logo

ງານວາງສະແດງຕຳຫຼວດປະຊາຊົນລາວ-ຫວຽດນາມ: ເຕັມໄປດ້ວຍນ້ຳໃຈມິດຕະພາບ

2021/3/19 | 09:52:00
(VOVWORLD) -ດ້ວຍພາບຖ່າຍ, ເອກະສານ ແລະ ວັດຖຸພັນທີ່ດີເດັນກວ່າ 300 ຢ່າງທີ່ໄດ້ສະສົມຈາກວັດຖຸພັນນັບຮ້ອຍຢ່າງທີ່ລ້ຳຄ່າ, ງານວາງສະແດງໄດ້ແນະນຳໂດຍສັງເຂບວິວັດທະການ 60 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກຳລັງຕຳຫຼວດປະຊາຊົນລາວ
ຜູ້ແທນເຂົ້າຮ່ວມງານວາງສະແດງຢ້ຽມຢາມງານວາງສະແດງ
(ພາບ: ສະຖານທູດລາວປະຈຳຫວຽດນາມ)

ເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຕຳຫຼວດປະຊາຊົນລາວ; 60 ປີແຫ່ງວັນນັກຊ່ຽວຊານຕຳຫຼວດຫວຽດນາມ ປະຈຳລາວ; 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ, ກະຊວງຕຳຫຼວດລາວ; 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ລາວ. ຕອນເຊົ້າວັນທີ 19 ມີນາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດງານວາງສະແດງ “ຕຳຫຼວດປະຊາຊົນລາວ - ຫວຽດນາມ: ເຕັມໄປດ້ວຍນ້ຳໃຈມິດຕະພາບ”.

        ດ້ວຍພາບຖ່າຍ, ເອກະສານ ແລະ ວັດຖຸພັນທີ່ດີເດັນກວ່າ 300 ຢ່າງທີ່ໄດ້ສະສົມຈາກວັດຖຸພັນນັບຮ້ອຍຢ່າງທີ່ລ້ຳຄ່າ, ງານວາງສະແດງໄດ້ແນະນຳໂດຍສັງເຂບວິວັດທະການ 60 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກຳລັງຕຳຫຼວດປະຊາຊົນລາວ; ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ສະໜິດຕິດພັນ ແລະ ການຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນລະຫວ່າງກຳລັງຕຳຫຼວດ 2 ປະເທດ ເປັນເວລາກວ່າເຄິ່ງສະຕະວັດແຫ່ງການຮ່ວມມື ແລະ ພັດທະນາ.

ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເລເຕີ໊ນເຕີ໊ຍ
(ພາບ: TTXVN)

ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເລເຕີ໊ນເຕີ໊ຍ, ຢືນຢັນວ່າ.

        “ນີ້ບໍ່ພຽງແຕ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ແທດຈິງເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກະຊວງຕຳຫຼວດລາວ, 60 ປີແຫ່ງວັນນັກຊ່ຽວຊານຕຳຫຼວດຫວຽດນາມ ປະຈຳລາວ ເທົ່ານັ້ນ, ຫາກຍັງແມ່ນການເຄື່ອນໄຫວຕອບບຸນແທນຄຸນບັນດາການອຸທິດສ່ວນຂອງກຳລັງຕຳຫຼວດປະຊາຊົນລາວ - ຫວຽດນາມ ໃນພາລະກິດປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ; ຜ່ານນັ້ນຍັງຊ່ວຍສຶກສາມູນເຊື້ອອຸດົມຄະຕິການປະຕິວັດໃຫ້ແກ່ລຸ້ນອະນາຄົດ; ປັບປຸງ, ພັດທະນາການພົວພັນຮ່ວມມື, ການຊ່ວຍເຫຼືອທີ່ເປັນມູນເຊື້ອຂອງກຳລັງຕຳຫຼວດ 2 ປະເທດ; ພັດທະນາສາຍພົວພັນອັນດີງາມ, ໝັ້ນຄົງໜັກແໜ້ນລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດລາວ - ຫວຽດນາມ ອີກດ້ວຍ.”

ທ່ານ ແສງເພັດ  ຮຸ່ງບຸນຍວງ,  ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ
(ພາບ: ສະຖານທູດລາວປະຈຳຫວຽດນາມ)

ພາຍຫຼັງທີ່ໄດ້ທ່ຽວຊົມບັນດາຮູບພາບການເຄື່ອນໄຫວຂອງສອງກໍາລັງຕໍາຫຼວດລາວ-ຫວຽດນາມ, ຫວຽດ ນາມ-ລາວ ທີ່ນໍາມາວາງສະແດງແລ້ວ ທ່ານ ແສງເພັດ  ຮຸ່ງບຸນຍວງ,  ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມ ກໍໄດ້ສະແດງຄວາມຮູ້ສຶກຂອງຕົນ ແລະ ລົງນາມໃນປື້ມລະນຶກຄວາມຊົງຈໍາວ່າ:

(ພາບ: ສະຖານທູດລາວປະຈຳຫວຽດນາມ)

“ຂ້າພະເຈົ້າຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມາຮ່ວມງານວາງສະແດງຄັ້ງນີ້ຈັດໂດຍກະຊວງຕຳຫຼວດຫວຽດນາມ ຊຶ່ງຢູ່ໃນທ່າມກາງຜົນສຳເລັດອັນຍິ່ງໃຫຍ່ຂອງກຳລັງຕຳຫຼວດປະຊາຊົນຫວຽດນາມ-ລາວ ໃນພາລະກິດປະຕິວັດ ກໍຄືພາລະກິດປ່ຽນແປງໃໝ່ໃນການສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ແລະ ລາວ. ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍອັນເລິກເຊິ່ງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີ, ການຮ່ວມມືມິດຕະພາບ ແລະ ມີປະສິດທິຜົນຂອງສອງກຳລັງຕຳຫຼວດປະຊາຊົນສອງປະເທດ ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນສະໜິດແໜ້ນຂອງສອງພັກ, ສອງລັດ, ສອງກໍາລັງ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ.          ຕາງໜ້າງໃຫ້ສະຖານທູດ ສປປ ລາວ ປະຈຳ ຫວຽດນາມ ແລະ ປະຊາຊົນລາວ ທີ່ກຳລັງດຳລົງຊີວິດ, ກຳລັງສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ ຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງບັນດາສະຫາຍຕຳຫຼວດປະຊາຊົນຫວຽດນາມ ທີ່ໄດ້ຈັດກິດຈະກຳສະເຫຼີມສະຫຼອງຂຶ້ນໃນມື້ນີ້. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນພິເສດ ລາວ-ຫວຽດນາມ ຈົ່ງນັບມື້ນັບຂຽວສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

TAG
VOV/VOVworld/ງານວາງສະແດງ/ກໍາລັງຕໍາຫຼວດລາວ-ຫວຽດນາມ/ສາຍພົວພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ