logo

ງານບຸນລະດູໃບໄມ້ຫຼົ່ນຮ່າໂນ້ຍທີ່ ປະທັບໃຈ ແລະ ຕື້​ນ​ຕັນໃຈ

2025/11/24 | 09:25:57
(VOVWORLD) - ຖະໜົນຍ່າງ ເຈີ່ນເຍິນຕົງ ແລະ ສວນສາທາລະນະ ຖົງເຍິດ ກາຍເປັນສູນລວມໃຫ້ໄດ້ສຳຜັດ ຕົວຈິງກັບຫຼາຍໆງານວາງສະແດງສິນຄ້າການທ່ອງທ່ຽວ, ຫັດຖະກຳສິລະປະກຳ, ອາຫານພື້ນເມືອງ ແລະ ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ.
ລາຍການສະແດງສິລະປະ ຢູ່ງານບຸນລະດູໃບໄມ້ຫຼົ່ນ ຮ່າໂນ້ຍ (ພາບ: VOV5)

ຕອນຄ່ຳວັນທີ 23 ພະຈິກ, ພິທີປິດງານບຸນລະດູໃບໄມ້ຫຼົ່ນຮ່າໂນ້ຍ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ ຖະໜົນຍ່າງ ເຈີ່ນເຍິນຕົງ (ຮ່າໂນ້ຍ), ໄດ້ປິດກິດຈະກຳເຄື່ອນໄຫວທີ່ເຕັມໄປດ້ວຍຄວາມ ຕື້ນຕັນໃຈ “ລະດູໃບໄມ້ຫຼົ່ນຮ່າໂນ້ຍ - ລະດູໃບໄມ້ຫຼົ່ນແຫ່ງຄວາມຊົງຈຳ”. ໃນໄລຍະ 3 ວັນ, ບັນດາສະຖານທີ່ສຳຜັດຕົວຈິງຄື “ສີສັນລະດູໃບໄມ້ຫຼົ່ນ”, “ລົດຊາດແຫ່ງຄວາມຊົງຈຳ”, “ຮ່າໂນ້ຍ - ຈັງຫວະຊີວິດ ຂອງໄວໜຸ່ມ” ພ້ອມກັບງານວາງສະແດງຮູບພາບ ແລະ ລາຍການສະແດງລວມໝູ່...ໄດ້ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວຫຼາຍກ່ວາ 50.000 ເທື່ອຄົນ, ສ້າງຮູບພາບຄວາມມີຊີວິດຊີວາກ່ຽວກັບການທ່ອງທ່ຽວລະດູໃບໄມ້ຫຼົ່ນຮ່າໂນ້ຍ. ຖະໜົນຍ່າງ ເຈີ່ນເຍິນຕົງ ແລະ ສວນສາທາລະນະ ຖົງເຍິດ ກາຍເປັນສູນລວມໃຫ້ໄດ້ສຳຜັດ ຕົວຈິງກັບຫຼາຍໆງານວາງສະແດງສິນຄ້າການທ່ອງທ່ຽວ, ຫັດຖະກຳສິລະປະກຳ,ອາຫານພື້ນ ເມືອງ ແລະ ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ. ສະຖານທີ່ວາງສະແດງ “ຮ່າໂນ້ຍ-ລະດູໃບໄມ້ຫຼົ່ນທີ່ເບິ່ງຈາກກ້ອງຖ່າຍ”ໄດ້ດຶງດູດຄວາມສົນໃຈຂອງແຂກມາຢ້ຽມ ຊົມດ້ວຍຮູບພາບສິລະປະນັບຮ້ອຍແຜ່ນ, ເອກະສານອັນລ້ຳຄ່າກ່ຽວກັບຮ່າໂນ້ຍໃນອະດີດ ແລະ ໃນປະຈຸບັນ. ເຂດອາຫານ“ລົດຊາດແຫ່ງຄວາມຊົງຈຳ”ໄດ້ມີບັນດາເຍື້ອງອາຫານແຊບນົວຫຼາຍຢ່າງ ທີ່ຕິດພັນກັບລະດູໃບໄມ້ຫຼົ່ນຂອງຮ່າໂນ້ຍ. ບັນດາລາຍການສິລະປະເຊັ່ນ: “ສີສັນລະດູໃບໄມ້ຫຼົ່ນຂອງຮ່າໂນ້ຍ”, ຫຼື ກິດຈະກຳຂອງເດັກນ້ອຍ “ຄວາມຝັນໃນລະດູໃບໄມ້ ຫຼົ່ນຂອງນ້ອງ” ໄດ້ນຳມາເຊິ່ງບັນຍາກາດອັນເຕັມໄປດ້ວຍສີສັນວັດທະນາທຳຫຼາກຫຼາຍ.

TAG
VOV/VOVworld/ລະດູໃບໄມ້ຫຼົ່ນ/ການທ່ອງທ່ຽວ/ຫັດຖະກຳສິລະປະກຳ/ອາຫານພື້ນເມືອງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ