logo

ງານພົບປະແລກປ່ຽນມິດຕະພາບ ຫວຽດນາມ - ລາວ ຍາມຕົ້ນລະດູບານໃໝ່ປີຂານຢູ່ ບຣຸກແຊນ

2022/2/16 | 10:03:41
(VOVWORLD) -ສະຖານທູດ 2 ປະເທດປະຈຳ ບຣຸກແຊນ ສືບຕໍ່ຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນ ເພື່ອເພີ່ມທະວີການເຊື່ອມຕໍ່ພະນັກງານຂອງ 2 ອົງການ, ປະກອບສ່ວນເຂົ້າໃນສາຍພົວພັນແບບພິເສດລະຫວ່າງ 2 ປະເທດ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນວັນຖາວ
(ພາບ: TTXVN)

ຕອນຄ່ຳວັນທີ 15 ກຸມພາ,  ສະຖານທີ່ - ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ແບນຊິກ ແລະ ປະຈຳສະຫະພາບເອີລົບ (ອີຢູ) ໄດ້ຈັດງານພົບປະແລກປ່ຽນກັບສະຖານທູດ - ຄະນະຜູ້ຕາງໜ້າ ລາວ ປະຈຳ ແບນຊິກ ແລະ ອີຢູ ເນື່ອງໃນໂອກາດຍາມຕົ້ນລະດູບານໃໝ່ປີຂານ 2022. ນີ້ກໍ່ແມ່ນການເຄື່ອນໄຫວນອນໃນເຫດການທາງການທູດຂອງປີມິດຕະພາບ 2022 ລະຫວ່າງ ຫວຽດນາມ - ລາວ; ລາວ - ຫວຽດນາມ ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1962 - 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືລະຫວ່າງ ຫວຽດນາມ - ລາວ (1977-2022).

ກ່າວຄຳເຫັນທີ່ງານພົບປະແລກປ່ຽນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນວັນຖາວ ແລະ ທ່ານເອກອັກຄະລັດຖະທູດລາວ ພູໂຂງ ສີສຸລາດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ; ປາດຖະໜາວ່າ ສະຖານທູດ 2 ປະເທດປະຈຳ ບຣຸກແຊນ ສືບຕໍ່ຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນ ເພື່ອເພີ່ມທະວີການເຊື່ອມຕໍ່ພະນັກງານຂອງ 2 ອົງການ, ປະກອບສ່ວນເຂົ້າໃນສາຍພົວພັນແບບພິເສດລະຫວ່າງ 2 ປະເທດ, ພ້ອມກັນນັ້ນຕັ້ງໜ້າໜູນຊ່ວຍເຊິ່ງກັນ ແລະ ກັນ ເພື່ອເພີ່ມທະວີການພົວພັນຂອງແຕ່ລະຝ່າຍກັບ ແບນຊິກ ແລະ ອີຢູ ໃນໄລຍະຈະມາເຖິງ.

TAG
VOV/VOVworld/ສະ​ຖານ​ທູດ/ພູ​ໂຂງ ສີ​ສຸ​ລາດ/​ປີ​ມິດ​ຕະ​ພາບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ