logo

ງານບຸນປະເພນີ Thanh Quy Minh Dai Vuong

2012/4/9 | 08:33:21
ວັນ​ທີ 8/4 (ກົງ​ກັບ​ວັນ​ທີ​ແຮມ 3 ຄ່ຳ​ເດືອນ 3), ທ່ານ​ນາງ​ຮອງ​ປະທານ​ປະ​ເທ​ດຫວຽດນາມ Nguyen Thi Doan ​ໄດ້​​ເຂົ້າ​ຮ່ວມພິທີ​ໄຂ​ງານ​ບຸນ​ປະ​ເພນີ Thanh Quy Minh Dai Vuong( ຫຼື​ເອີນ​ວ່າ: ອໍ​ລະ​ຫັນ Cao Son)

ງານບຸນປະເພນີ Thanh Quy Minh Dai Vuong
(ພາບ: btv.org.vn)

(vovworld) – ວັນ​ທີ 8/4 (ກົງ​ກັບ​ວັນ​ທີ​ແຮມ 3 ຄ່ຳ​ເດືອນ 3), ທ່ານ​ນາງ​ຮອງ​ປະທານ​ປະ​ເທ​ດຫວຽດນາມ Nguyen Thi Doan ​ໄດ້​​ເຂົ້າ​ຮ່ວມພິທີ​ໄຂ​ງານ​ບຸນ​ປະ​ເພນີ Thanh Quy Minh Dai Vuong( ຫຼື​ເອີນ​ວ່າ: ອໍ​ລະ​ຫັນ Cao Son) ຢູ່​ເຂດ​ທ່ອງ​ທ່ຽວ​ຈິດ​ວິນ​ຍານ ຈ່າງ​ອານ - ບ໋າ​ຍດິ໋ງ (​ແຂ​ວງນິນ​ບິນ). ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan, ທ່ານ Bui Van Nam, ​ເລຂາ​ຄະນະ​ພັກ​ແຂວງ​ນິນ​ບິນ, ພະ​ມະຫາ​ອາຈານ Thich Thanh Nhieu, ​ເຈົ້າ​ອາວາດ​ວັດ ບ໋າ​ຍດິ໋ງ ​ໄດ້​ດຳ​ເນີນ​ພິທີ ຕີ​ລາ​ຄັງ, ຕີ​ກອງ ​ໄຂ​ງານ​ບຸນ ​ແລະ ພ້ອມ​ກັບ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິທີ​ລົງ​ນາ​ມ​ໃນ​ສານ “ກໍ່ສ້າງ​ເຂດ​ທັດສະ​ນີຍະ​ພາບ ຈ່າງ​ອານ ​ໃຫ້ກາຍ​ເປັນ​ມໍລະດ​ົກທຳ​ມະ​ຊາ​ດ​ໂລກ”. ຕາມ​ເລື່ອງ​ລາວ​ທີ່​​ເລົ່າ​ຂານ​ກັນມາ​ແຕ່​ບູຮານ​ນະ​ການ​ແລ້ວ, ອໍລະຫັນ Quy Minh Dai Vuong ມີ​ຄຸນງາມຄວາມດີ​ໃນ​ການປ້ອງ​ກັນ ​ເຊີນ​ນາມ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ເຈົ້າ​ຊີວິດ Hung ອົງທີ 18.

TAG
ງານບຸນປະເພນີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ