logo

ງານພົວພັນແລກປ່ຽນວັດທະນະທຳມິດຕະພາບ ຫວຽດນາມ - ລາວ ຢູ່ຝລັ່ງ

2022/6/26 | 10:52:52
(VOVWORLD) -2 ຝ່າຍຄວນເສີມຂະຫຍາຍມູນເຊື້ອການຮ່ວມມື, ປົກປັກຮັກສາ ແລະ ເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງແຮງ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ດິງຕ່ວານທັງ ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)

ວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດງານພົວພັນແລກປຽນວັດທະນະທຳ ເພື່ອແນໃສ່ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະຄວາມສາມັກຄື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022).

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດິງຕ່ວານທັງ ໄດ້ເນັ້ນໜັກເຖິງຄວາມໝາຍພິເສດຂອງປີ 2022, ເມື່ອ ຫວຽດນາມ ແລະ ລາວ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ຄວາມສາມັກຄື ຫວຽດນາມ - ລາວ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນ 2 ປະເທດ ລາວ ແລະ ຫວຽດນາມ ໄດ້ຜ່ານຜ່າສິ່ງທົດສອບນາໆປະການ, ເພີ່ມພູນຄຸນສ້າງຜ່ານຫຼາຍລຸ້ນຄົນ, ກາຍເປັນສັບສົມບັດອັນລ້ຳຄ່າຂອງ 2 ຊາດ. 2 ຝ່າຍຄວນເສີມຂະຫຍາຍມູນເຊື້ອການຮ່ວມມື, ປົກປັກຮັກສາ ແລະ ເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງແຮງ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ; ສົມທົບກັນ, ໜູນຊ່ວຍເຊິ່ງກັນແລະກັນຢູ່ບັນດາອົງການຕາງໜ້າຂອງ 2 ປະເທດ; ພ້ອມກັນປະເທດໜ້າທີ່ໃຫ້ເປັນຢ່າງດີ ເພື່ອຮັບໃຊ້ຜົນປະໂຫຍດຂອງແຕ່ລະປະເທດ ແລະ ຂອງປະຊາຄົມອາຊຽນ.

TAG
VOV/VOVworld/​ມູນ​ເຊື້ອ​/​ຍິ່ງ​ໃຫຍ່/ຄວາມ​ສາ​ມັກ​ຄີ/​ພິ​ເສດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ