logo

ງານບຸນຊາສາກົນ: ໂຄສະນາເຄື່ອງໝາຍຊາ ຫວຽດນາມ, ຊຸກຍູ້ການຮ່ວມມືທົ່ວໂລກ

2025/12/6 | 05:20:52
(VOVWORLD) - ດ້ວຍຫົວຂໍ້ “ແຫ່ງເຊື່ອມຕໍ່ສິ່ງຍອດຍິ່ງຊາຂອງມວນມະນຸດ”, ງານບຸນນີ້ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ ຫວຽດນາມ ແຕ່ວັນທີ 05 – 07 ທັນວາ, ຢູ່ເຂດ ດ່າຫຼາດ, ບາວລົກ ແລະ ບັນດາເຂດປູກຊາດີເດັ່ນຂອງແຂວງ ເລິມດົ່ງ.
(ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ງານບຸນ)

ຕອນຄ່ຳວັນທີ 05 ທັນວາ, ຢູ່ແຂວງ ເລິມດົ່ງ, ງານບຸນຊາສາກົນ 2025 ໄດ້ໄຂຂຶ້ນຢ່າງເປັນທາງການ. ເຂົ້າຮ່ວມງານບຸນມີ ທ່ານນາງ ຫງວຽນທິກິມເງິນ, ອະດີດປະທານສະພາແຫງ່ຊາດ ຫວຽດນາມ; ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ; ການນຳບັນດາກະຊວງ, ຄະນະ, ຂະແໜງການ, ແຂວງ, ນະຄອນ; ເອກອັກຄະລັດຖະທູດຂອງ 40 ປະເທດ; ຜູ້ຕາງໜ້າ UNESCO, ອົງການຈັດຕັ້ງສາກົນ…

ດ້ວຍຫົວຂໍ້ “ແຫ່ງເຊື່ອມຕໍ່ສິ່ງຍອດຍິ່ງຊາຂອງມວນມະນຸດ”, ງານບຸນນີ້ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ ຫວຽດນາມ ແຕ່ວັນທີ 05 – 07 ທັນວາ, ຢູ່ເຂດ ດ່າຫຼາດ, ບາວລົກ ແລະ ບັນດາເຂດປູກຊາດີເດັ່ນຂອງແຂວງ ເລິມດົ່ງ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ ງານບຸນຊາສາກົນ ໄດ້ປະກອບສ່ວນໂຄສະນາເຄື່ອງໝາຍການຄ້າຊາ ຫວຽດນາມ, ຊຸກຍູ້ການຮ່ວມມືທົ່ວໂລກ.

“ເພື່ອໃຫ້ຂະແໜງຊາ ຫວຽດນາມ ພັດທະນານັບມື້ນັບຍືນຍົງ ຕາມທິດສີຂຽວ, ສະອາດ, ມີຄຸນນະພາບສູງ, ຂ້າພະເຈົ້າສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ໃນນັ້ນມີແຂວງ ເລິມດົ່ງ ສືບຕໍ່ສ້າງໂຄງປະກອບຂະແໜງຊາຄືນໃໝ່, ປະຕິບັດແຜນຮ່າງພັດທະນາຕົ້ນໄມ້ອຸດສາຫະກຳຫຼັກຮອດປີ 2030. ໃນນັ້ນມີ ຕົນຊາ, ມຸ່ງໄປເຖິງການຜະລິດທີ່ມີຂອບຂະໜາດໃຫຍ່, ເຊື່ອມຕໍ່ຕາມລະບົບມູນຄ່າເພີ່ມ, ນຳໃຊ້ເຕັກໂນໂລຊີສູງ ຕິດພັນກັບວັດທະນະທຳ, ການທ່ອງທ່ຽວ ແລະ ການບໍລິການ”.

TAG
VOV/VOVworld/​ກະ​ຊວງ/ຄະ​ນະ/ຂະ​ແໜງ​ການ/ແຂວງ/ນະ​ຄອນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ