logo

ງານບຸນໝູ່ບ້ານ-ຈຸດວັດທະນະທຳຂອງພື້ນຖານອະລິຍະທຳເຂົ້ານາທາມ

2019/4/1 | 11:48:20
(VOVWORLD) -ຢູ່ທຸກເຂດບ້ານນາ ຫວຽດນາມ, ແຕ່ລະໝູ່ບ້ານ ແຕ່ລະທ້ອງຖິ່ນ ກໍ່ລ້ວນແຕ່ຕິດພັນກັບບັນດາເລື່ອງນິທານ ຫຼື ງານບຸນສະເພາະ. ຫວຽດນາມ ເປັນປະເທດທີ່ທຳການຜະລິດກະສິກຳເປັນຕົ້ນຕໍ, ມີມູນເຊື້ອປູກເຂົ້ານາທາມນັບແຕ່ໃດໆມາ. ເພາະສະນັ້ນ ໂດຍຕິດພັນກັບມູນເຊື້ອດັ່ງກ່າວ ກໍ່ແມ່ນບັນດາຮີດຄອງປະເພນີ,  ພິທີກຳຕ່າງໆຄື ພິທີບູຊາເຂົ້າໃໝ່, ພິທີໄຫວ້ບູຊາເທວະດາຟ້າແຖນ, ພິທີສົມມະນາຄຸນເມື່ອລະດູການຜະລິດໄດ້ຮັບຜົນດີ ຢູ່ຕາມໝູ່ບ້ານຕາແສງເຂດບ້ານນາ. 
 ງານບຸນໝູ່ບ້ານ

ງານບຸນຢູ່ບັນດາເຂດບ້ານນາ ຫວຽດນາມ ຕົ້ນຕໍແມ່ນຖືກຈັດຂຶ້ນໃນຍາມຕົ້ນປີ, ເມື່ອດິນຟ້າອາກາດທຳມະຊາດເອື້ອອຳນວຍຄວາມສະດວກ, ປະຊາຊົນມີຄວາມເບີກບານມ່ວນຊື່ນ ແລະ ຫ້າວຫັນ. ງານບຸນຂອງໝູ່ບ້ານເຄີຍໄດ້ຮັບຖືກວ່າ ແມ່ນຈຸດເວລາທີ່ຟົດຟື້ນມ່ວນຊື່ນທີ່ສຸດ ດ້ວຍບັນດາພິທີການທີ່ເຄັ່ງຂຶມ ແລະ ເຂັ້ມຂົ້ນໄປດ້ວຍສີສັນ ຫວຽດນາມ ເຊັ່ນ ພິທີໄຫວ້ບູຊາ, ພິທີແຫ່, ການຮ້ອງລຳທຳເພງ ແລະ ການລະຫຼິ້ນພື້ນເມືອງ…

        ຕາແສງ ຢະແຈັກ ເມືອງ ຂວາຍເຈົາ ແຂວງ ຮຶງອຽນ ເປັນທີ່ຮູ້ຈັກກັນດີຂອງແຂກທ່ອງທ່ຽວຈາກສາລະທິດ ດ້ວຍງານບຸນ ຈື່ດົງຕື-ຕຽນຢຸງ ເຊິ່ງຖືກຈັດຂຶ້ນແຕ່ວັນທີ 10 ຫາວັນທີ 12 ເດືອນ ຢີ່ ໄລ່ຕາມຈັນທະປະຕິທິນໃນແຕ່ລະປີ. ງານບຸນຕິດພັນກັບເລື່ອງນິທານກ່ຽວກັບ ຈື່ດົງຕື-ຕຽນຢຸງ ເພື່ອແນໃສ່ສົມມະນາຄຸນພະອໍລະຫັນ ຈື່ດົງຕື ເຊິ່ງແມ່ນຜູ້ທີ່ມີຄຸນງາມຄວາມດີ ໃນການສ້າງຕັ້ງໝູ່ບ້ານ, ນຳຊີວິດທີອີ່ມໜຳສຳລານ ແລະ ຜາສຸກມາໃຫ້ແກ່ປະຊາຊົນ. ໃນວັນບຸນຂອງໝູ່ບ້ານ, ບັນດາຄອບຄົວກໍ່ລ້ວນແຕ່ຈັດສົ່ງລູກຫຼານເຂົ້າຮ່ວມກະກຽມການຈັດຕັ້ງງານບຸນ. ງານບຸນຂອງໝູ່ບ້ານແມ່ນເລີ່ມຂຶ້ນແຕ່ເຊົ້າວັນທີ 10 ເດືອນ ຢີ່ ດ້ວຍພິທີແຫ່ວໍຈາກວິຫານ ຢະແຈັກ ໄປຮອດແມ່ນ້ຳແດງ ເພື່ອເອົານ້ຳມາຖວາຍພະອໍລະຫັນ. ເດີນໜ້າແມ່ນກອງຟ້ອນມັງກອນ ເຊິ່ງແມ່ນສັນຍາລັກໃຫ້ແກ່ຄວາມຄາດຫວັງໃຫ້ພື້ນຖານເສດຖະກິດຂະຫຍາຍຕົວ, ເປັນສັນຍາລັກໃຫ້ແກ່ຄວາມໃຝ່ຝັນຢາກສ້າງຄວາມຮັ່ງມີຂອງຊາວ ຢະແຈັກ. ຕໍ່ຈາກນັ້ນແມ່ນພິທີແຫ່ພະອໍລະຫັນ ແລະ ແຫ່ໄຫນ້ຳ. ລຸງ ຫງວຽນຮຶວໂບ່ນ ຊາວທ້ອງຖິ່ນ ໃຫ້ຮູ້ວ່າ:

       “ຜ່ານງານບຸນນີ້ ປະຊາຊົນທຸກໆຄົນກໍ່ລ້ວນແຕ່ມີຄວາມຫວັງຢາກຄອບງຳທຳມະຊາດ ແລະ ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຕໍ່ພະອໍລະຫັນ ທີ່ມີຄຸນງາມຄວາມດີ ໃນການສິດສອນປະຊາຊົນຮູ້ວິທີປູກເຂົ້ານາທາມ, ສິດສອນໃຫ້ຊາວບ້ານຮູ້ປູກມອນລ້ຽງມ້ອນ, ສິດສອນໃຫ້ປະຊາຊົນມີຈິດໃຈສັດຊື່ບໍລິສຸດ”.

     ໃນງານບຸນ ຈື່ດົງຕື-ຕຽນຢຸງ, ບັນດາພິທີກຳ, ປະເພນີຄື ແຫ່ມັງກອນ, ແຫ່ປາ, ແຫ່ນ້ຳ ກໍ່ລ້ວນແຕ່ກ່ຽວຂ້ອງເຖິງນ້ຳ ເຊິ່ງແມ່ນປັດໄຈທີ່ສຳຄັນທີ່ສຸດໃນການຜະລິດກະສິກຳ. ຊາວທ້ອງຖິ່ນມີຄວາມສຳນຶກວ່າ ປິໃດ, ການເອົານ້ຳມີຄວາມສະດວກ, ປີນັ້ນປະຊາຊົນໃນເຂດຈະທຳມາຫາກິນຢ່າງສະດວກສະບາຍ. ນີ້ແມ່ນພິທີກຳແຫ່ງຈິດວິນຍານທີ່ເປັນເອກະລັກ ສະແດງໃຫ້ເຫັນການເຫຼື້ືອມໃສພາວະນາໃຫ້ມີນ້ຳຂອງຊາວປະມົງ ເຊິ່ງຕິດພັນກັບພື້ນຖານອະລິຍະທຳປູກເຂົ້ານາທາມ ຢູ່ເຂດແຄມນ້ຳແດງ. ຮອດເດືອນ 4 ໄລ່ຕາມຈັນທະປະຕິທິມ ກໍ່ຮອດງານບຸນ ຊີງໜາກເກົ່າ ຢູ່ບ້ານ ເວິນ, ປັດຈຸບັນແມ່ນບ້ານ ອຽນວຽນ ຕາແສງ ເວິນຮ່າ ເມືອງ ຫວຽດອຽນ ແຂວງ ບັກຢາງ. ມີບັນດາພິທີກຳທີ່ເກົ່າແກ່ ແລະ ເຂັ້ມຂົ້ນໄປດ້ວຍວັດທະນະທຳການເຫຼື້ອມໃສຂອງໝູ່ບ້ານຫວຽດເດີມ ໄດ້ຖືກສະແດງໃຫ້ເຫັນແຈ້ງໃນງານບຸນ ເຊິ່ງຖືກຈັດຂຶ້ນໃນວັນທີ 12 ຫາ 14 ເມສາ ຢູ່ວິຫານຂອງໝູ່ບ້ານ ເວິນ. ໃນງານບຸນມີຊາຍໜຸ່ມ 16 ຄົນທີ່ມີສຸຂະພາບເຂັ້ມແຂງ ແລະ ຖືກຈັດແບ່ງເປັນສອງທິມ ແລະ ໄດ້ພ້ອມກັນລົງຂີ້ຕົມເພື່ອຍາດຊີງໝາກເກົ່າ, ໃຜໆກໍ່ຕັດສິນໃຈຍາດຊີງໝາກເກົ່າ ເຊິ່ງຈະນຳມາເຊິ່ງຄວາມໂຊກດີ. ນາງ ຫງວຽນທິຮວ່ຽນ  ຊາວບ້ານ ເວິນ ເວົ້າວ່າ:

      “ໝາກເກົ່າຢູ່ທີ່ນີ້ ເປັນສັນຍາລັກໃຫ້ແກ່ດວງອາທິດ. ເມື່ອງານບຸນຊີງໝາກເກົ່າຖືກຈັດຂຶ້ນ, ໝາກເກົ່າໄດ້ຖືກແກ່ວງຈາກທິດຕາເວັນອອກຫາທິດຕາເວັນຕົກ. ຖ້າຫາກຊີງໄດ້ໝາກເກົ່າ ກໍ່ໝາຍຄວາມວ່າຊີງໄດ້ດວງອາທິດ ກໍ່ຄືຊີງໄດ້ແສງແດດເພື່ອຮັບໃຊ້ການປູກເຂົ້າ ແລະ ມັນ”.

    ສ່ວນຢູ່ບ້ານ ກົກ ປັດຈຸບັນຂຶ້ນກັບຕາແສງ ຟອງກົກ ເທດສະບານເມືອງ ກວ໋າງອຽນ ແຂວງ ກວ໋າງນິງ ເຊິ່ງແມ່ນແຫ່ງໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາເຂດປູກເຂົ້ານາທາມແຕ່ບາງກ່ອນຢູ່ເຂດພາກເໜືອ, ຢູ່ແຫ່ງນີ້ຍັງຄົງຮັກສາບັນດາຄຸນຄ່າວັດທະນະທຳດ້ານຈິດວິນຍານທີ່ເປັນເອກະລັກສະເພາະຄື ງານບຸນ ແບັກດັ່ງຢາງ ແລະ  ພິເສດແມ່ນງານບຸນລົງນາ. ງານບຸນລົງນາຢູ່ທີ່ນີ້ຖືກຈັດຂຶ້ນໃນຕົ້ນເດືອນ 6 ໄລ່ຕາມຈັນທະປະຕິທິນ ກ່ອນທີ່ຈະກ້າວເຂົ້າສູ່ລະດູການປັກດຳ. ພໍ່ຕູ່ ດ່າວດຶກເຕວ້ ຜູ້ມີອາຍຸສູງໃນບ້ານ ກົກ ໃຫ້ຮູ້ວ່າ:

        “ຢູ່ທີ່ນີ້ແມ່ນເຂດບ້ານນາ, ເພາະສະນັ້ນ ຊາວກະສິກອນຕ້ອງອີງໃສ່ດິນຟ້າອາກາດ, ຊາວບ້ານກໍ່ມີຄວາມເຊື່ອໝັ້ນຕໍ່ເທວະດາຟ້າແຖນ, ດັ່ງນັ້ນໃນແຕ່ລະປີ ກໍ່ຈັດພິທີໄຫວ້ບູຊາເທວະດາຟ້າແຖນ, ຈັດງານບຸນລົງນາ. ນີ້ແມ່ນງານບຸນຂອງໝູ່ບ້ານ ເພື່ອເປີດສາກໃຫ້ແກ່ລະດູການປັກດຳ”.

     ອາດຈະເວົ້າໄດ້ວ່າງານບຸນຂອງໝູ່ບ້ານ ແມ່ນສາງວັດທະນະທຳທີ່ມີຫຼາຍຮູບຫຼາຍສີ, ຍັງເກັບຮັກສາບັນດາຄຸນຄ່າວັດທະນະທຳ, ບັນດາການເຄື່ອນໄຫວວົງຄະນາຍາດໝູ່ບ້ານຕາແສງ, ເປັນບ່ອນສ່ອງແສງແນວຄິດຈິດໃຈ ແລະ ຄວາມເຊື່ອໝັ້ນຂອງຊາວບ້ານຢ່າງຈະແຈ້ງທີ່ສຸດ. ໂດຍມີຄຸນຄ່າລວມຂອງງານບຸນປະເພນີ ຫວຽດນາມ ພ້ອມກັບບັນດາຄຸນຄ່າທີ່ເປັນເອກະລັກກສະເພາະຢູ່ເຂດບ້ານນາ, ງານບຸນຂອງໝູ່ບ້ານ ຍາມໃດກໍ່ແມ່ນຄວາມເອກອ້າງທະນົງໃຈຂອງຊາວບ້ານ ເວົ້າສະເພາະ ແລະ ປະຊາຊົນບັນດາເຂດ ແລະ ພາກເວົ້າລວມ.
TAG
VOV/VOVworld/ງານ​ບຸນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ