຕ່ວັນທີ 06 – 09 ພະຈິກ, ງານບຸນຊຸດເສື້ອຍາວການທ່ອງທ່ຽວ ຮ່າໂນ້ຍ ປີ 2025 ຍັງມີຫຼາຍລາຍການສະແດງທີ່ພົ້ນເດັ່ນ, ບ່ອນທີ່ມະຫາຊົນສາມາດເຂົ້າຮ່ວມ, ຮັບຊົມ ແລະ ແຜ່ກະຈາຍຄວາມຮັກທີ່ມີຕໍ່ຊຸດເສື້ອຍາວ ຫວຽດນາມ ໂດຍກົງ. ທ່ານນາງ ດັ້ງເຮືອງຢາງ, ຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ, ເນັ້ນໜັກວ່າ:

ງານບຸນຊຸດເສື້ອຍາວການທ່ອງທ່ຽວ ຮ່າໂນ້ຍ ໄດ້ຈັດຂຶ້ນປະຈຳປີ ປະກອບສ່ວນແຜ່ກະຈາຍຄວາມຮັກທີ່ມີຕໍ່ຊຸດເສື້ອຍາວ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງຊຸດເສື້ອຍາວໃນຊີວິດສັງຄົມ, ບໍ່ພຽງແຕ່ນຳຊຸດເສື້ອຍາວກາຍເປັນພາບພົດທີ່ເປັນຕົວແທນໃຫ້ແກ່ຄວາມງາມແບບສຸພາບຮຽບຮ້ອຍຂອງຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນທູດທ່ອງທ່ຽວເຊື່ອມຕໍ່ເພື່ອນມິດໃນ 5 ທະວີບ ອີກດ້ວຍ. ນີ້ກໍແມ່ນໂອກາດເພື່ອໂຄສະນາພາບພົດຂອງ ຮ່າໂນ້ຍ ໄປຖິງເພື່ອນມິດສາກົນຢ່າງເລິກເຊິ່ງ, ປະກອບສ່ວນປະຕິບັດເປົ້າໝາຍພັດທະນາການທ່ອງທ່ຽວນະຄອນຫຼວງສີຂຽວ ແລະ ຍືນຍົງ”.

TAG
VOV/VOVworld/​ຊຸດ​ເສື້ອ​ຍາວ/ພິ​ຖີ​ພິ​ຖັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ